Home ຂ່າວຕ່າງປະເທດ ໄຂງານມະໂຫລານຮູບເງົາ ອາຊີ-ດ່ານັ້ງ ຄັ້ງທຳອິດ

ໄຂງານມະໂຫລານຮູບເງົາ ອາຊີ-ດ່ານັ້ງ ຄັ້ງທຳອິດ

0

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ ເມື່ອ​ບໍ່​ດົນ​ມາ​ນີ້, ສະຫະສະມາຄົມສົ່ງເສີມພັດທະນາຮູບເງົາຫວຽດນາມ ສົມທົບກັບພະແນກວັດທະນະທຳ ແລະ ກິລານະຄອນດ່າ​ນັ້ງ ຈັດຂຶ້ນງານມະໂຫລານຟິມຮູບເງົາອາຊີ-ດ່ານັ້ງ ຄັ້ງທີ 1 ປີ 2023 (DANAFF I). ເມື່ອເຂົ້າຮ່ວມ DANAFF I, ເພື່ອນມິດ ແລະ ຜູ້ຮ່ວມອາຊີບ ຮູບເງົາ ສາກົນ ບໍ່ພຽງແຕ່ ໄດ້ຮັບຊົມ ບັນດາ ຮູບເງົາທີ່ໄດ້ຄັດເລືອກໃໝ່ສຸດຂອງຮູບເງົາຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຄົ້ນຫາດິນແດນກວາງນາມ, ດ່ານັ້ງອີກດ້ວຍ. ຜູ້ຊົມ ແລະ ບັນດາ ຜູ້ຜະລິດ ຮູບເງົາ ຫວຽດນາມ ກໍ່ໄດ້ຮັບຊົມບັນດາຮູບເງົາພິເສດ ຂອງບັນດາພື້ນຖານຮູບເງົາ ຢູ່ພາກພື້ນອາຊີ-ປາຊີຟິກ; ແລກປ່ຽນ, ຮ່ຳຮຽນເອົາຈາກບັນດານັກຊ່ຽວຊານຮູບເງົາສາກົນ. ຈາກ​ນັ້ນ ທ່ານ ເລຈູງ ຈິງ, ປະທານ ຄະນະ ກຳມະການ ປະຊາຊົນ ນະຄອນ ດ່ານັ້ງ ​ໄດ້​ກ່າວ​ເນັ້ນວ່າ: ສຳລັບ ງານ ມະໂຫລານ ຮູບເງົາ ອາຊີ-ດ່ານັ້ງ ຄັ້ງນີ້, ນະຄອນ ດ່ານັ້ງ ປາດ ຖະໜາ ຢາກສ້າງ ເຄື່ອງໝາຍ ລະດັບ ພາກພື້ນ ແລະ ສາກົນ ໃນຂົງເຂດ ຮູບເງົາ, ປະກອບສ່ວນ ຊຸກຍູ້ ການ ເຊື່ອມໂຍງ ແລະ ການຮ່ວມມື ຂອງ ຮູບເງົາ ຫວຽດນາມ ເວົ້າລວມ ແລະ ຮູບເງົາ ດ່ານັ້ງ ເວົ້າສະເພາະ; ແມ່ນກາ ລະໂອກາດ ເພື່ອແລກປ່ຽນ ດ້ານວິຊາ ສະເພາະ ລະ ຫວ່າງ ຜູ້ຜະລິດ ຮູບເງົາ ຢູ່ພາຍໃນ ແລະ ຕ່າງປະເທດ; ຊອກຫາ ກາລະ ໂອກາດ ຮ່ວມມື ຜະລິດ, ເປີດ ກວ້າງ ຕະຫລາດ ຮູບເງົາ, ກໍ່ຄືປະກອບສ່ວນ ໂຄສະນາ ປະເທດ ຊາດ ແລະ ຊາວຫວຽດນາມ ​ໃຫ້​ຫລາຍ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version