ອັດຕາເງິນເຟີ້ຂອງ ສປປ ລາວ ໃນເດືອນມີນາ 2023 ຢູ່ໃນລະດັບ 41,0%, ເມື່ອທຽບໃສ່ເດືອນມີນາ 2022 ແຕ່ເມື່ອທຽບໃສ່ເດືອນກຸມພາ 2023 ຫຼຸດລົງເລັກໜ້ອຍ (ເດືອນກຸມພາ 2023 ແມ່ນ 41,3%), ແຕ່ເມື່ອສະເລ່ຍອັດຕາເງິນເຟີ້ ໄຕມາດ 1 ປີ 2023 ຢູ່ໃນລະດັບ 40,8% ຖືວ່າຍັງຢູ່ໃນລະດັບສູງ. ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ອອກບົດລາຍງານສະພາບອັດຕາເງິນເຟີ້ປະຈຳເດືອນມີນາ 2023 ໃຫ້ຮູ້ວ່າ: ອັດຕາເງິນເຟີ້ຂອງ ສປປ ລາວ ໃນເດືອນມີນາ 2023 ຢູ່ໃນລະດັບ 41,0%, ໝວດທີ່ມີອັດຕາເງິນເຟີ້ສູງກວ່າຫມູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 51,0%, ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 41,8%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 41,7%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 36,9%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 35,0%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 27,2%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 26,7%.
ບົດລາຍງານຍັງໃຫ້ຮູ້ວ່າ: ເດືອນມີນາ 2023 ເຫັນວ່າ ຫຼາຍລາຍການສິນຄ້າຍັງມີທ່າອ່ຽງເພີ່ມຂຶ້ນ (ໂດຍສະເລ່ຍເພີ່ມຂຶ້ນ 1,6%), ໃນນັ້ນ, ລາຄາເຂົ້າສານປະເພດ 1 ເພີ່ມຈາກ ລາຄາສະເລ່ຍ 14.384 ກີບ/ກິໂລ ໃນເດືອນກຸມພາ ເປັນ 14.637 ກີບ/ກິໂລ, ຊີ້ນໝູ ເພີ່ມຈາກ 74.458 ກີບ/ກິໂລ ມາເປັນ 76.349 ກີບ/ກິໂລ, ລາຄາຊີ້ນງົວປະເພດ 1 ເພີ່ມຈາກ 96.579 ກີບ/ກິໂລ ມາເປັນ 105.725 ກີບ/ກິໂລ. ແນວໃດກໍຕາມ, ບາງລາຍການສິນຄ້າກໍໄດ້ປັບລົງເມື່ອທຽບກັບເດືອນຜ່ານມາເປັນຕົ້ນແມ່ນ ນ້ໍາມັນກະ ຊວນ, ໄຂ່ໄກ່ ແລະ ຜັກສົດ. ພ້ອມກັນນັ້ນ, ຄາດວ່າ ທ່າອ່ຽງລາຄາສິນຄ້າໃນ ເດືອນເມສາ 2023 ອາດສູງຂຶ້ນ ເມື່ອທຽບກັບປັດຈຸບັນ ເນື່ອງຈາກຄວາມຕ້ອງການຂອງຜູ້ບໍລິໂພກອາດຈະເພີ່ມຂຶ້ນ ໂດຍສະເພາະໃນໄລຍະເທດສະການປີໃໝ່ລາວ ແລະ ສະພາບການເໜັງຕີງຂອງລາຄາສິນຄ້ານໍາເຂົ້າທີ່ຍັງບໍ່ສາມາດຄາດຄະເນໄດ້ຢ່າງແນ່ນອນ. ສະນັ້ນ, ຄາດວ່າລະດັບອັດຕາເງິນເຟີ້ໃນ ເດືອນເມສາ 2023 ຈະສືບຕໍ່ຢູ່ໃນລະດັບທີ່ເພີ່ມຂຶ້ນ ຈາກເດືອນມີນາ.
