Home ຂ່າວຕ່າງປະເທດ ອາຊຽນປະກາດເຄື່ອງໝາຍດ້ານການຄ້າດີເດັ່ນ

ອາຊຽນປະກາດເຄື່ອງໝາຍດ້ານການຄ້າດີເດັ່ນ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້, ສູນຄົ້ນຄວ້າພັດທະນາວິສາຫະກິດອາຊີ ສົມທົບກັບ ສະມາຄົມ ວິສາຫະກິດ ຫວຽດນາມ ປະຈຳ ມາເລເຊຍ (VNBIZ) ຈັດເວທີປາໄສ ຮ່ວມມື ເສດຖະກິດ ຫວຽດນາມ-ອາຊຽນ ແລະ ພິທີປະກາດ ເຄື່ອງໝາຍການ ຄ້າດີ​ເດັ່ນ ອາຊຽນ ຄັ້ງທີ 7, ການນຳດີເດັ່ນ ອາຊຽນ 2023 ແລະ ຜະລິດ ຕະພັນ-ການບໍລິການ ມີຄຸນນະພາບ ອາຊຽນ 2023.ໃນນັ້ນ, ເວທີປາໄສ ຮ່ວມມື ເສດຖະກິດ ຫວຽດນາມ-ອາຊຽນ ແລະ ພິທີປະກາດ ເຄື່ອງໝາຍ ການ ຄ້າ ດີ​ເດັ່ນ ອາຊຽນ ແມ່ນກາລະໂອກາດ ເພື່ອໃຫ້ບັນດາ ວິສາຫະກິດ ຫວຽດນາມ ແລະ ອາຊຽນ ພົບປະແລກປ່ຽນ, ຮ່ວມມືເຊື່ອມຕໍ່ ການລົງທຶນ, ສ້າງທ່ວງທ່າ ຊຸກຍູ້ບັນດາ ວິສາຫະກິດ ສືບຕໍ່ ພັດທະນາ, ຍົກສູງມູນຄ່າ ເຄື່ອງໝາຍການຄ້າ.ຈາກ​ນັ້ນ ທ່ານ ​ແອນ​ດຣີວ ​ໂກ ບູນ ຄິມ (Andrew Goh Boon Kim), ຮອງປະທານ, ສະຫະພັນ ບັນດາ ນັກຜະລິດ ມາເລເຊຍ, ຫ້ອງການ ການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ມາເລເຊຍ (NCCIM) ປາດຖະໜາວ່າ: ບັນດາ ບໍລິສັດຂອງ ຫວຽດນາມ ແລະ ມາເລເຊຍ ໃຊ້ທ່າ ແຮງ ຍຸດທະສາດ ເພື່ອເປີດກວ້າງ ຂອບເຂດ ແລະ ປັບປຸງ ທີ່ຕັ້ງຢູ່ ພາກພື້ນ ອາຊຽນ, ພ້ອມທັງ ໃຫ້ຄຳໝັ້ນສັນຍາຍູ້ແຮງການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງ 2 ປະເທດ ໃຫ້ຫລາຍກວ່າເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version