ແມ່ນໍ້າຂອງ ເປັນຊັບພະຍາກອນທີ່ຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ແລະ ເຮັດໜ້າທີ່ສະໜັບສະໜູນອຸ້ມຊູຊີວິດການເປັນຢູ່ຂອງປະຊາຊົນຫຼາຍລ້ານຄົນໃນພາກພື້ນແມ່ນໍ້າຂອງຕອນລຸ່ມ ດ້ວຍການສະໜອງດ້ານພະລັງງານ, ສະບຽງອາຫານ, ຊັບພະຍາກອນນໍ້າ ເພື່ອອຸປະໂພກ-ບໍລິໂພກ ແລະ ເປັນແຫຼ່ງສ້າງລາຍຮັບ. ແຕ່ການຂະຫຍາຍຕົວດັ່ງກ່າວ ແມ່ນຂຶ້ນກັບສະພາບຄວາມອຸດົມສົມບູນຂອງແມ່ນໍ້າຂອງ ແລະ ຄວາມຕ້ອງການດ້ານພະລັງງານຂອງພາກພື້ນ ຄາດວ່າ ຈະຂະຫຍາຍຕົວໃນລະດັບ 6-7% ຕໍ່ປີ ແລະ ບັນດາປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງຕອນລຸ່ມ ກໍກໍາລັງລົງທຶນກັບເຂື່ອນໄຟຟ້າພະລັງນໍ້າທີ່ມີທ່າແຮງບ່ອມຊ້ອນໃນເຂດນີ້.
ການພັດທະນາເຂື່ອນໄຟຟ້າພະລັງນໍ້າໃນແມ່ນ້ຳຂອງ ໄດ້ມີການລິເລີ່ມມາຫຼາຍປີແລ້ວຢູ່ເຂດແມ່ນ້ຳສາຂາຢູ່ໄທ, ຫວຽດນາມ ແລະ ທາງຕອນລຸ່ມຂອງກຳປູເຈຍ. ໃນຊຸມທົດສະວັດທີ່ຜ່ານມາ, ການພັດທະນາເຂື່ອນໄຟຟ້າພະລັງນໍ້າ ໄດ້ມີການຂະຫຍາຍຕົວຫຼາຍຢູ່ໃນອ່າງແມ່ນໍ້າຂອງຕອນລຸ່ມ, ຄຽງຄູ່ກັບການລົງທຶນເພີ່ມຂຶ້ນຂອງພາກສ່ວນເອກະຊົນ ໃນດ້ານໂຄງລ່າງພື້ນຖານດ້ານພະລັງງານ. ໃນນັ້ນ, ໂຄງການຕົ້ນຕໍ ທີ່ວາງແຜນໄວ້ມີ 11 ໂຄງການ, ມີ 7 ໂຄງການທີ່ຕັ້ງຢູ່ ສປປ ລາວ, ຢູ່ກຳປູເຈຍ 2 ໂຄງການ ແລະ ມີ 2 ໂຄງການທີ່ຕັ້ງຢູ່ຊາຍແດນຂອງ ລາວ-ໄທ. ປັດຈຸບັນ, ມີ 2 ໂຄງການຄື: ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ແລະ ເຂື່ອນໄຟຟ້າພະລັງນໍ້າດອນສະໂຮງ ທີ່ໄດ້ດໍາເນີນການຜະລິດແລ້ວ. ສ່ວນອີກ 4 ໂຄງການ ທີ່ໄດ້ດຳເນີນຂະບວນການປຶກສາຫາລືລ່ວງໜ້າ ຂອງ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ), (ແຕ່ສາມາດສໍາເລັດຂະບວນການດັ່ງກ່າວຢ່າງເປັນທາງການພຽງ 3 ໂຄງການ).
