Home ຂ່າວກິລາ ທັບນັກກິລາຢູໂດລາວ ພ້ອມເຕັມທີ່ ກຽມສ້າງຜົນງານຄວ້າຫຼຽນຄໍາ ຊີເກມ ທີ່ກໍາປູເຈຍ

ທັບນັກກິລາຢູໂດລາວ ພ້ອມເຕັມທີ່ ກຽມສ້າງຜົນງານຄວ້າຫຼຽນຄໍາ ຊີເກມ ທີ່ກໍາປູເຈຍ

0

ທັບນັກກິລາຢູໂດທີມຊາດລາວ ມີຄວາມພ້ອມເຕັມ 100% ເພື່ອຈະສ້າງຜົນງານ ແລະ ກຽດຊື່ສຽງໃຫ້ແກ່ປະເທດຊາດ ໂດຍການສູ້ຊົນໃຫ້ສາມາດຄວ້າຫຼຽນຄໍາມາຄອງຢ່າງໜ້ອຍ 1 ຫຼຽນ. ເມື່ອວັນທີ 8 ພຶດສະພາ ຜ່ານມາ ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ, ສະຫະພັນກິລາຢູໂດແຫ່ງຊາດ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບການກະກຽມຄວາມພ້ອມຂອງທັບນັກກິລາຢູໂດທີມຊາດລາວ ເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບ ຫຼື ພະນົມເປັນ 2023, ໂດຍໃຫ້ກຽດຖະແຫຼງຂອງທ່ານ ຄໍາບໍ່ ສີປະເສີດ ຮອງປະທານ ແລະ ເລຂາທິການ ສະຫະພັນກິລາຢູໂດແຫ່ງຊາດ, ມີ ທ່ານ ສັນທະລັກ ຈ່າສານ ຮອງປະທານ ສະຫະພັນກິລາຢູໂດແຫ່ງຊາດ, ທ່ານ Kazuki Kon ຄູຝຶກກິລາຢູໂດຊາວຍີ່ປຸ່ນ, ພ້ອມດ້ວຍບັນດາຜູ້ໃຫ້ການອຸປະຖໍາ, ຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ຄໍາບໍ່ ສີປະເສີດ ໄດ້ກ່າວໃຫ້ຮູ້ວ່າ: ສະຫະພັນກິລາຢູໂດແຫ່ງຊາດ ໄດ້ເລີ່ມມີການເກັບຕົວນັກກິລາເຂົ້າສູນຝຶກຊ້ອມ ແຕ່ວັນທີ 1 ກຸມພາ 2023 ຈົນເຖິງປະຈຸບັນ ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ, ຊຶ່ງການຝຶກຊ້ອມແມ່ນ 6 ວັນຕໍ່ອາທິດ ແລະ 3 ເທື່ອຕໍ່ວັນ, ໂດຍໄດ້ມີການຄັດເລືອກນັກກິລາທີ່ຈະລົງແຂ່ງຂັນທັງໝົດ 12 ຄົນ ໃນ 2 ປະເພດ ຄື: ປະເພດຕໍ່ສູ້ປ້ອງກັນຕົວ ຊາຍ-ຍິງ ປະກອບມີ ທ້າວ ຈັນທະພອນ ຄໍາພູນາວົງ ຈາກສະໂມສອນຢູໂດ ແຂວງສະຫວັນນະເຂດ ຮຸ່ນນໍ້າໜັກ -55 ກິໂລ, ທ້າວ ສຸກພະໄຊ ສິດທິສານ ຈາກສະໂມສອນຢູໂດ ແຂວງສະຫວັນນະເຂດ ຮຸ່ນນໍ້າໜັກ -60 ກິໂລ, ທ້າວ ຄໍາສີ ຄູນນິວາດ ຈາກສະຖາບັນກິລາກາຍະກໍາ ຮຸ່ນນໍ້າໜັກ -66 ກິໂລ, ທ້າວ ສຸລິໄຊ ໄຊຍະສານ ຈາກສະໂມສອນຢູໂດ ວຽງຈັນ ຮຸ່ນນໍ້າໜັກ -90 ກິໂລ, ນາງ ເກສອນ ອ້ວນວິໄລ ຈາກກອງກິລາ ກະຊວງປ້ອງກັນປະເທດ ຮຸ່ນນໍ້າໜັກ -44 ກິໂລ, ນາງ ຫຼ້າ ທໍ່ ຈາກສະຖາບັນກິລາກາຍະກໍາ ຮຸ່ນນໍ້າໜັກ -48 ກິໂລ, ນາງ ຕຸກກີ້ ແສງດາກີ ຈາກສະຖາບັນກິລາກາຍະກໍາ ຮຸ່ນນໍ້າໜັກ -52 ກິໂລ ແລະ ນາງ ຈອມມະນີ ມະນີໄຊ ຈາກສະຖາບັນກິລາກາຍະກໍາ ຮຸ່ນນໍ້າໜັກ -57 ກິໂລ. ສ່ວນປະເພດກາຕະ (ປະເພດຟ້ອນ) ຊາຍ-ຍິງ ປະກອບມີ ທ້າວ ວຽງວິໄລ ຈັນສີ ຈາກສະຫະພັນກິລາຢູໂດແຫ່ງຊາດ ປະກົບຄູ່ກັບທ້າວ ຈິນດາວອນ ສີວັນວິໄລ ຈາກກອງກິລາ ກະຊວງປ້ອງກັນປະເທດ ແລະ ນາງ ມະຍຸລີ ພານຸວົງ ຈາກສະໂມສອນຢູໂດ ວຽງຈັນ ປະກົບຄູ່ກັບນາງ ພອນວັນ ສີອໍາພອນ ຈາກສະໂມສອນຢູໂດ ວຽງຈັນ.

