Home ຂ່າວໜ້າໜຶ່ງ ທ່ານນາຍົກ ເນັ້ນ ສອວ ເປັນກະບອກສຽງໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ

ທ່ານນາຍົກ ເນັ້ນ ສອວ ເປັນກະບອກສຽງໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ

0

ສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ (ສອວ) ຈັດງານລ້ຽງສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566 ຂຶ້ນໃນວັນທີ 8 ເມສາ 2023 ຢູ່ພັດຕະຄານແມ່ຂອງ (ຫຼັກ 4) ເມືອງສີສັດຕະນາກ ເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີບັນດາຮອງລັດຖະມົນຕີ ກົມ ພະແນກ ພະນັກງານອາວຸໂສບໍານານ ສະມາຊິກ ສອວ ແລະ ແຂກຖືກເຊີນ.

ທ່ານ ສົມພົງ ມົງຄົນວິໄລ ໄດ້ຂຶ້ນລາຍງານຜົນການເຄື່ອນໄຫວວຽກງານ ສອວ ປະຈໍາປີ 2022 ແລະ ແຜນການ 6 ເດືອນທ້າຍປີ ບາງຕອນວ່າ: ສອວ ຖືເອົາວຽກງານແນວຄິດການເມືອງ ກໍຄືຄວາມໃກ້ຊິດ ສະໜິດສະໜົມ ຄວາມສາມັກຄີເປັນປຶກແຜ່ນເປັນວຽກງານສໍາຄັນຕົ້ນຕໍ ຕາມແນວທາງນະໂຍບາຍ ຂອງພັກ-ລັດ ສະກັດກັ້ນ ແລະ ຕ້ານການປັ່ນປ່ວນແບ່ງແຍກພາຍໃນອັນໄດ້ເຮັດໃຫ້ສະມາຊິກ ສອວ ມີຄວາມອົບອຸ່ນທຸ່ນທ່ຽງ ມີຄວາມສະຫງົບ ມີຄວາມສາມັກຄີເປັນປຶກແຜ່ນບົນພື້ນຖານ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ພາຍໃນ ສອວ ແລະ ລວມທັງສະມາຄົມພາຍນອກ ພ້ອມກັນນີ້ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງ ຮັບຮອງເອົາຄະນະບໍລິຫານງານ ສອວ ສະໄຫມທີ VI ແລະ ໄດ້ຕໍ່ທະບຽນສະມາຄົມປະຈໍາປີຕາມລະບຽບການ ໄດ້ຮັບເອົາສະມາຊິກໃໝ່ ມາເຖິງປັດຈຸບັນສະມາຊິກ ສອວ ມີທັງໝົດ 920 ຄົນ ຍິງ 531 ຄົນ ຢູ່ຂັ້ນນະຄອນຫຼວງວຽງຈັນ ມີ 638 ຄົນ ຍິງ 324 ຄົນ ແລະ ຢູ່ 3 ເມືອງ ມີ 282 ຄົນ ຍິງ 207 ຄົນ ສອວ ໄດ້ພົບປະສອງຝ່າຍກັບສະມາຄົມຜູ້ອາຍຸສູງ ແຫ່ງຊາດ ສສ ຫວຽດນາມ ໃນໂອກາດທີ່ພວກເພິ່ນໄດ້ນໍາພາຄະນະສິລະປະ 19/5 ມາຮ່ວມສະແດງຢູ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດລາວ-ຫວຽດນາມ ປະຈໍາປີ 2022 ໄດ້ນໍາສະເໜີຂັ້ນເທິງຍ້ອງຍໍຜົນງານ 10 ປີຂອງ ສອວ ພ້ອມນີ້ ກໍໄດ້ຈັດຕັ້ງການສະເຫຼີມສະຫຼອງວັນສໍາຄັນຕ່າງໆ ແລະ ໄດ້ເຂົ້າຮ່ວມຟັງປາຖະກະຖານອົງການ ຈັດຕັ້ງພັກ-ລັດ.

ນອກຈາກນີ້ ໄດ້ຈັດຕັ້ງປະຕິບັດນະໂຍບາຍຕໍ່ສະມາຊິກທີ່ເຈັບເປັນ ປະກອບສ່ວນນໍາສັງຄົມພາຍນອກ ເປັນເຈົ້າສັດທາກອງກະຖິນສາມັກຄີ ໄປທອດຖວາຍທີ່ວັດຫົວເມືອງໄດ້ເງິນທັງໝົດ ໃຫ້ການອຸປະຖໍາຊ່ວຍ ເຫຼືອປ່ຽນຖ່າຍຜ້າພົມປູພື້ນໃໝ່ໃຫ້ໂຮງກາຍຍະສິນແຫ່ງຊາດ ແລະ ໂມທະນານໍາການປະຕິສັງຂອນພຸດທະສິມມາວັດເກົ່າແກ່ຂອງສະຖານີດາວທຽມລາວ ແລະ ອື່ນໆ.

ສໍາລັບແຜນການວຽກງານ 6 ເດືອນທ້າຍປີ 2023 ແມ່ນກະກຽມເປີດກອງປະຊຸມໃຫຍ່ ຄັ້ງທີ VII ຂຶ້ນໃນທ້າຍເດືອນມັງກອນ ປີ 2024 ຕາມສະໄຫມກອງປະຊຸມໃຫຍ່ທີ່ກໍານົດໄວ້ ໃນກົດລະບຽບຂອງ ສອວ ສະບັບປັດຈຸບັນ ລິເລີ່ມຄົ້ນຄວ້າຮ່າງກົດລະບຽບສະມາຄົມຜູ້ອາຍຸສູງແຫ່ງຊາດ ໂດຍປະສານສົມທົບກັບກະຊວງພາຍໃນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານສະມາຄົມຜູ້ອາຍຸສູງ ນະ ຄອນຫຼວງວຽງຈັນ.

ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການເຄື່ອນໄຫວຂອງ ສອວ ທີ່ຍາດມາໄດ້ໃນ 1 ປີຜ່ານມາ ເຊິ່ງເປັນອົງກອນເຕົ້າໂຮມບັນດາຜູ້ອາຍຸສູງຂອງພັກ-ລັດ ແລະ ເອກະຊົນ ເປັນກໍາລັງແຮງ ເປັນກະບອກສຽງໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ໃຫ້ແກ່ສັງຄົມ ກໍຄືລູກຫຼານ ໄດ້ຮັບຮູ້ ເຂົ້າໃຈ ແລະ ເຂົ້າເຖິງຕໍ່ບັນດາກົດໝາຍຂອງພັກ-ລັດທີ່ວາງອອກ ພ້ອມດຽວກັນນັ້ນ ສອວ ຍັງໄດ້ເອົາໃຈໃສ່ຕິດຕາມຂ່າວສານຫາງສຽງຕ່າງໆທີ່ເກີດຂຶ້ນໃນສັງຄົມລາວ ເພື່ອພ້ອມກັນກັບພັກ-ລັດຖະບານ ແລະ ອົງການຈັດຕັ້ງຂອງລັດ ໃນການຕອບໂຕ້ບັນດາຖ້ອຍທໍານອງທີ່ບໍ່ດີຕໍ່ປະເທດຊາດຂອງພວກເຮົາ ຖືໂອກາດໃນການເຂົ້າຮ່ວມສະຫຼອງປີໃໝ່ນີ້ ຂອງ ສອວ ໃນນາມສ່ວນຕົວ ກໍຄືຕາງໜ້າພັກ-ລັດຖະບານ ຂໍອວຍໄຊໃຫ້ພອນແກ່ບັນດາທ່ານຜູ້ອາຍຸສູງ ເວົ້າລວມ ເວົ້າສະເພາະຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ຈົ່ງມີອາຍຸໝັ້ນຍືນ ມີສຸຂະພາບພາລານະໄມທີ່ດີ ມີຄວາມຜາສຸກ ມີຄວາມເບີກບານມ່ວນຊື່ນ ສືບຕໍ່ເປັນຫຼັກແຫຼ່ງໃຫ້ລູກຫຼານ ເປັນຕົ້ນແມ່ນການຕິດຕາມກວດກາສຶກສາອົບຮົມລູກຫຼານ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຕໍ່ໄປ.

ພ້ອມກັນນີ້ ພາຍໃນງານຍັງໄດ້ຈັດພິທີບາສີສູ່ຂວັນ ໃຫ້ແກ່ການນໍາພັກ-ັລດ ກໍຄືສະມາຊິກ ສອວ ພ້ອມທັງຮັບການສະໜັບສະໜູນຈາກບັນດາບໍລິສັດ ຫ້າງຮ້ານ ນັກທຸລະກິດ ແລະ ບຸກຄົນ ອີກຈໍານວນໜຶ່ງ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version