Home ຂ່າວພາຍໃນ ມອບ-ຮັບການນຳໃຊ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

ມອບ-ຮັບການນຳໃຊ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

0

ພິທີມອບ-ຮັບການນຳໃຊ້ໂຮງຮຽນວັດທະນະທຳຊົນເຜົ່າກອງກັບ ລະຫວ່າງກອງທັບປະຊາຊົນລາວ ກັບ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາ ນີ້, ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຫງວຽນ ເຕີນ ເກືອງ ກໍາມະການສູນກາງພັກກອມມູນິດຫວຽດນາມ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ມີບັນດາສະຫາຍຄະນະນໍາກະຊວງປ້ອງກັນປະເທດລາວ-ຫວຽດນາມ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະອຳນວຍການໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ພະນັກງານສະມາຊິກພັກ-ນັກຮົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບໂຄງການໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນກໍ່ສ້າງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຊຶ່ງໂຄງການດັ່ງກ່າວແມ່ນໂຄງການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດຫວຽດນາມ, ໂຄງການກໍ່ສ້າງມີເນື້ອທີ່ທັງໝົດ 4,8 ເຮັກຕາ, ປະກອບມີ 13 ອາຄານ, ກວມເອົາ 6.822 ຕາແມັດ, ມີເຄື່ອງໃຊ້ເຟີນີເຈີ, ເສັ້ນທາງ, ກຳແພງ, ລະບົບໄຟຟ້າ, ນ້ຳປະປາ ແລະ ອື່ນໆ ລວມມູນຄ່າການກໍ່ສ້າງທັງໝົດ 257.047 ຕື້ດົງ ເທົ່າກັບ 11.041 ໂດລາ, ໂດຍແມ່ນກົມໃຫຍ່ການເມືອງກອງທັບປະຊາຊົນລາວເປັນເຈົ້າຂອງໂຄງການ ແລະ ໂຄງການດັ່ງກ່າວໄດ້ລົງມືກໍ່ສ້າງມາແຕ່ເດືອນ 11 ປີ 2021 ມາຮອດປັດຈຸບັນໄດ້ສໍາເລັດຕາມແຜນການ.

ໂອກາດນີ້, ສະຫາຍ ພົນໂທ ຫວຽນເຕີນເກືອງ ກໍໄດ້ມີຄໍາເຫັນກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນ້ຳໃຈແຫ່ງຄວາມຮັບຜິດຊອບອັນສູງສົ່ງ ແລະ ຄວາມບຸກບືນໃນໜ້າວຽກຂອງຖັນແຖວພະນັກງານ, ຄະນະຮັບຜິດຊອບ ໂຄງການ, ບັນດາກົມກອງກໍ່ສ້າງ, ທີ່ປຶກສາ, ການກວດກາຕິດຕາມ ແລະ ຜູ້ຮັບເໝົາທີ່ໄດ້ສຸມໃສ່ທຸກກຳລັງແຮງຂອງຕົນ ໃນການຜ່ານຜ່າຄວາມຫຍຸ້ງຍາກຕ່າງໆຈົນສາມາດເຮັດສຳເລັດໜ້າທີ່ຕາມແຜນການທີ່ວາງໄວ້ ແລະ ຖືກຕ້ອງຕາມມາດຕະຖານຄຸນນະພາບ, ເຕັກນິກການກໍ່ສ້າງ.

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບປະຊາຊົນລາວຈະເປັນບ່ອນກໍ່ສ້າງ ບໍາລຸງບັນດານ້ອງນ້ອຍປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຊຶ່ງຈະກາຍເປັນກ້ອນກຳລັງແຮງທີ່ສຳຄັນໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລໃນຕໍ່ໜ້າ ແລະ ເຊື່ອໝັ້ນວ່າບັນດາ ຄູ-ອາຈານຈະເປັນຜູ້ມອບທຸກສິ່ງທຸກຢ່າງນັບທັງຄວາມຮູ້, ຄວາມສາມາດ, ປະສົບການ ແລະ ທຸກຢ່າງທີ່ຕົນມີເພື່ອສິດສອນໃຫ້ເຂົາເຈົ້າ, ເຮັດໃຫ້ເຂົາເຈົ້າກາຍເປັນຄົນຮູ້ຜູ້ດີຢູ່ໃນສັງຄົມກໍຄືຜູ້ສືບທອດສາຍພົວພັນອັນດີງາມຂອງສອງຊາດຫວຽນນາມ-ລາວ,ລາວ-ຫວຽດນາມໃນ ຕໍ່ໜ້າ.

