Home ຂ່າວດ່ວນ ພະຍາດໂຄວິດ-19 ຍັງເປັນພະຍາດອັນຕະລາຍ

ພະຍາດໂຄວິດ-19 ຍັງເປັນພະຍາດອັນຕະລາຍ

0

ໃນວັນທີ 5 ພຶດສະພາ 2023 ທີ່ຜ່ານມາ, ອົງການອະນາໄມໂລກ @WHO ໄດ້ປະກາດຢຸດຕິ #ພະຍາດໂຄວິດ19 (COVID-19) ເປັນເຫດການສຸກເສີນທາງດ້ານສາທາລະນະສຸກ. ເຖິງວ່າ ພະຍາດໂຄວິດ 19 ຈະບໍ່ເປັນເຫດການສຸກເສີນແລ້ວ, ແຕ່ວ່າ ເຊື້ອພະຍາດແມ່ນຍັງຢູ່ອ້ອມໂຕພວກເຮົາ. ພະຍາດໂຄວິດ 19 ຍັງແຜ່ກະຈາຍ, ກາຍພັນ ແລະ ສາມາດທຳຮ້າຍຊີວິດໄດ້. ພະຍາດດັ່ງກ່າວ ຍັງຄົງເປັນບັນຫາທາງດ້ານສາທາລະນະສຸກທີ່ຮ້າຍແຮງ ສຳລັບກຸ່ມຄົນທີ່ມີຄວາມສ່ຽງ. ສະນັ້ນ, ພວກເຮົາຈະເຮັດແນວໃດ?

ວັກຊີນຍັງແມ່ນເປັນບຸລິມະສິດທີ່ສຳຄັນ. ທຸກໆທ່ານ ຄວນຮັບປະກັນວ່າໂຕທ່ານເອງໄດ້ຮັບວັກຊີນປ້ອງກັນໂຄວິດ 19 ເຂັມພື້້ນຖານ ແລະ ເຂັມກະຕຸ້ນທີ 1. ສຳລັບບຸກຄົນທີ່ມີຄວາມສ່ຽງສູງ ພວກເຮົາແນະນຳໃຫ້ສັກຢາເຂັມກະຕຸ້ນທີ 2 ຕື່ມອີກ ເປັນຕົ້ນແມ່ນຜູ້ສູງອາຍຸ, ບຸກຄົນອາຍຸ 6 ເດືອນຂຶ້ນໄປທີ່ມີພະຍາດປະຈຳໂຕ ຫຼື ພູມຄຸ້ມກັນຕ່ຳ, ແມ່ຍິງຖືພາ ແລະ ພະນັກງານແພດໝໍ.

ວັກຊີນທີມີໃນປະຈຸບັນແມ່ນສິ່ງປ້ອງກັນທີ່ດີທີ່ສຸດ ທີ່ພວກເຮົາມີ. ດັ່ງນັ້ນ ການຮີບຮ້ອນປົກປ້ອງທຸກຄົນ ທຸກຂົງເຂດ ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ຈຶ່ງເປັນສິ່ງສຳຄັນ. ທ່ານສາມາດຮັບວັກຊີນປ້ອງກັນໂຄວິດ 19 ລວມທັງເຂັມກະຕຸ້ນ ທີ່ມີຄວາມປອດໄພ ແລະ ມີປະສິດຕິພາບໄດ້ໂດຍບໍ່ເສຍຄ່າ ຢູ່ທີ່ສຸກສາລາ ຫຼື ໂຮງໝໍໃກ້ບ້ານທ່ານ.

ສຳລັບທ່ານທີ່ພິຈາລະນາວ່າ ຕົວທ່ານເອງມີຄວາມສ່ຽງສູງ, ພວກເຮົາແນະນຳໃຫ້ທ່ານຮັກສາ ແລະ ປ້ອງກັນສຸຂະພາບ ດ້ວຍການໃສ່ຜ້າປິດປາກ-ປິດດັງ ແລະ ລ້າງມືຢ່າງເປັນປະຈຳ ໂດຍສະເພາະເວລາຢູ່ບ່ອນແອອັດ ຫຼື ເວລາທີ່ທ່ານມີອາການຂອງພະຍາດໂຄວິດ 19.

ພວກເຮົາຈະສືບຕໍ່ຕິດຕາມການລະບາດຂອງພະຍາດໂຄວິດ-19 ແລະ ພະຍາດອື່ນໆ ເຊັ່ນ: ພະຍາດໄຂ້ເລືອດອອກ ແລະ ໄຂ້ຫວັດໃຫຍ່ ເພື່ອຕິດຕາມ, ປະເມີນ ແລະ ຕອບໂຕ້ຕາມສະພາບການ. ຕິດຕາມເຟສບຸກ ສູນຂໍ້ມູນຂ່າວສານການແພດສຸຂະສຶກສາໃນການຮັບຄຳແນະນຳທາງສຸຂະພາບ ເພື່ອຮັັກສາສຸຂະພາບຂອງທ່ານ ແລະ ຄອບຄົວຂອງທ່ານ.

#ວສລ#ວິທະຍຸກະຈາຍສຽງແຫ່ງຊາດລາວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version