Home ຂ່າວຕ່າງປະເທດ ອາຊຽນ ຊຸກຍູ້ການຊຳລະດ້ວຍສະກຸນເງິນບັນດາປະເທດໃນອາຊຽນ

ອາຊຽນ ຊຸກຍູ້ການຊຳລະດ້ວຍສະກຸນເງິນບັນດາປະເທດໃນອາຊຽນ

0

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້, ການ​ນຳບັນດາປະ​ເທດ​ອາ​ຊຽນ ​ໄດ້​ອອກ​ຖະ​ແຫລ​ງການຮ່ວມວ່າ​ດ້ວຍການ​ຕ້ານ​ການ​ຄ້າ​ມະນຸດ ​ໂດຍສວຍໃຊ້ເຕັກ​ໂນ​ໂລ​ຊີ ຜ່ານ​ບັນດາກົນ​ໄກພາກ​ພື້ນ ​ແລະ ຊຸກຍູ້ການ​ພົວພັນຊື້-ຂາຍ ​ໂດຍ​ນຳ​ໃຊ້ສະກຸນ​ເງິນບັນດາປະ​ເທດອາ​ຊຽນ (LCS) ຫລັງ​ຈາກບັນດາປະເທດອາຊຽນ ​ໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຊື່ອມຕໍ່ ຊຳລະຢູ່ພາກພື້ນດ້ວຍການນຳໃຊ້ບັນດາກາລະໂອກາດປ່ຽນແປງໃໝ່ ແລະ ເຕັກໂນໂລຊີ, ສ້າງເງື່ອນໄຂໃຫ້ແກ່ການຊຳລະ ຂ້າມຊາດແບບສະດວກ, ປອດໄພ, ຄິດໄລ່ເຖິງເງື່ອນໄຂ, ສະພາບການຂອງແຕ່ລະປະເທດ. ບັນດາປະເທດອາຊຽນ ໄດ້ສົ່ງເສີມການນຳໃຊ້ສະກຸນເງິນບັນດາປະເທດໃນອາຊຽນຕໍ່ບັນດາການພົວພັນຊື້ຂາຍຂ້າມຊາດໃນພາກພື້ນ ​ໃຫ້​ຫລາຍ​ຂຶ້ນ ແລະ ໜູນຊ່ວຍ ການສ້າງກຳລັງພິເສດເພື່ອພັດທະນາກອບພົວພັນຊື້ຂາຍ ດ້ວຍສະກຸນເງິນຂອງກຸ່ມອາຊຽນ ຢ່າງ​ເຂັ້ມ​ແຂງ​ ໃນ​ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version