Home ແຈ້ງການສໍາຄັນ ກົມອາຫານ ແລະ ຢາ ເຕືອນຫ້າມບໍລິໂພກ ແລະ ຈຳໜ່າຍ

ກົມອາຫານ ແລະ ຢາ ເຕືອນຫ້າມບໍລິໂພກ ແລະ ຈຳໜ່າຍ

0

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຄະນະກໍາມະການຄຸ້ມຄອງອາຫານ ແລະ ຢາ ແຫ່ງລາຊະອານາຈັກໄທ ກວດພົບຜະລິດຕະພັນອາຫານບັນຈຸຖົງ ພາສຕິກສີແດງ ສະຫລາກລະບຸ ເຝີເຮືອເຄິ່ງສໍາເລັດຮູບ (ກາເລີຣົດ) “Lerros Instant Boat Noodle” ເລກ ອ.ຢ ໄທ 12-2-01765-6-0002 ວັນ ທີ່ຜະລິດ 01.02.2023 ວັນໝົດອາຍຸ 01.05.2003, ຜະລິດໂດຍ: ກ້ວຍຕຽວເລີຣົດ ເລກທີ 9/10 ຕໍາບົນບ້ານໃໝ່ ຈັງຫວັດນົນທະບູລີ, ຈັດຈໍາໜ່າຍໂດຍ: ບໍລິສັດ ເລີຣົດ ອິນເຕີຟຸດ ຈໍາກັດ ເລກທີ 408/6 ໝູ່ 7 ຕໍາບົນ ບາງປູໃໝ່ ອໍາເພີ ເມືອງສະມຸດປາການ ປະເທດໄທ (ຕາມຮູບພາບທີ່ໄດ້ຕິດຄັດ) ມີການປົນເປື້ອນ ເຊື້ອຈຸລິນຊີ Bacillus cereus 6,600CFU/ກຣາມ ເກີນມາດຕະຖານກໍານົດ ຊື່ງສາມາດເຮັດໃຫ້ເກີດ ພະຍາດຖອກທ້ອງ, ອາຫານເປັນພິດ ແລະ ມີຄວາມອັນຕະລາຍ ຕໍ່ສຸຂະພາບ.

ດັ່ງນັ້ນ, ກົມອາຫານ ແລະ ຢາ ຈື່ງຮຽນມາຍັງທ່ານເພື່ອພິຈາລະນາຊີ້ນໍາ ເຈົ້າໜ້າທີ່ກວດກາອາຫານ ລົງຕິດຕາມ ແລະ ເຝົ້າລະວັງການນໍາເຂົ້າ ແລະ ຈໍລະຈອນຕາມທ້ອງຕະຫລາດ ແລະ ແຈ້ງມາຍັງຜູ້ບໍລິໂພກ ຫ້າມຊື້, ຫ້າມ ບໍລິໂພກ, ຈໍາໜ່າຍ ແລະ ນໍາເຂົ້າ ຜະລິດຕະພັນດັ່ງກ່າວ ຕາມທີ່ໄດ້ກ່າວ ໄວ້ຂ້າງເທິງນີ້.

ສະນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືຈັດຕັ້ງ ປະຕິບັດຕາມທາງຄວນດ້ວຍ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version