ຕາມຂ່າວຈາກ ອົງການ ອະນາໄມໂລກ (WHO), ທ່ານ ເທໂດຣສ ອາຮານອມ ເກເບຣເຢຊຸສ (Tedros Adhanom Ghebreyesus),ຜູ້ອຳນວຍການ ອົງການ ອະນາໄມໂລກ ປະກາດ ຈະຍົກເລີກ ສະຖານະການ ສຸກເສີນ ຂອງພະຍາດ ໂຄວິດ-19 ພາຍໃນປີນີ້ ຫລັງຈາກ ເດັກ ແລະ ໄວໝຸ່ມ ທີ່ມີສຸຂະ ພາບ ແຂງແຮງ ອາດບໍ່ຈຳເປັນ ຕ້ອງສັກວັກຊິນ ປ້ອງກັນ ໂຄວິດ-19 ອີກຕໍ່ໄປ ເນື່ອງຈາກ ທົ່ວໂລກ ໄດ້ປັບຕົວ ໃຫ້ສາມາດ ໃຊ້ຊີວິດ ຢູ່ຮ່ວມກັບ ເຊື້ອພະຍາດ ດັ່ງກ່າວ ໄດ້ຢ່າງຖາວອນ. ແຕ່ປະຊາກອນ ຜູ້ສູງອາຍຸ ແລະ ຜູ້ມີຄວາມສ່ຽງສູງ ລວມທັງ ຜູ້ມີພະຍາດ ປະຈຳຕົວ ຄວນໄດ້ຮັບ ວັກຊິນ ເຂັມກະຕຸ້ນ ໂຄວິດ-19 ພາຍໃນ 6-12ເດືອນ ຫລັງສັກວັກຊິນ ເຂັມຫລ້າສຸດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