Home ແຈ້ງການສໍາຄັນ ສະພາບອາກາດ ປະຈໍາວັນທີ 13 ເມສາ 2023

ສະພາບອາກາດ ປະຈໍາວັນທີ 13 ເມສາ 2023

0

ຄວາມກົດດັນຕໍ່າຂອງອາກາດຮ້ອນ ທີ່ມີກໍາລັງອ່ອນປົກຄຸມຢູ່ເຂດ ພາກເໜືອ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບລົມຕາເວັນ ຕົກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນເອົ້າຕື່ມອີກ ແລະ ຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມ ໃນລະຫວ່າງ 17-32 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ພ້ອມມີໝອກແຫ້ງ ຄ້າຍຄືຄວັນໄຟປົກຫຸ້ມຢູ່ທົ່ວໄປ, ອາກາດຈະຮ້ອນເອົ້າຫລາຍຢູ່ ແຂວງ ບໍ່ແກ້ວ. ຫລວງພະບາງ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 18-38 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກ ແຫ້ງປົກຫຸ້ມໃນຕອນກາງເວັນ. ອຸນຫະພູມໃນລະຫວ່າງ 28-38 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 24-38 ອົງສາ.

-ແຂວງໄຊສົມບູນ: ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງ ບໍລິເວນ. ອຸນຫະພູມໃນລະຫວ່າງ 17-32 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີ ລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 25-38 ອົງສາ.

-ເຂດພູພຽງບໍລະເວນ: ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 17-28 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version