Home ຂ່າວຕ່າງປະເທດ ສປຈີນ ເປີດໃຊ້ດາວທຽມສຳຫລວດໂລກ ລະບົບໄຮເປີຣສະເປກຕຳ

ສປຈີນ ເປີດໃຊ້ດາວທຽມສຳຫລວດໂລກ ລະບົບໄຮເປີຣສະເປກຕຳ

0
лªÉçÕÕƬ£¬Î÷²ý£¬2023Äê3ÔÂ17ÈÕ ÎÒ¹ú³É¹¦·¢Éä¸ß·ÖÊ®ÈýºÅ02ÐÇ 3ÔÂ17ÈÕ16ʱ33·Ö£¬ÎÒ¹úÔÚÎ÷²ýÎÀÐÇ·¢ÉäÖÐÐÄʹÓó¤Õ÷ÈýºÅÒÒÔËÔØ»ð¼ý£¬³É¹¦½«¸ß·ÖÊ®ÈýºÅ02ÐÇ·¢ÉäÉý¿Õ£¬ÎÀÐÇ˳Àû½øÈëÔ¤¶¨¹ìµÀ£¬·¢ÉäÈÎÎñ»ñµÃÔ²Âú³É¹¦¡£ лªÉç·¢£¨Ó¦Áú·É É㣩

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 5 ເດືອນ ເມສາ, ກະຊວງ ນິເວດວິທະຍາ ແລະ ສິ່ງແວດລ້ອມ ຂອງ ຈີນ ລາຍງານ ກ່ຽວກັບ ການເປີດ ນຳໃຊ້ ດາວທຽມ ສຳຫລວດໂລກ ລະບົບ ໄຮເປີຣສະເປກຕັມ (hyperspectral) ທີ່ ພັດທະນາ ຂຶ້ນເອງ ຫລັງຈາກ ສຳເລັດ ການທົດລອງ ໃນວົງໂຄຈອນ. ດາວທຽມ ເກົາເຟິນ-5 02 (Gaofen-5 02) ໄດ້ຖືກສົ່ງຂຶ້ນ ສູ່ອາວະກາດ ເມື່ອວັນທີ 7 ກັນຍາປີ 2021 ໂດຍ ທີມອອກແບບ ໄດ້ຕິດຕັ້ງ ອຸປະກອນ ບັນທຸກ ເທິງດາວທຽມ 7 ອັນ ຊຶ່ງ ລວມເຖິງ ກ້ອງໄຮເປີຣສະເປກຕັມ ອິນຟຣາເຣດຄື້ນສັ້ນ. ອຸປະກອນ ດັ່ງກ່າວນີ້ ຈະດຳເນີນ ການກວດກາ ອາກາດ, ນໍ້າ ແລະ ທີ່ດິນ ເພື່ອແນໃສ່ ສົ່ງເສີມ ຄວາມພະຍາຍາມ ດ້ານການປົກປ້ອງ ສິ່ງແວດລ້ອມ ຂອງ ຈີນ ເພື່ອສະກັດກັ້ນ ມົນລະພິດ ລວມເຖິງ ການສະໜັບ ສະໜູນ ການບັນລຸເປົ້າໝາຍ ການປ່ອຍແກັສ ກາກບອນ ສູ່ລະດັບ ສູງສຸດ ແລະ ການບັນລຸ ຄວາມເປັນກາງ ທາງກາກບອນ. ນອກຈາກນີ້, ດາວທຽມ ເກົາເຟິນ-502 ຍັງສາມາດ ໃຫ້ຂໍ້ມູນ ການສຳຫລວດ ໄລຍະໄກ ໄຮເປີຣສະເປກຕັມ ທີ່ມີ ຄວາມຊັດເຈນ ສຳລັບ ຜູ້ນຳໃຊ້ ໃນອຸດສາຫະກຳອື່ນໆເຊັ່ນ: ການສຳຫລວດ ຊັບພະຍາກອນ ແຮ່ທາດ, ການປະມານ ຜົນຜະລິດພືດ ແລະ ການວິໄຈ ການປ່ຽນແປງ ຂອງສະພາບ ພູມອາກາດ ແລະອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version