ຈາກນັ້ນ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ກໍໄດ້ຕາງໜ້າໃຫ້ການນຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະ ຂອບອົບຂອບໃຈຢ່າງສູງຕໍ່ພັກ-ລັດຖະບານ, ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ຊຶ່ງຍາມໃດກໍ ໃຫ້ຄວາມເປັນຫ່ວງເປັນໃຍ ແລະ ໃຫ້ຄວາມສຳຄັນຕໍ່ການບຳລຸງສ້າງບຸກຄະລາກອນເວົ້າລວມ, ເວົ້າສະເພາະ ຕໍ່ການບຳລຸງສ້າງຖັນແຖວກຳລັງຂອງກອງທັບປະຊາຊົນລາວສ້າງຮຸ່ນສືບທອດຜູ້ໜຸ່ມນ້ອຍ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊີ້ນໍາໂຄງການຂອງກະຊວງປ້ອງກັນປະເທດເວົ້າລວມ, ເວົ້າສະເພາະແມ່ນກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ມີຄວາມເອົາໃຈໃສ່, ມີຄວາມຮັບຜິດຊອບສູງໃນການຕິດຕາມ, ກວດກາ ແລະ ຊຸກຍູ້ອັນໄດ້ເຮັດໃຫ້ໂຄງການກໍ່ສ້າງຖືກຕ້ອງ ຕາມແບບເຕັກນິກ, ຮັບປະກັນຄຸນນະພາບ ແລະ ສຳເລັດທັນຕາມກໍານົດເວລາທີ່ວາງໄວ້. ສະແດງຄວາມຊົມເຊີຍ ບໍລິສັດຜູ້ຮັບເໝົາກໍ່ສ້າງທີ່ໄດ້ທຸມເທເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸເງິນຄຳເຂົ້າໃນການຫ້າງຫາກະກຽມ, ຈັດຕັ້ງດໍາເນີນການກໍ່ສ້າງຕາມສັນຍາ ແລະ ບັນລຸຕາມ ມາດຕະຖານທີ່ໄດ້ກໍານົດໄວ້.

ເພື່ອເຮັດໃຫ້ອາຄານດັ່ງກ່າວໄດ້ຮັບການນໍາໃຊ້ຕາມເປົ້າໝາຍ ຕໍ່ໄປຂໍມອບໃຫ້ຄະນະພັກ-ຄະນະອຳນວຍໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ກໍຄືພາກສ່ວນກ່ຽວຂ້ອງຈະໄດ້ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ນໍາໃຊ້ຢ່າງຖືກຕ້ອງເຂົ້າໃນການຮຽນ-ການສອນໃຫ້ມີປະສິດທິຜົນສູງ ພ້ອມນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ໃຫ້ເກີດຜົນປະໂຫຍດສູງສຸດ ທັງນໍາໃຊ້ຍາວນານ ສົມກັບຄວາມມຸ່ງຫວັງຂອງຜູ້ສະໜອງທຶນກໍ່ສ້າງ.

ຈາກນັ້ນ, ກໍໄດ້ຈັດຕັ້ງຕັດແຖບຜ້າເປີດນໍາໃຊ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບຢ່າງເປັນທາງການ, ຮ່ວມກັນປູກຕົ້ນໄມ້ມິດຕະພາບ, ທ່ຽວຊົມອາຄານສະຖານທີ່ຕ່າງໆຂອງໂຮງຮຽນຕື່ມອີກ.

(ຂ່າວ: ກອງທັບ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version