Monday, September 23, 2024
Homeຂ່າວຕ່າງປະເທດ ກະຊວງຄົມມະນາຄົມ ແລະ ຄວາມປອດໄພ ທາງຖະໜົນ ຂອງອິດສະຣາແອນ ເປີດເຜີຍແຜນການລະດັບຊາດ ເພື່ອສົ່ງເສີມການໃຊ້ພະລັງງານໄຟຟ້າ ຂອງ ພື້ນຖານໂຄງລ່າງ ກ່ຽວກັບການຂົນສົ່ງສາທາລະນະທົ່ວປະເທດ

 ກະຊວງຄົມມະນາຄົມ ແລະ ຄວາມປອດໄພ ທາງຖະໜົນ ຂອງອິດສະຣາແອນ ເປີດເຜີຍແຜນການລະດັບຊາດ ເພື່ອສົ່ງເສີມການໃຊ້ພະລັງງານໄຟຟ້າ ຂອງ ພື້ນຖານໂຄງລ່າງ ກ່ຽວກັບການຂົນສົ່ງສາທາລະນະທົ່ວປະເທດ

ສຳນັກ​ຂ່າວ ຊິນ​ຮວາ​ຂອງ ສປຈີນ, ກະຊວງ​ ຄົມມະນາຄົມ ​ແລະ ຄວາມ​ປອດ​ໄພ ​ທາງ​ຖະໜົນ ຂອງ​ ອິດສະຣາ​ແອນ ​ເປີດ​ເຜີຍ ​ແຜນ​ການ ລະດັບ​ຊາດ ​ເພື່ອ​ສົ່ງ​ເສີມ ການ​ໃຊ້​ ພະລັງງານ ​ໄຟຟ້າ​ ຂອງ​ ພື້ນຖານ​ ໂຄງ​ລ່າງ ກ່ຽວກັບ ​ການ​ຂົນ​ສົ່ງ ສາທາລະນະ ​ທົ່ວ​ປະ​ເທດ.​ ແຜນ​ດັ່ງກ່າວ ມີ​ມູນ​ຄ່າເຖິງ 1 ຕື້​ເຊ​ເກີ​ລ (ສະກຸນ​ເງິນ ອິດສະຣາ​ແອນ) ແລະ ໄດ້​ຮັບ​ອະນຸມັດ​ ຈາກຄະນະ​ກຳມະການ ພື້ນຖານ​ ໂຄງ​ລ່າງ​ ແຫ່ງ​ປະ​ເທດ ອິດສະຣາ​ແອນ ໂດຍ​ຄວບ​ຄຸມ​ ການ​ສົ່ງ​ເສີ່​ມ ສະຖາ​ນີ ຂົນ​ສົ່ງ​ຜູ້​ໂດຍສານ ​ແລະ ສະຖານ​ທີ່ ​ຈອດ​ລົດ ປະຈຳ​ທາງ ຫລາຍ​ຮ້ອຍ​ແຫ່ງ ໃຫ້​ໃຊ້​ພະລັງງານ​ ໄຟຟ້າ ລວມ​ເຖິງການ​ຕິດ​ຕັ້ງ​ ຈຸດຊາກ​ໄຟຟ້າ. ການ​ສົ່ງ​ເສີມ ​ລະບົບ​ ຂົນ​ສົ່ງ​ ສາທາລະນະ ​ໃຊ້​ພະລັງງານ ​ໄຟຟ້າ​ຈະ​ຊ່ວຍ​ ຫລຸດ​ຕົ້ນ​ທຶນ, ​ການ​ບໍາລຸງ​ ຮັກສາ ​ແລະ ຫລຸດ​ຜ່ອນ ມົນ​ລະ​ພິດ ​ທາງ​ສຽງ ​ແລະ ອາກາດ, ຂະນະ​ດຽວ​ກັນ ການ​ຕິດ​ຕັ້ງ ​ຈຸດ​ຕັ້ງ ​ໄຟຟ້າ ​ໂດຍມີ​ເປົ້າ​ໝາຍ ຊຸກຍູ້​ ລະບົບ​ຂົນ​ສົ່ງ ສາທາລະນະ ​ໃນ​ອິດສະຣາ​ແອນ ໃຫ້​ເປັນ​ມິດ​ກັບ​ ສິ່ງ​ແວດ​ລ້ອມ ແລະ ສະອາດ​ຫລາຍ​ຂຶ້ນ.  ​ກະຊວງກ່ຽວຂ້ອງ ລະບຸວ່າ ໂດຍ​ແຜນ​ການດັ່ງກ່າວ ຈະ​ຊ່ວຍ​ເພີ່ມ ຈຳນວນ​ລົດ​ໂດຍສານ ສາທາລະນະ, ພະລັງງານ​ ໄຟຟ້າ ທີ່​ໃຫ້​ບໍລິການ ​ໃນ​ອິດ​ສະຣາ​ແອນ ຢ່າງ​ວ່ອງ​ໄວ ຈາກ​ ປັດຈຸບັນ 600 ຄັນ ​ເປັນ 3.000 ຄັນ, ຂະນະ​ທີ່ ອິດ​ສະຣາ​ແອນ ​ແນ່​ໃສ່ ປ່ຽນ​ແປງ ​ໃຊ້​ລົດ​ໂດຍສານ ພະລັງງານ​ໄຟຟ້າ​ ຢ່າງ​ເຕັມ​ຮູບ​ແບບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments