ໃນວັນທີ 9-13 ເມສາ 2023 ຜ່ານມາ ສະຫາຍ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າບໍລິໂພກສາກົນ ( China International Consumer Expo – Hainan Expo), ທີ່ເມືອງຫາຍໂຄ, ແຂວງຫາຍນານ ສປ ຈີນ. ງານວາງສະແດງດັ່ງກ່າວ ເປັນງານວາງສະແດງລະດັບຊາດຄັ້ງທໍາອິດພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ເປັນຄັ້ງທີ 3 ຂອງ ສປ ຈີນ ທີ່ກໍານົດເອົາ ສິນຄ້າບໍລິໂພກເປັນຫົວຂໍ້ສຳຄັນ ແລະ ຍັງເປັນງານສະແດງສິນຄ້າ ບໍລິໂພກທີ່ໃຫ່ຍທີ່ສຸດ ໃນຂົງເຂດອາຊີ-ປາຊີຟິກ.

ງານຄັ້ງນີ້ ນອກຈາກຈະເປັນການວາງສະແດງສິນຄ້າທີ່ມີຄຸນນະພາບ ແລະ ມີຄວາມທັນສະໄໝຊັ້ນແນວຫນ້າຂອງໂລກແລ້ວ, ກໍຍັງຈະເປັນເວທີສໍາຄັນ ສໍາລັບພາກລັດ ແລະ ພາກທຸລະກິດ ຂອງ ສປ ຈີນ ແລະ ບັນດາປະເທດຕ່າງໆ ທີ່ເຂົ້າຮ່ວມງານ ກໍຄືລະຫວ່າງບັນດາພາກສ່ວນກ່ຽວຂ້ອງຕ່າງໆ ຂອງປະເທດທີ່ເຂົ້າຮ່ວມງານຄັ້ງນີ້ດ້ວຍກັນໃນການປຶກສາຫາລື, ແລກປ່ຽນທັດສະນະ ແລະ ປະສົບການທີ່ດີຮ່ວມກັນ, ເພື່ອຊອກຫາຊ່ອງທາງຮ່ວມມືຄ້າຂາຍນຳກັນ ລວມທັງເປັນການເພີ່ມຄວາມເຊື່ອໝັ້ນໃຫ້ບັນດາຜູ້ປະກອບການ, ຜູ້ຊື້-ຜູ້ຂາຍ ທີ່ມີທ່າແຮງທີ່ຢູ່ໃນແຖວຫນ້າດ້ານສິນຄ້າອູປະໂພກ ລວມທັງຜູ້ບໍລິໂພກ ຂອງ ສປ ຈີນ ແລະ ປະເທດເຂົ້າຮ່ວມອື່ນໆ ຈາກທົ່ວໂລກ ໄດ້ໂຄສະນາສິນຄ້າຂອງຕົນ ເພື່ອເປັນການສົ່ງເສີ່ມສິນຄ້າອຸປະໂພກ ປະເພດຕ່າງໆ ໃຫ້ມີຄຸນນະພາບດີຂື້ນ ທັງເປັນການເຊື່ອມໂຍງ ແລະ ຂະຫຍາຍຕະຫຼາດສິນຄ້າຂອງຕົນອອກສູ່ພາຍນອກກໍຄືຕະຫລາດສາກົນຫລາຍຂຶ້ນ ຊຶ່ງໃນງານຄັ້ງນີ້ ໄດ້ມີບັນດາບໍລິສັດທີ່ເຂົ້າຮ່ວມງານວາງສະແດງຈາກ 65 ປະເທດ ແລະ ເຂດແຄວ້ນທີ່ໄດ້ມາເຂົ້າຮ່ວມງານວາງສະແດງ ແລະ ມີສິນຄ້າຫລາຍກ່ວາ 3000 ປະເພດທີ່ມາຮ່ວມວາງສະແດງ ແລະ ໃນນັ້ນມີປະມານ 300 ກ່ວາປະເພດທີ່ເປັນສິນຄ້າໃຫມ່ຫາກໍ່ເລີ່ມນໍາມາເປີດໂຕ ແລະໂຄສະນາສູ່ຕະຫລາດ.

ໃນໂອກາດເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮັບກຽດໃຫ້ຂຶ້ນມີຄໍາເຫັນໃນພິທີເປີດງານທາງການ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຝ່າຍ ສປ ຈີນ ໂດຍສະເພາະແຂວງຫາຍຫນານ ແລະ ຄະນະຮັບຜິດຊອບຈັດດງານວາງສະແດງໃນຄັ້ງນີ້ທີ່ສາມາດຈັດງານໄດ້ຢ່າງຫຍິ່ງໃຫ່ຍ, ຈົບງາມ ແລະ ມີຄວາມຫມາຍສໍາຄັນສອດຄ່ອງກັບສະພາບເສດຖະກິດຂອງໂລກໃນປະຈຸບັນ ນອກນັ້ນ ທ່ານຮອງນາຍົກລັດຖະມົນຕີຍັງໄດ້ແຈ້ງໃຫ້ແຂກທີ່ເຂົ້າຮ່ວມໃນພິທີເປີດງານວາງສະແດງຊາບວ່າ ໃນວັນທີ 13 ເມສາ 2023, ສປປ ລາວ ແລະ ສປ ຈີນ ຈະໄດ້ເປີດໃຫ້ບໍລິການລົດໄຟຖ້ຽວປະຖົມມະລຶກ ນະຄອນຫຼວງວຽງຈັນ-ຄຸນໜີງ ແລະ ຄຸນໝິງ-ນະຄອນຫຼວງວຽງຈັນ ແລະ ເຊີນຊວນໃຫ້ບັນດາແຂກໄປໃຊ້ບໍລິການ ແລະ ຢ້ຽມຢາມ ສປປ ລາວ.
