Home ຂ່າວດ່ວນ ກໍາລັງກອງພົນທະຫານຮາບທີ1 ສະກັດກັ້ນ ແລະ ດັບມອດໄຟໄໝ້ປ່າເຂດບ້ານໂຊກໄຊ

ກໍາລັງກອງພົນທະຫານຮາບທີ1 ສະກັດກັ້ນ ແລະ ດັບມອດໄຟໄໝ້ປ່າເຂດບ້ານໂຊກໄຊ

0

ໃນວັນທີ 22 ເມສາ 2023 ນີ້, ກອງພົນທະຫານຮາບທີ1 ສົບທົບກັບ ກອງບັນຊາການທະຫານເມືອງວັງວຽງ ແຂວງວຽງຈັນ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຂອບເຂດໃກ້ຄຽງ ສຸມໃສ່ສະກັດກັ້ນ ແລະ ດັບມອດໄຟໄໝ້ປ່າ ຢູ່ເຂດບ້ານໂຊກໄຊ ( ຄຸ້ມໜອງບົວ ) ເມືອງວັງວຽງ ແຂວງວຽງຈັນ.

ຕາມລາຍງານຂອງຜູ້ເຫັນເຫດການ: ໃນເວລາປະມານ 19: 00 ໂມງ ວັນທີ 21 ເມສາ 2023 ໄດ້ເຫັນແສງໄຟຈຸດນ້ອຍໆຢູ່ຂອບເຂດຈຸດເກີດເຫດ ແຕ່ເວລາຜ່ານໄປບໍ່ພໍເທົ່າໃດກໍ່ເກີດໄຟໄໝ້ລາມຂະຫຍາຍເປັນບໍລິເວນກ້ວາງ; ຈາກນັ້ນ, ອໍານາດການປົກຄອງບ້ານ ໄດ້ລາຍງານການຈັດຕັ້ງຂັ້ນເທິງ ແລະ ເຕົ້າໂຮມປະຊາຊົນ ເພື່ອແກ້ໄຂບັນຫາດັ່ງກ່າວ, ແຕ່ຍ້ອນເປັນເວລາກາງຄືນ, ອາກາດຮ້ອນ, ມີລົມພັດຜ່ານເລັກນ້ອຍ ແລະ ຈຸດເກີດເຫດເປັນປ່າໄມ້ໃຫຍ່ປະສົມກັບປ່າໄມ້ເຮ້ຍ-ໄມ້ຊອດ, ທັງເປັນປ່າເຮື້ອບວກກັບສະພາບພູມີປະເທດເປັນພູສູງຊັນ ຈຶ່ງບໍ່ສາມາດແກ້ໄຂເຫດການໄດ້ທັນເວລາ.

ຮອດຕອນເຊົ້າວັນທີ່ 22 ເມສາ 2023 ກອງພົນທະຫານຮາບທີ 1 ຈຶ່ງໄດ້ຮັບລາຍງານ ແລະ ໄດ້ຈັດຕັ້ງກໍາລັງຈໍານວນເກືອບ 300 ສະຫາຍ, ນໍາພາໂດຍ ສະຫາຍ ພັນໂທ ດາວອນ ຫຼ່ຽມພິມມະສອນ ຮອງຫົວໜ້າຫ້ອງເສນາທິການ ກອງພົນທະຫານຮາບທີ 1 ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາໃຊ້ກໍາລັງເຂົ້າປະຕິບັດການ ເພື່ອສະກັດກັ້ນ ແລະ ດັບມອບໄຟບໍ່ໃຫ້ລາມໄປຂອບເຂດທີ່ມີຄວາມສ່ຽງສູງ ເຊັ່ນ: ເສັ້ນທາງລົດໄຟລາວ-ຈີນ, ບ້ານເຮືອນພໍ່ແມ່ປະຊາຊົນ ດ້ວຍວິທີຖາງປ່າຕັດແລວທາງໃຫ້ເປີດແປນ, ບໍລິເວນໃດໄຟອ່ອນລົງກໍ່ນໍາໃຊ້ ນໍ້າຫົດເພື່ອດັບໄຟທັນທີ; ຈາກການປະຕິບັດໜ້າທີ່ຂອງກໍາລັງພາກສ່ວນຕ່າງໆ ເປັນເວລາ 1 ວັນເຕັມ ສາມາດສະກັດກັ້ນ ແລະ ດັບມອດໄຟໄດ້ຫຼາຍຈຸດ ເຮັດໃຫ້ຂອບເຂດທີ່ມີຄວາມສ່ຽງສູງມີຄວາມປອດໄພ ແລະ ມາຮອດຕອນເຊົ້າຂອງວັນທີ 23 ເມສາ 2023 ຈຶ່ງສາມາດດັບມອດໄຟລົງໄດ້ ເຊິ່ງມີເນື້ອທີ່ຖືກເສຍຫາຍປະມານ 20 ກ່ວາເຮັກຕາ .

ໂດຍ: ໂກຮັງ ພັນທະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version