Home ຂ່າວຕ່າງປະເທດ ອາຣັບບີຊາອຸດິດ ຈະສົ່ງນ້ຳມັນດິບໃຫ້ອາຊີເໜືອຕາມ​ສັນຍາ​ກຳນົດ​ໄວ້

ອາຣັບບີຊາອຸດິດ ຈະສົ່ງນ້ຳມັນດິບໃຫ້ອາຊີເໜືອຕາມ​ສັນຍາ​ກຳນົດ​ໄວ້

0

ຕາມ​ຂ່າວ​ຈາກສິງກະ​ໂປ ວັນ​ທີ 10 ​ເມສາ​ນີ້ Saudi Aramco ​ແມ່ນບໍລິສັດ​ນ້ຳມັນ​ແຫ່ງ​ໃຫຍ່ ຂອງ​ອາຣັບບີຊາ​ອຸ​ດິດ ຈະ​ຈັດ​ສົ່ງ​ ນ້ຳມັນ​ດິບ ​ໃຫ້​ແກ່ຜູ້​ຊື້​ໃນ​ອາຊີ​ເໜືອ​ເຕັມ​ໂຄ​ຕາ ຕາມ​ສັນຍາ​ງວດ​ສົ່ງ​ມອບ​ເດືອນພືດ​ສະພາ​ນີ້ ​ເຖິງ​ວ່າຈະ​ປັບ​ຫລຸດ​ກຳລັງການ​ຜະລິດ​ລົງ​ວັນ​ລະ 500.000 ຖັງ​ຕໍ່​ວັນ. ຂະນະ​ທີ່ກຸມ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ​ແລະ ປະ​ເທດ ນອກ​ກຸ່ມ OPEC ປະກາດວ່າ: ຈະ​ປັບ​ຫລຸດ​ກຳລັງ​ການ​ຜະລິດ​ເຖິງ​ວັນ​ລະ 1,16 ລ້ານ​ຖັງ ​ຕໍ່​ວັນ ຕັ້ງ​ແຕ່​ເດືອນ​ພືດ​ສະພາ​ ໄປ​ຈົນ​ເຖິງ​ທ້າຍ​ປີ​ນີ້ຈະ​ສົ່ງ​ຜົນກະທົບຕໍ່​ປະລິມານ​ນ້ຳມັນ​ໃນ​ອາຊີ ຊຶ່ງ​ເປັນ​ຕະຫລາດນຳ​ເຂົ້ານ້ຳມັນ​ດິບ​ແຫ່ງ​ໃຫຍ່​ທີ່ສຸດ​ໃນ​ໂລກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version