Home ຂ່າວຕ່າງປະເທດ ອາຊຽນ +3 ຈະເພີ່ມທະວີປັບປຸງເຄືອຂ່າຍຄວາມປອດໄພ ດ້ານການເງິນທົ່ວໂລກ

ອາຊຽນ +3 ຈະເພີ່ມທະວີປັບປຸງເຄືອຂ່າຍຄວາມປອດໄພ ດ້ານການເງິນທົ່ວໂລກ

0

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ, ອາ​ຊຽນ+3 (ຍີ່ປຸ່ນ,ສປ ຈີນ ​ແລະ ສ.​ເກົາຫລີ) ຈະ​ເພີ່ມ​ທະວີປັບປຸງ​ເຄືອຂ່າຍ ຄວາມ​ປອດ​ໄພດ້ານ​ການ​ເງິນທົ່ວໂລກ ຕໍ່ໜ້າບັນດາຄວາມຂາດສະຖຽນລະພາບດ້ານເສດຖະກິດ ຫລັງ​ຈາກຈັດກອງປະຊຸມ ລັດຖະມົນຕີ ການເງິນ ແລະ ຜູ້ວ່າການ ທະນາຄານ ສູນກາງ ອາຊຽນ+3 ທີ່ຈັດຂຶ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ນະຄອນ ອິນ​ຊອນ ຂອງ ສ.​ເກົາຫລີ ຢູ່ນອກ ກອງປະຊຸມ ປະຈຳປີ ຄັ້ງທີ 56 ຂອງສະພາ ຜູ້ວ່າການ ທະນາຄານ ພັດທະນາ ອາຊີ (ADB). ​ໃນຖະແຫລງ ການຮ່ວມ ​ໃນ​ຄັ້ງນີ້ ຫລາຍຝ່າຍ ​ໄດ້ໃຫ້ຄຳໝັ້ນ ສັນຍາ ເພີ່ມທະວີ ການຮ່ວມມື ດ້ານການເງິນ ໃນພາກພື້ນ ຜ່ານຫລາຍ ກົນໄກ, ໃນນັ້ນ ມີກົນໄກ ຫັນຂໍ້ ລິເລີ່ມ ຊຽງໃໝ່ ເປັນ ຫລາຍຝ່າຍ. ບັນດາ ເຈົ້າໜ້າທີ່ ການເງິນ ຢັ້ງຢືນ ການຮ່ວມມື ດ້ານການເງິນ ຂອງ ອາຊຽນ +3 ສວມບົດບາດ ນັບມື້ ນັບຈຳເປັນ ເພື່ອແນໃສ່ ຊ່ວຍໃຫ້ ບັນດາ ເສດຖະກິດ ພາກພື້ນ ຮັບມືກັບ ຄວາມສ່ຽງ ແລະ ສິ່ງທ້າທາຍ ອັນ​ໃໝ່ ​ໃນ​ຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version