Home ຂ່າວກິລາ ນັກກິລາເປຕັງລາວ 4 ປະເພດເດີນທາງເຖີງນະຄອນຫລວງວຽງຈັນ

ນັກກິລາເປຕັງລາວ 4 ປະເພດເດີນທາງເຖີງນະຄອນຫລວງວຽງຈັນ

0

ນັກກິລາເປຕັງລາວ 4 ປະເພດເດີນທາງເຖີງນະຄອນຫລວງວຽງຈັນ ພາຍຫລັງສໍາເລັດເຂົ້າຮ່ວມຊີເກມ ຄັ້ງທີ 32

ນັກກິລາທີມຊາດລາວ 4 ປະເພດ ຄື: ເປຕັງ, ກິລາມວຍສາກົນ, ກິລາຍົກນໍ້າໜັກ ແລະ ກິລາ ກຸນຂະແມ ເດີນທາງເຖີງນະຄອນຫລວງວຽງຈັນ ໃນວັນທີ 14 ພຶດສະພານີ້ ພາຍຫລັງສໍາເລັດເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໂດຍມີ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະ ຄະນະໃຫ້ການຕ້ອນຮັບ. ສໍາລັບຜົນງານຂອງນັກກິລາທັງ 4 ປະເພດ:

– ກິລາເປຕັງລາວ ສ້າງຜົນງານໄດ້ລື່ນຄາດໝາຍ ໂດຍສາມາດຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ.

– ກິລາກຸນ ຂະແມ ໄດ້ 5 ຫຼຽນເງິນ ແລະ 7 ຫຼຽນທອງ

– ກິລາມວຍສາກົນ ໄດ້ 3 ຫຼຽນທອງ.

– ກິລາຍົກນໍ້າໜັກ ໄດ້ 1 ຫຼຽນທອງ

Cr: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version