Home ຂ່າວພາຍໃນ ລົງຕິດຕາມການກໍ່ສ້າງໂຮງງານປຸງແຕ່ງເກືອໂປຕາສ ພາກຂະຫຍາຍແຫ່ງທີ 3

ລົງຕິດຕາມການກໍ່ສ້າງໂຮງງານປຸງແຕ່ງເກືອໂປຕາສ ພາກຂະຫຍາຍແຫ່ງທີ 3

0

ໃນອາທິດຜ່ານມານີ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ການກໍ່ສ້າງໂຮງງານປຸງແຕ່ງເກືອໂປຕາສ ພາກຂະຫຍາຍ ແຫ່ງທີ 3 ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຢູ່ເຂດບ້ານນາຄຳ ເມືອງໜອງບົກ. ໂດຍຕາງໜ້າບໍລິສັດ ມີທ່ານ ໄຊ ມະນີທອງ ຜູ້ຊ່ວຍອຳນວຍການບໍລິສັດ, ທ່ານ ຫຼິວ ປິ່ງ ຜູ້ຈັດການພະແນກວິສະວະກຳເທິງໜ້າດິນ ໃຫ້ການຕ້ອນຮັບ; ໂດຍອີງຕາມແຜນການຂອງບໍລິສັດໂຄງການດັ່ງກ່າວແມ່ນຈະໃຫ້ສຳເລັດການກໍ່ສ້າງ ແລະ ເປີດການຜະລິດພາຍໃນທ້າຍປີ 2023 ໃນກຳລັງການຜະລິດ 1 ລ້ານໂຕນຕໍ່ປີ.

ຊຶ່ງໃນການລົງເຄື່ອນໄຫວຂອງທ່ານເຈົ້າແຂວງຄຳມ່ວນ ຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ພາກຂະຫຍາຍ ແຫ່ງທີ 3 ຄັ້ງນີ້ ແມ່ນໄດ້ຕິດຕາມວຽກການສຳຫຼວດ ຊົດເຊີຍຄືນທີ່ດິນຂອງພໍ່ແມ່ປະຊາຊົນ, ຕິດຕາມການກໍ່ສ້າງເສັ້ນທາງເຊື່ອມຕໍ່ (ເສັ້ນທາງຂົນສົ່ງສິນຄ້າ) ນາຄຳ-ດົງໃຕ້ ແລະ ຕິດຕາມການກໍ່ສ້າງໂຮງງານ. ໂອກາດດຽວກັນທ່ານເຈົ້າແຂວງໄດ້ຊີ້ນຳໃຫ້ບໍລິສັດເອົາໃຈໃສ່ແກ້ໄຂດ້ານການຊົດເຊີຍທີ່ດິນຂອງພໍ່ແມ່ປະຊາຊົນ ຕາມລະບຽບການ ແລະ ມີຄວາມເປັນທຳ, ຄຽງຄູ່ກັບການກໍ່ສ້າງ ແລະ ດຳເນີນການຂອງບໍລິສັດ ແມ່ນໃຫ້ເອົາໃຈໃສ່ ເຖິງການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ, ເສັ້ນທາງ, ໂຮງຮຽນ, ໂຮງໝໍ, ຕະຫຼາດ ແລະ ອື່ນໆ ລວມເຖິງການສ້າງວຽກເຮັດງານທຳຂອງປະຊາຊົນພາຍໃນທ້ອງຖິ່ນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວດີຂຶ້ນກວ່າເກົ່າ.

(ຂ່າວ: ກອງຄຳ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version