Home ຂ່າວໜ້າໜຶ່ງ ເຜີຍແຜ່ຍຸດທະສາດການເງິນ ສໍາລັບການຄຸ້ມຄອງຄວາມສ່ຽງໄພພິບັດຢູ່ລາວ

ເຜີຍແຜ່ຍຸດທະສາດການເງິນ ສໍາລັບການຄຸ້ມຄອງຄວາມສ່ຽງໄພພິບັດຢູ່ລາວ

0

ໂດຍຮັບການສະໜັບສະໜູນ ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດ ໃນພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ໄດ້ຈັດພິທີເຜີຍແຜ່ຍຸດທະສາດການເງິນ ສໍາລັບການຄຸ້ມຄອງຄວາມສ່ຽງໄພພິບັດຢູ່ ສປປ ລາວ ໄລຍະ 2022-2030 ວັນທີ 5 ເມສາ 2023 ທີ່ໂຮງແຮມເມືອງແທງ ເປັນປະທານຮ່ວມຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ອາເລັກຊານເດີ ເຄຣມເມີ ຫົວໜ້າຫ້ອງການທະນາຄານໂລກປະຈໍາລາວ ມີບັນດາຫົວໜ້າກົມ ຮອງກົມ ແລະ ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງເຂົ້າຮ່ວມ.

ຍຸດທະສາດການເງິນ ສໍາລັບການຄຸ້ມຄອງຄວາມສ່ຽງໄພພິບັດ ຢູ່ ສປປ ລາວ ໄລຍະ 2022-2030 ທີ່ນຳມາເຜີຍແຜ່ຄັ້ງນີ້ແມ່ນ ການຜັນຂະຫຍາຍຍຸດທະສາດທີ 12 ຂອງຍຸດທະສາດແຫ່ງຊາດ ວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ 2021-2030 ເຊິ່ງຄະນະຮັບຜິດຊອບຂອງກະຊວງການເງິນ ໄດ້ດຳເນີນການຄົ້ນຄວ້າສ້າງນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຈົນຮອດທ້າຍປີ 2021 ຈຶ່ງສໍາເລັດເບື້ອງຕົ້ນ ແລະ ຖືກຮັບຮອງຢ່າງເປັນທາງການຈາກທ່ານລັດຖະມົນຕີກະຊວງການເງິນ ໃນວັນທີ 22 ກັນຍາ 2022.

ຍຸດທະສາດການເງິນສະບັບນີ້ປະກອບມີ 3 ພາກຄື ພາກທີ 1 ນໍາສະເໜີສະພາບລວມຂອງໄພພິບັດທຳມະຊາດຢູ່ພາກພື້ນ ແລະ ສປປ ລາວ ພາກທີ 2 ນຳສະເໜີກ່ຽວກັບເນື້ອໃນ ເປົ້າໝາຍ ແລະ ວຽກຈຸດສຸມຂອງແຕ່ລະຍຸດທະສາດ ແລະ ພາກທີ່ 3 ນຳສະເໜີກ່ຽວກັບແຜນຈັດຕັ້ງປະຕິບັດຍຸດທະສາດໂດຍໄດ້ແບ່ງການຈັດຕັ້ງປະຕິບັດອອກເປັນ 2 ໄລຍະຄືໄລຍະທີ1 2022-2026 ແລະ ໄລຍະທີ2 2027-2030 ແລະ ປະກອບ ມີ 6 ຍຸດທະສາດຍ່ອຍຄືຍຸດທະສາດທີ 1 ສ້າງ ແລະ ປັບປຸງນະໂຍບາຍ ແລະ ນິຕິກໍາ ຍຸດທະສາດທີ່ 2 ສ້າງຄວາມເຂັ້ມແຂງດ້ານສະຖາບັນ ຍຸດທະສາດທີ 3 ຄຸ້ມຄອງ ແລະ ວິໄຈ ຂໍ້ມູນໄພພິບັດ ຍຸດທະສາດທີ 4 ປັບປຸງຂອບວຽກງານດ້ານການເງິນພາກລັດ ສໍາລັບຄວາມສ່ຽງໄພພິບັດ ຍຸດທະສາດທີ 5 ສ້າງ ແລະ ປັບປຸງຜະລິດຕະພັນການເງິນພາກເອກະຊົນ ສໍາລັບຄວາມສ່ຽງໄພພິບັດ ແລະ ຍຸດທະສາດທີ 6 ການຮ່ວມມືສາກົນ.

ການຄົ້ນຄວ້າສ້າງຍຸດທະສາດການເງິນສະບັບນີ້ ແມ່ນດໍາເນີນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການປິດປະເທດ ເຮັດໃຫ້ການສ້າງຍຸດທະສາດໃຊ້ເວລາຍາວນານເກີນກວ່າ 2 ປີຈຶ່ງສຳເລັດ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version