Home ຂ່າວພາຍໃນ ກະຊວງການຕ່າງປະເທດຈັດ ປາຖະ ກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ແລະວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ

ກະຊວງການຕ່າງປະເທດຈັດ ປາຖະ ກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ແລະວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ

0

ຕອນບ່າຍຂອງ ວັນທີ 04 ເມສາ 2023 ກະຊວງການຕ່າງປະເທດ ໄດ້ຈັດປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະ ເທດຊາດ ຄົບຮອບ 77 ປີ, ໃຫ້ກຽດຂຶ້ນບັນຍາຍໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດ ຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງມີບັນດາຄະນະ ພັກ-ຄະນະນຳ, ພະນັກງານ – ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໃນພິທີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ທາດແທ້, ອຸດົມການ, ການເຕີບໃຫ່ຍຂະຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ຜົນງານອັນໃຫ່ຍຫຼວງ ຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະ 68 ປີ ໂດຍອັນພົ້ນເດັ່ນກ່ວາໝູ່ແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈຳນົນ, ພິລະອາດຫານ ທີ່ນຳໄປສູ່ໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ ແຫ່ງການນຳພາອັນສະຫຼາດສ່ອງໃສຂອງພັກ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ສືບຕໍ່ນຳພາການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ. ນອກນີ້ ສະຫາຍ ຍັງໄດ້ຊີ້ແຈງໃຫ້ເຫັນວ່າ: ພັກປະຊາຊົນປະຕິວັດລາວແມ່ນພັກຂອງຊົນຊັ້ນກຳມະກອນ ຈົ່ງຮັກພັກດີ ຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜຸ້ອອກແຮງງານຂອງຊາດລາວທັງໝົດ, ຍາມໃດກໍ່ໃຫ້ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິ ຫານ ເປັນພື້ນຖານໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ.

ພ້ອມດຽວກັນນີ້, ເພື່ອລະນຶກເຖິງວັນເສຍອົງຄະ ແລະ ເສຍສະຫຼະຊີວິດຂອງນັກຮົບປະຊາຊົນລາວ ເພື່ອປະເທດຊາດ ຄົບຮອບ 77 ປີ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ເລົ່າຄືນມູນເຊື້ອການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ໂດຍສະເພາະແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເຊີ່ງແມ່ນໜື່ງໃນບັ້ນຮົບຕໍ່ສູ້ທີ່ສໍາຄັນທີ່ສຸດຢູ່ໃນລາວ ເຖິງຈະບໍ່ໄດ້ຮັບໄຊຊະນະ ແລະ ຖືກປາບປາມຢ່າງນອງເລືອດກໍ່ຕາມ ແຕ່ມັນໄດ້ກາຍເປັນເຫດ ການ ປຸກລະດົມນ້ໍາໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ. ພ້ອມນັ້ນ, ຍັງພິສູດໃຫ້ເຫັນເຖິງຄວາມກ້າຫານ, ເສຍສະຫຼະໃນການຊີ້ນໍາ ແລະ ບັນຊາສູ້ຮົບຂອງກໍາລັງປະຕິວັດລາວ ໂດຍສະເພາະແມ່ນ ປະທານ ສຸພານຸວົງ ທີ່ມີນຳ້ໃຈເປັນນັກຮົບປະຕິວັດທີ່ກ້າແກ່ນ, ເປັນຜູ້ບັນ ຊາການທະຫານ ໃນການວາງແຜນສູ້ຮົບ ແລະ ການເປັນຜູ້ທີ່ກ້າເສຍສະຫຼະເພື່ອປະເທດຊາດຢ່າງອົງອາດກ້າຫານ. ບັ້ນຮົບດັ່ງກ່າວ ໄດ້ກາຍເປັນເຫດການປະຫວັດ ສາດແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາ ທິປະໄຕ ກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.

ໃນໂອກາດດຽວກັນ, ສະຫາຍ ສົມສະ ຫວາດ ເລັ່ງສະຫວັດ ໄດ້ເນັ້ນໜັກໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢຶດໝັ້ນໃນແນວຄິດ ທິດສະດີມາກ- ເລນິນ ແລະ ແນວຄິດໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິຍົມຢ່າງໜັກ ແໜ້ນ, ຢຶດໝັ້ນ ແລະ ປະຕິບັດຢ່າງຖືກ ຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ຢຶດໝັ້ນໃນຊົນຊັ້ນກຳມະກອນ ແລະ ຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ຂອງປະຊາຊົນ, ສ້າງຄວາມເປັນແບບຢ່າງທາງດ້ານແນວຄິດ ແລະ ພຶດຕິ ກຳ ຈໍາກັດແກ້ໄຂປະກົດການຫຍໍ້ທໍ້ ດ້ານຕ່າງໆ ທັງເປັນເຈົ້າຕົນເອງ ແລະ ເສີມຂະຫຍາຍກໍາລັງແຮງພາຍໃນຊາດ ສົມ ທົບກັບການພົວພັນຮ່ວມມືກັບສາກົນ ແລະ ບັນດາປະເທດເພື່ອມິດຍຸດທະສາດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ.

ໂດຍຖືເອົາໂອກາດອັນມີຄວາມໝາຍຄວາມສຳຄັນນີ້ ໄດ້ມີພິທີມອບ-ຮັບບັດສະມາຊິກພັກ ງວດທີ 1 ປີ 2023 ໃຫ້ແກ່ສະມາຊິກພັກສົມບູນ ຈຳນວນ 140 ສະຫາຍ, ໃຫ້ກຽດມອບໂດຍສະຫາຍຕິ່ງ ສຸກສັນ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.

ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version