Home ຂ່າວກິລາ ລະບຽງພູ ລົງສະໜາມ 4 ນັດ ເກັບ 12 ແຕ້ມເຕັມ ຮັກສາຕຳແໜ່ງທີມນຳຢ່າງໜ້ຽວແໜ້ນ ຈຳປາສັກ ລີກ 2

ລະບຽງພູ ລົງສະໜາມ 4 ນັດ ເກັບ 12 ແຕ້ມເຕັມ ຮັກສາຕຳແໜ່ງທີມນຳຢ່າງໜ້ຽວແໜ້ນ ຈຳປາສັກ ລີກ 2

0

ສະໂມສອນ ຮ້ານອາຫານ ລະບຽງພູ ຫຼື ລະບຽງພູ ເອັບຊີ ສ້າງຜົນງານໄດ້ຢ່າງໂດດເດັ່ນ ລົງສະໜາມແຂ່ງຂັນເຕະບານ ຈຳປາສັກ ລີກ 2 ຫຼື ລາວລີກ 2 ລະດູການ 2023 ເກັບໄຊຊະນະໄດ້ 4 ນັດລວດ ມີ 12 ຄະແນນ ຈັ້ງເປັນທີມນຳກຸ່ມຕາຕະລາງການແຂ່ງຂັນລາຍການດັ່ງກ່າວ ຢ່າງໜ້ຽວແໜ້ນ ໜີຫ່າງ ສະໂມສອນ ທະຫານແຂວງ ທີມອັນດັບທີ 2 ເຖິງ 4 ແຕ້ມ.

ການແຂ່ງຂັນເຕະບານ ເຕະບານ ຈຳປາສັກ ລີກ 2 ລະດູການ 2023 ອາທິດທີ 4 ໄດ້ຈັດຂຶ້ນ ລະຫວ່າງວັນທີ 6-7 ພຶດສະພາ ຜ່ານມາ ທີ່ສະໜາມກິລາບານເຕະແຂວງ (ຫຼັກ2) ນະຄອນປາກເຊ ແຂວງຈຳປາສັກ ຊຶ່ງມີການລົງສະໜາມມື້ລະ 2 ຄູ່ ເປັນປົກກະຕິແຂ່ງຂັນລາຍການດັ່ງກ່າວ ສຳລັບມື້ທຳອິດ 6 ພຶດສະພາ 2023 ເປັນການພົບກັນລະຫວ່າງ ສີລາເພັດ ເອັບຊີ ພົບກັບ ຫົວແຊ ເອັບຊີ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ແຂວງ ພົບກັບ ກອງບັນຊາການທະຫານແຂວງ ຫຼື ທະຫານແຂວງ ສ່ວນວັນທີ 7 ພຶດສະພາ ຄູ່ບິກແມັດ ທີມນຳຕາຕະລາງ ລະບຽງພູ ເອັບຊີ ພົບກັບ ບາຈຽງ ເອັບຊີ ແລະ ນໍ້າດື່ມ ນາດາ ພົບກັບ ສີອຳພອນ ເອັບຊີ.

ຜ່ານການແຂ່ງຂັນ ໂດຍສະເພາະ ຄູ່ບິກແມ໊ດ ຜົນປະກົດວ່າ: ລະບຽງພູ ເອັບຊີ ໄລ່ຕ້ອນ ບາຈຽງ ເອັບຊີ 2-0 ປະຕູ ເກັບ 3 ແຕັມ ລວມ 4 ນັດ ມີ 12 ຄະແນນເຕັມ ຮັກສາຕຳແໜ່ງທີມນຳຕາຕະລາງຢ່າງໜ້ຽວແໜ້ນ ສ່ວນ ບາຈຽງ ລົງສະໜາມ 4 ນັດ ຊະນະ 2 ນັດ ແລະ ເສຍ 2 ນັດ ມີ 6 ຄະແນນ ຈັ້ງຢູ່ອັນດັບທີ 4 ຂອງຕາຕະລາງແຂ່ງຂັນ. ຂະນະທີ່ຜົນການແຂ່ງຂັນຄູອື່ນໆ ສີລາເພັດ ເອັບຊີ ຊະນະ ຫົວແຊ ເອັບຊີ 3-0 ປະຕູ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສະເໝີ ກອງບັນຊາການທະຫານແຂວງ 1-1 ປະຕູ ແລະ ນໍ້າດື່ມ ນາດາ ເສຍໃຫ້ ສີອຳພອນ ເອັບຊີ 0-2 ປະຕູ.

ການແຂ່ງຂັນລາຍການນີ້ ເລີ່ມແຂ່ງຂັນມາແຕ່ວັນທີ 8 ເມສາ 2023 ແລະ ຄາດວ່າຈະສຳເລັດແຂ່ງຂັນໃນເດືອນສິງຫານີ້ ຊຶ່ງມີທັງໝົດ 8 ພາກສ່ວນເຂົ້າຮ່ວມ ແຂ່ງຂັນກຳນົດລະບົບແບບລີກ ມີຮອບຂາໄປ ແລະ ຂາກັບ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version