ມາຮອດປີ 2019, ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ໃນອ່າງແມ່ນໍ້າຂອງຕອນລຸ່ມ ມີຈໍານວນທັງໝົດ 89 ໂຄງການ, ມີກຳລັງຕິດຕັ້ງ (Installed Capacity) ທັງໝົດ 12,285 ເມັກກາວັດ. ໃນນັ້ນ, ຢູ່ກຳປູເຈຍ 2 ແຫ່ງ (ກຳລັງຕິດຕັ້ງ 401 ເມັກກາວັດ), ສປປ ລາວ 65 ແຫ່ງ (ກຳລັງຕິດຕັ້ງ 8,033 ເມັກກາວັດ), ປະເທດໄທ 7 ແຫ່ງ (ກຳລັງຕິດຕັ້ງ 1,245 ເມັກກາວັດ) ແລະ ຫວຽດນາມ 14 ແຫ່ງ (ກຳລັງຕິດຕັ້ງ 2,607 ເມັກກາວັດ). ເຂື່ອນໄຟຟ້າພະລັງນໍ້າ 14 ແຫ່ງ ທີ່ມີກໍາລັງການຜະລິດ 3,000 ເມກາວັດ ຄາດວ່າ: ຈະຜະລິດກະແສໄຟຟ້າໄດ້ ພາຍໃນປີ 2016-2020. ສ່ວນອີກ 30 ແຫ່ງ ທີ່ຢູ່ໃນຂັ້ນຕອນການວາງແຜນນັ້ນ ສ່ວນໃຫຍ່ແມ່ນກໍາລັງສຶກສາຄວາມເປັນໄປໄດ້ໃນໄລຍະສຸດທ້າຍຢູ່. ຄາດຄະເນວ່າ ຮອດປີ 2040, ເຂື່ອນໄຟຟ້າພະລັງນໍ້າໃນເຂດນີ້ ຈະສາມາດຜະລິດໄດ້ຫຼາຍກວ່າ 30,000 ເມັກກາວັດ (ເບິ່ງຮູບທີ 1).
ການພັດທະນາເຂື່ອນໄຟຟ້າພະລັງນໍ້າໃນອ່າງແມ່ນໍ້າຂອງຕອນລຸ່ມ ໄດ້ນໍາມາທັງດ້ານດີ ແລະ ດ້ານອ່ອນ. ອີງຕາມການສຶກສາຂອງສະພາມົນຕີ ຄມສ ກ່ຽວກັບການຄຸ້ມຄອງ ແລະ ການພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ ລວມທັງຜົນກະທົບຈາກໂຄງການເຂື່ອນໄຟຟ້າພະລັງນໍ້າໃນແມ່ນໍ້າສາຍຫຼັກ. ບັນດາປະເທດໃນອ່າງແມ່ນໍ້າຂອງຕອນລຸ່ມ ຈະສາມາດເຫັນຜົນກໍາໄລທາງດ້ານເສດຖະກິດ ຈາກການພັດທະນາເຂື່ອນໄຟຟ້າພະລັງນໍ້າຫຼາຍກວ່າ 160 ຕື້ໂດລາ ໃນປີ 2040. ການພັດທະນາເຂື່ອນໄຟຟ້າພະລັງນໍ້າ ໄດ້ມີການເຊື່ອມໂຍງພາກສ່ວນທີ່ກ່ຽວຂ້ອງດ້ານນໍ້າ ທີ່ກວມເອົາການຂະຫຍາຍລະບົບຊົນລະປະທານ ທີ່ເປັນກຸນແຈສໍາຄັນໃນການຄ້ຳປະກັນສະບຽງອາຫານ, ການສະໜອງໄຟຟ້າ ເພື່ອການຫຼຸດຜ່ອນຄວາມທຸກຍາກ, ການປະກອບສ່ວນໃຫ້ແກ່ການເດີນເຮືອ ໄດ້ເພີ່ມທະວີການຄ້າໃນພາກພື້ນ ແລະ ຍັງໄດ້ມີການສະໜອງການຄຸ້ມຄອງໄພນ້ຳຖ້ວມແລະ ໄພແຫ້ງແລ້ງ ຊຶ່ງເປັນພາກສ່ວນສຳຄັນໃນການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.