ສະຫະພັນກິລາຢູໂດແຫ່ງຊາດ ໄດ້ສຸມໃສ່ໃນການຝຶກຊ້ອມໃຫ້ນັກກິລາຢ່າງເຕັມທີ, ຊຶ່ງມາຮອດປະຈຸບັນແມ່ນມີຄວາມພ້ອມເຕັມ 100% ທີ່ຈະລົງຊີງໄຊກັບນັກກິລາຊາດອື່ນໆ (ອາຊຽນ) ໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບ, ຊຶ່ງກິລາຢູໂດຈະແຂ່ງຂັນໃນລະຫວ່າງວັນທີ 13-16 ພຶດສະພາ 2023 ທີ່ນະຄອນຫຼວງພະນົມເປັນ, ໂດຍຈະມີການຊີງໄຊທັງໝົດ 13 ຫຼຽນຄໍາ. ໃນນີ້, ປະເພດຕໍ່ສູ້ມີ 10 ລາຍການ (ຊາຍ 5 ລາຍການ, ຍິງ 5 ລາຍການ), ປະເພດທີມມີ 1 ລາຍການ ແລະ ປະເພດກາຕະ ມີ 2 ລາຍການ (ຊາຍ-ຍິງ).

ຂະນະດຽວກັນນີ້, ທ່ານ Kazuki Kon ຄູຝຶກກິລາຢູໂດຊາວຍີ່ປຸ່ນ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງໄດ້ມີການຝຶກຊ້ອມໃຫ້ນັກກິລາຢູໂດຂອງລາວ ເປັນເວລາເກືອບ 4 ເດືອນ ເຫັນວ່າ ນັກກິລາມີຄວາມຫ້າວຫັນ, ກະຕືລືລົ້ນ ແລະ ມີພອນສະຫວັນໂດດເດັ່ນ. ສະນັ້ນ, ໃນການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້, ເຊື່ອໝັ້ນວ່າ ນັກກິລາຈະສືບຕໍ່ສ້າງຜົນງານໄດ້ດີ ໂດຍການຄວ້າຫຼຽນຄໍາມາຄອງໄດ້ຢ່າງໜ້ອຍ 1 ຫຼຽນ ເພື່ອເປັນການສ້າງຜົນງານ ແລະ ກຽດຊື່ສຽງໃຫ້ແກ່ປະເທດຊາດ.

ສະເພາະການເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກິລາຊີເກມຄັ້ງນີ້, ທັບນັກກິລາຢູໂດທີມຊາດລາວ ໄດ້ອອກເດີນທາງໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2023. ໃນພິທີຍັງມີການມອບສາຍດໍາ (DAN) ໃຫ້ແກ່ນັກກິລາທີ່ສອບເສັງຜ່ານ. ໃນນີ້, 1 DAN ມີ 14 ຄົນ ທີ່ມາຈາກສະໂມສອນຢູໂດ ວຽງຈັນ 7 ຄົນ, ສະໂມສອນຢູໂດ ແຂວງສະຫວັນນະເຂດ 3 ຄົນ ແລະ ສະຖາບັນກິລາກາຍະກໍາ 4 ຄົນ. ສ່ວນ 2 DAN ມີ 3 ຄົນ ທີ່ມາຈາກສະໂມສອນຢູໂດ ວຽງຈັນ 2 ຄົນ ແລະ ສະໂມສອນຢູໂດ ແຂວງສະຫວັນນະເຂດ 1 ຄົນ.

ນອກຈາກນັ້ນ, ຍັງມີພິທີມອບ-ຮັບ ການສະໜັບສະໜູນຈາກບັນດາບໍລິສັດ ໃນການສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາກິລາຊີເກມຄັ້ງນີ້, ເປັນຕົ້ນແມ່ນ ບໍລິສັດ ເຄພີ ຈໍາກັດ ຈໍານວນ 100 ລ້ານກີບ, ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ ຈໍານວນ 50 ລ້ານກີບ, ບໍລິສັດ ເຄພີ 3G ແລະ ໂນມຸຣະ ເທຣດດິງ ຈໍາກັດ 20 ລ້ານກີບ, ບໍລິສັດ ອິຊູຊຸ ລາວ ບໍລິການ ຈໍາກັດຜູ້ດຽວ 10 ລ້ານກີບ, ພະແນກການຕະຫຼາດນໍ້າມັນເຄື່ອງເຊວ ເຄພີ 10 ລ້ານກີບ, ພະແນກຝ່າຍຂາຍຢາງລົດ ບຣີດສະໂຕນ ເຄພີ 10 ລ້ານກີບ, ບໍລິສັດ ທິບພະຍະ ປະກັນໄພ ຈໍາກັດ 5 ລ້ານກີບ ແລະ ບໍລິສັດ ອີໂວ ຈໍາກັດ ອຸປະຖໍາເປັນສ່ວນຫຼຸດເສື້ອກິລາ ທີ່ຄະນະນໍາ, ຄູຝຶກ ແລະ ນັກກິລາ ຈະໃສ່ເຂົ້າຮ່ວມງານດັ່ງກ່າວ ລວມເປັນມູນຄ່າ 6.180.000 ກີບ. ຂະນະດຽວກັນ, ທາງສະຫະພັນກິລາຢູໂດແຫ່ງຊາດ ໄດ້ມອບໃບກຽດຕິຄຸນໃຫ້ແກ່ບັນດາບໍລິສັດທີ່ໃຫ້ການອຸປະຖໍາອີກດ້ວຍ.

ໂດຍ ດາວຫວຽດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version