ສ່ວນສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາສິນຄ້າກໍຍັງມາຈາກທັງປັດໄຈພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນ (1) ການໃຊ້ນະໂຍບາຍແບບຮັດກຸມເພື່ອຫຼຸດຜ່ອນອັດຕາເງິນເຟີ້ໂດຍການປັບຂຶ້ນອັດຕາດອກເບ້ຍນະໂຍບາຍຂອງ ປະເທດເສດຖະກິດໃຫຍ່ ໄດ້ສົ່ງຜົນກະທົບເຖິງການໄຫຼຂອງເງິນຕາ ແລະ ເຮັດໃຫ້ເງິນຕາແຂງຄ່າຂຶ້ນໂດຍສະເພາະແມ່ນ ເງິນໂດລາແຂງຄ່າ. ໃນຂະນະດຽວກັນນັ້ນ ເງິນປະເທດຄູ່ຄ້າກໍອ່ອນຄ່າລົງ ລວມທັງເງິນກີບ ຊຶ່ງກະທົບເຖິງລາຄາສິນຄ້ານໍາເຂົ້າຂອງ ສປປ ລາວ; (2) ສະຖານະການຄວາມຂັດແຍ່ງ ລະຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ຄວາມຂັດແຍ່ງທາງດ້ານເສດຖະກິດຂອງປະເທດມະຫາອໍານາດ ເຮັດໃຫ້ມີການຈໍາກັດການຜະລິດ ແລະ ຂົນສົ່ງພະລັງງານເຊື້ອໄຟ ແລະ ສິນຄ້າກະສິກໍາ ເຮັດໃຫ້ລາຄານໍ້າມັນ ແລະ ບາງສິນຄ້າກະສິກໍາ ຖີບໂຕຂຶ້ນສູງ; (3) ຖານຜະລິດ ພາຍໃນປະເທດຍັງບໍ່ທັນເຂັ້ມແຂງ, ສ່ວນຫຼາຍແມ່ນເອື່ອຍອີງ ແລະ ນໍາເຂົ້າຈາກຕ່າງປະເທດ ເຊັ່ນ: ສິນຄ້າອຸປະໂພກ-ບໍລິໂພກ, ສິນຄ້າປະເພດປັດໄຈການຜະລິດ (ຝຸ່ນວິທະຍາສາດ, ຫົວອາຫານສັດ, ຢາວັກຊິນສໍາລັບສັດ), ເຄື່ອງມື ແລະ ວິທະຍາສາດອື່ນໆ ແມ່ນໄດ້ນໍາເຂົ້າ, ດັ່ງນັ້ນ ເມື່ອລາຄາສິນຄ້າຢູ່ຕ່າງປະເທດສູງຂຶ້ນ ຈຶ່ງສົ່ງຜົນໃຫ້ລາຄາສິນຄ້າຢູ່ພາຍໃນປັບຂຶ້ນໄປຕາມໆກັນ; (4) ຄວາມອາດສາມາດໃນການແຊກແຊງຕະຫຼາດອັດຕາແລກປ່ຽນມີຄວາມຈໍາກັດ ແລະ ການຄຸ້ມຄອງລາຄາສິນຄ້າຢູ່ພາຍໃນຍັງບໍ່ທັນໄດ້ດີເທົ່າຄວນ.
ພ້ອມກັນນັ້ນ, ເມື່ອສັງເກດເບິ່ງໂຄງສ້າງລາຄາສິນຄ້າ ທີ່ຜະລິດຢູ່ພາຍໃນເປັນຕົ້ນແມ່ນ: ເຂົ້າ, ຊີ້ນ ແລະ ປາ ເຫັນວ່າ ຕົ້ນທຶນການຜະລິດເຂົ້າໄດ້ນໍາໃຊ້ວັດຖຸດິບ ຫຼື ປັດໄຈການຜະລິດມາຈາກຕ່າງປະເທດໃນສັດສ່ວນທີ່ຫລາຍສົມຄວນ. ຕົວຢ່າງ: ການຜະລິດເຂົ້ານາປີນໍາໃຊ້ ປຸ໋ຍ ກວມ 15,31% ຂອງຕົ້ນທຶນທັງໝົດ ແລະ ນ້ໍາມັນກະຊວນ ປະມານ 7,98% ຂອງຕົ້ນທຶນການຜະລິດທັງໝົດ; ການຜະລິດ ຫຼື ການລ້ຽງປາກະຊັງ ມີການນໍາເຂົ້າຫົວອາຫານປາ ແລະ ລູກປານ້ອຍກວມ 84,85% ຂອງຕົ້ນທຶນການຜະລິດທັງ ໝົດ ແລະ ການຜະລິດໝູພັນ ນໍາໃຊ້ຫົວອາຫານ, ລູກໝູນ້ອຍກວມ 82,63% ຂອງຕົ້ນທຶນການຜະລິດທັງໝົດ. ດັ່ງນັ້ນ, ການຜະລິດສິນຄ້າເຫຼົ່ານີ້ ຖ້າຫາກສືບຕໍ່ນໍາໃຊ້ປັດໄຈການຜະລິດຈາກຕ່າງປະເທດແມ່ນຈະໄດ້ຮັບຜົນກະທົບຫຼາຍ ເພາະວ່າ ຖ້າລາຄາສິນຄ້າຢູ່ຕ່າງປະເທດເພີ່ມຂຶ້ນ ແລະ ເມື່ອອັດຕາແລກປ່ຽນສະກຸນເງິນພາຍໃນອ່ອນຄ່າ ຈະເຮັດໃຫ້ຕົ້ນທຶນການນຳເຂົ້າເພີ່ມຂຶ້ນ.
ຂ່າວ: ຄ. ຄຳປະສິດ