Home ຂ່າວດ່ວນ ກະຊວງສາທາລະນະສຸກ ອອກແຈ້ງການຫ້າມບໍລິໂພກ ແລະ ຈຳຫນ່າຍຜະລິດຕະພັນອາຫານເຝີເຮືອເຄິ່ງສຳເລັດຮູບ (ກາເລີຣົດ)

ກະຊວງສາທາລະນະສຸກ ອອກແຈ້ງການຫ້າມບໍລິໂພກ ແລະ ຈຳຫນ່າຍຜະລິດຕະພັນອາຫານເຝີເຮືອເຄິ່ງສຳເລັດຮູບ (ກາເລີຣົດ)

0

ໃນວັນທີ 19 ເມສາ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກຫນັງສືແຈ້ງການ ເລກທີ 3865/ກອຢ, ລົງວັນທີ 19 ເມສາ 2023, ຫ້າມບໍລິໂພກ ແລະ ຈໍາໜ່າຍຜະລິດຕະພັນອາຫານເຝີເຮືອເຄິ່ງສຳເລັດຮູບ ກາເລີຣົດ ເນື່ອງຈາກກວດພົບການປົນເປື້ອນເຊື້ອຈຸລິນຊີ Bacillus cereus 6.600CFU/ກຣາມ ເກີນມາດຕະຖານກໍານົດ ຊຶ່ງສາມາດເຮັດໃຫ້ເກີດພະຍາດຖອກທ້ອງ, ອາຫານເປັນພິດ ແລະ ມີຄວາມອັນຕະລາຍຕໍ່ສຸຂະພາບ. ເຊິ່ງຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ແຫ່ງລາຊະອານາຈັກໄທ ກວດພົບຜະລິດຕະພັນອາຫານບັນຈຸຖົງພາສຕິກສີແດງ ສະຫລາກລະບຸເຝີເຮືອເຄິ່ງສຳເລັດຮູບ (ກາເລີຣົດ) “Lerros Instant Boat Noodle” ເລກ ອ.ຢ ໄທ 12-2-01765-6-0002 ວັນທີຜະລິດ 1 ກຸມພາ 2023 ວັນໝົດອາຍຸ 1 ພຶດສະພາ 2023, ຜະລິດໂດຍ ກ້ວຍຕຽວເລີຣົດ ເລກທີ 9/10 ຕຳບົນບ້ານໃໝ່ ຈັງຫວັດນົນທະບູລີ, ຈັດຈຳໜ່າຍໂດຍ ບໍລິສັດເລີຣົດ ອິນເຕີຟຸດ ຈຳກັດ ເລກທີ408/6 ໝູ່ 7 ຕຳບົນບາງປູໃໝ່ ອຳເພີເມືອງສະມຸດປາການ ປະເທດໄທ (ຕາມຮູບພາບທີ່ໄດ້ຕິດຄັດ).

ດັ່ງນັ້ນ ກົມອາຫານ ແລະ ຢາ ຈຶ່ງແຈ້ງມາພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາຊີ້ນໍາເຈົ້າໜ້າທີ່ກວດກາອາຫານ ລົງຕິດຕາມ ແລະ ເຝົ້າລະວັງການນຳເຂົ້າ ແລະ ຈໍລະຈອນຕາມທ້ອງຕະຫລາດ ແລະ ແຈ້ງມາຍັງຜູ້ບໍລິໂພກ ຫ້າມຊື້, ຫ້າມບໍລິໂພກ, ຈໍາໜ່າຍ ແລະ ນຳເຂົ້າ ຜະລິດຕະພັນດັ່ງກ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version