Home ຂ່າວພາຍໃນ ກົມປູກຝັງ ຈະສະໜອງແນວພັນໄມ້ໃຫ້ໝາກໂອກາດວັນປູກຕົ້ນໄມ້ແຫ່ງຊາດ 50 ພັນກວ່າເບ້ຍ

ກົມປູກຝັງ ຈະສະໜອງແນວພັນໄມ້ໃຫ້ໝາກໂອກາດວັນປູກຕົ້ນໄມ້ແຫ່ງຊາດ 50 ພັນກວ່າເບ້ຍ

0

ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2023 ທີ່ຈະມາເຖິງນີ້, ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ມີແຜນຈະສະໜອງແນວພັນໄມ້ໃຫ້ໝາກ ໃຫ້ບັນດາສຳນັກງານ, ອົງການ ໃນຂອບເຂດທົ່ວປະເທດ 50 ພັນກວ່າເບ້ຍ ໂດຍຖືໂອກາດດັ່ງກ່າວຂະຫຍາຍເນື້ອນທີ່ປູກພືດ.

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2023 ທີ່ຈະມາເຖິງນີ້, ກົມປູກຝັງ ຈະຖືໂອກາດເອົາວັນດັ່ງກ່າວ ຂະຫຍາຍເນື້ອທີ່ປູກພືດ ເປັນຕົ້ນ ໄມ້ໃຫ້ໝາກ ໂດຍຈະກຳນົດເອົາເມືອງ, ແຂວງ ກໍຄື ສຳນັກງານ, ອົງການ, ກະສິກອນ ໃນຂອບເຂດທົ່ວປະເທດ ເພື່ອລົງຊຸກຍູ້ສົ່ງເສີມການປູກ, ການບົວລະບັນຮັກສາ ໂດຍຈະສະໜອງແນວພັນໄມ້ໃຫ້ໝາກ ເປັນຕົ້ນ ໝາກໝີ້, ໜາກມ່ວງ, ໝາກລຳໄຍ, ໝາກລິ້ນຈີ່ ແລະ ອື່ນໆ ໃຫ້ໄດ້ 50 ພັນກວ່າເບ້ຍ, ສະເພາະ ນະຄອນ ຫລວງວຽງຈັນ ຈະສະໜອງໃຫ້ 10 ພັນກວ່າເບ້ຍ ແນໃສ່ເຮັດໃຫ້ເນື້ອທີ່ປູກພືດ ກໍຄື ໄມ້ໃຫ້ໝາກ ຢູ່ ສປປ ລາວ ຂະຫຍາຍຕົວຂຶ້ນໄປເລື້ອຍໆ ແລະ ກາຍເປັນຜະລິດຕະພັນພືດສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ.

ໃນໄລຍະຜ່ານມາ, ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ກົມປູກຝັງ ໄດ້ກຳນົດພື້ນທີ່ເປັນອັນລະອຽດ, ປູກໜ້ອຍແຕ່ປູກໃຫ້ໄດ້ຜົນ (ປູກປີນີ້, ປີຕໍ່ໄປໃຫ້ເຫັນຢືນຕົ້ນຢູ່), ຫລີກລ້ຽງປູກເປັນຂະ ບວນການ ໃນຮູບແບບໃຊ້ທຶນຮອນຫລາຍ ແຕ່ປູກບໍ່ໄດ້ຮັບຜົນ ເຊິ່ງໃນປີຜ່ານມາ, ກົມປູກຝັງ ໄດ້ສະໜອງ ໝາກໝີ້, ໜາກມ່ວງ, ໝາກລຳໄຍ, ໝາກລິ້ນຈີ່ ໃຫ້ບັນດາສຳນັກງານ, ອົງການ ໃນຂອບເຂດທົ່ວປະເທດ 50 ພັນກວ່າເບ້ຍ.

ຂ່າວ-ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version