Home ຂ່າວຕ່າງປະເທດ ຈີ 7 ຮຽກຮ້ອງຕໍ່ກຳນົດເວລາຂໍ້ຕົກລົງທັນຍາຫານທະເລດຳ

ຈີ 7 ຮຽກຮ້ອງຕໍ່ກຳນົດເວລາຂໍ້ຕົກລົງທັນຍາຫານທະເລດຳ

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ,​​ເມື່ອ​ບໍ່​ດົນ​ມາ​ນີ້, ລັດ ຖະມົນຕີ ກະຊວງ ກະສິກຳ ບັນດາປະເທດ ໃນກຸ່ມບັນດາ ພື້ນຖານ ອຸດສາ ຫະກຳ ພັດທະນາ ແຖວ ໜ້າໂລກ (G7) ໄດ້ອອກ ຖະແຫລງການ ຮຽກຮ້ອງ ຕໍ່ກຳນົດ ເວລາ ຂໍ້ຕົກລົງ ຂໍ້ລິເລີ່ມ ທັນຍາຫານ ທະເລດຳ, ກໍ່ຄື ເຄົາລົບ ຢ່າງ ຄົບຖ້ວນ ແລະ ເປີດກ້ວາງ ຂອບຂະໜາດ ຂອງຂໍ້ຕົກລົງນີ້. ພ້ອມນັ້ນ ຢັ້ງ ຢືນວ່າ ບັນດາປະເທດ G7 ພ້ອມແລ້ວ ທີ່ຈະໜູນຊ່ວຍ ວິວັດ ທະນາການ ຟື້ນຟູ ແລະ ສ້າງຕັ້ງ ອູ​ແກຣນ ຄືນໃໝ່, ໃນນັ້ນ ມີການສ້າງຕັ້ງ ພື້ນຖານ ໂຄງລ່າງ ກະສິກຳ ຄືນໃໝ່. ພາຍຫລັງ ​ໄດ້​ຈັດ​ກອງປະຊຸມ ປຶກສາ​ຫາລື​ກັນຢູ່ ນະຄອນ ມາ​ຢາ​ຊາ​ກິ (Miyazaki) ຂອງຍີ່ປຸ່ນ ​ເມື່ອ​ບໍ່​ດົນ​ມາ​ນີ້. ສຳລັບ ຂໍ້ລິ ເລີ່ມ ທັນຍາຫານ ທະເລດຳ ໄດ້ຮັບ ການລົງນາມຢູ່ ຕວັກກີ ​ໃນ ເດືອນກໍລະ ກົດ ປີກາຍນີ້ີ້ ​ໂດຍອະນຸຍາດໃຫ້ ອູ​ແກຣນ ສົ່ງອອກ ທັນຍາ ຫານ ຫລາຍ ກ່ວາ 27 ໂຕນ ຈາກບາງທ່າ ກ່ຳປັ່ນ ຂອງປະ ເທດນີ້ ຢູ່ທະເລດຳ. ຂໍ້ຕົກລົງ ໄດ້ຕໍ່ ກຳນົດ ເວລາ 120 ວັນ ໃນເດືອນ ພະຈິກປີກາຍ ແລະ ສືບຕໍ່ ໄດ້ຕໍ່ ກຳນົດ ເວລາອີກ 60 ວັນ ໃນວັນທີ 18 ມີນາ ຜ່ານມາ.

(ບັນນາທິການຂ່າວ: ຕ່າງປະເທດ),

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version