Home ຂ່າວພາຍໃນ ເປີດຂະບວນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

ເປີດຂະບວນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ (ສກຂ) ຈັດກອງປະຊຸມເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ ສ້າງຂະບວນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ໃນຂະແໜງການສຶກສາ ໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກ ສກຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ ສ້າງຂະບວນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂະແໜງສຶກສາທິການ ແລະ ກິລາແຂວງ ແລະ ແຜນແຂ່ງຂັນ ສ້າງຂະບວນການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນດັ່ງກ່າວ ໃຫ້ມີເນື້ອໃນບັນລຸຕາມຈຸດປະສົງຄາດໝາຍ ຢ່າງມີປະສິດທິພາບ, ປະສິດທິຜົນ, ເປັນຂະບວນຟົດຟື້ນຕິດພັນກັບເນື້ອໃນທົ່ວຂະແໜງການສຶກສາ ແລະ ເລືອກໄດ້ກົມກອງ, ສະຖານການສຶກສາທັງພາກລັດ ແລະ ເອກະຊົນປອດຢາເສບຕິດ ເພື່ອເຮັດໃຫ້ການຍ້ອງຍໍຖືກຕາມເປົ້າໝາຍ ແລະ ສອດຄ່ອງກັບຜົນງານຕົວຈິງ, ຊຶ່ງພະແນກ ສກຂ ໄດ້ກໍານົດເນື້ອໃນຂໍ້ແຂ່ງຂັນ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນເອກະສານ ຂອບແນວຄວາມຄິດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂະແໜງການ ສຶກສາທິການ ແລະ ກິລາ ຕິດພັນກັບເນື້ອໃນວາລະແຫ່ງຊາດ ປະກອບມີ: 5 ເນື້ອໃນຂໍ້ແຂ່ງຂັນ ໂດຍເລີ່ມຈັດຕັ້ງປະຕິບັດແຕ່ເດືອນພຶດສະພາ 2023 ເປັນຕົ້ນໄປ.

ໂອກາດນີ້, ຕາງໜ້າຄະນະພັກ, ຄະນະພະແນກ, ອົງການຈັດຕັ້ງມະຫາຊົນ ແລະ 12 ຂະແໜງການສຶກສາ, ສູນ, ໂຮງຮຽນ ແລະ ຫ້ອງການສຶກສາທິການ ແລະ ກິລາ 10 ເມືອງ ໄດ້ຂຶ້ນຈັບມື ເພື່ອພ້ອມກັນຈັດຕັ້ງປະຕິບັດ ແຜນການແຂ່ງຂັນດັ່ງກ່າວ.

ຂ່າວ-ພາບ: ມະນີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version