ຜົນປະໂຫຍດທີ່ກ່າວມານັ້ນ, ແມ່ນມາພ້ອມກັບຕົ້ນທຶນອັນພື້ນຖານຄື: ການຫຼຸດລົງຂອງການປະມົງທີ່ອາດຈະມີມູນຄ່າເກືອບ 23 ຕື້ໂດລາ. ໃນປີ 2040, ການສູນເສຍປ່າໄມ້, ດິນບໍລິເວນນໍ້າ (ດິນທາມ) ແລະປ່າດົງດິບ ອາດຈະມີມູນຄ່າລວມສູງເຖິງ 145 ຕື້ໂດລາ, ການຫຼຸດລົງຂອງຕະກອນທີ່ເກີດຈາກການສ້າງເຂື່ອນ ແລະ ການຂຸດຄົ້ນແຮ່ຊາຍ, ການຜະລິດເຂົ້າຕາມລຳແມ່ນ້ຳຂອງ ຈະຖືກຄວບຄຸມການຂະຫຍາຍຕົວຢ່າງໜັກໜ່ວງ. ສະນັ້ນ, ຟາມປາ (ການລ້ຽງປາ), ລະບົບຊົນລະປະທານ ແລະ ການຂະຫຍາຍດ້ານກະສິກຳ ອາດສາມາດຊົດເຊີຍການສູນເສຍເຫຼົ່ານີ້ໄດ້. ເຖິງແມ່ນວ່າ ຈະມີຄວາມບໍ່ເທົ່າທຽມກັນດ້ານຜົນປະໂຫຍດລະຫວ່າງປະເທດກໍຕາມ.
ຮູບທີ 1: ໂຄງການເຂື່ອນໄຟຟ້າພະລັງນໍ້າທີ່ສ້າງແລ້ວ, ກຽມກໍ່ສ້າງ ແລະ ມີທ່າແຮງເພື່ອພັດທະນາ
ຢູ່ເຂດຕອນເທິງຂອງອ່າງແມ່ນ້ຳຂອງ ໄດ້ມີການພັດທະນາເຂື່ອນໄຟຟ້າພະລັງນ້ຳ ຢ່າງກວ້າງຂວາງເກີດຂຶ້ນ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດພັດທະນາຂອງ ສປ ຈີນ. ສປ ຈີນ ໄດ້ສ້າງເຂື່ອນໄຟຟ້າພະລັງນໍ້າໃນເຂດນັ້ນທັງໝົດ 11 ແຫ່ງ. ໃນນັ້ນ, ມີ 2 ແຫ່ງ ເປັນເຂື່ອນກັກເກັບນ້ຳຂະໜາດໃຫຍ່ຢູ່ຕາມລຳແມ່ນ້ຳຂອງຕອນເທິງ ແລະ ມີອີກ 11 ເຂື່ອນ ທີ່ກໍາລັງວາງແຜນກໍ່ສ້າງ ໂດຍແຕ່ລະເຂື່ອນມີກຳລັງການຜະລິດ 100 ເມກາວັດ. ສໍາລັບກໍາລັງການຜະລິດທັງໝົດຄາດຄະເນວ່າ: ປະມານ 31,605 ເມັກກາວັດ, ເພີ່ມຂຶ້ນຈາກ 21,310 ເມັກກາວັດ. ຄາດວ່າ: ມູນຄ່າທາງເສດຖະກິດໂດຍລວມຂອງເຂື່ອນໄຟຟ້າພະລັງນໍ້າຂອງແມ່ນໍ້າຂອງຕອນເທິງ ຈະສູງກວ່າ 4 ຕື້ໂດລາຕໍ່ປີ. ເຂື່ອນໄຟຟ້າພະລັງນໍ້າໃນແມ່ນໍ້າສາຍດຽວ ຂອງແມ່ນໍ້າຂອງຕອນເທິງ(ເບິ່ງຮູບທີ 2) ໄດ້ເຮັດໃຫ້ກະແສນໍ້າໃນລະດູແລ້ງເພີ່ມຂຶ້ນສູງ ແລະ ການໄຫຼວຽນຂອງນໍ້າໃນລະດູຝົນຫຼຸດລົງຢ່າງໜັກ ແລະ ສົ່ງຜົນກະທົບຕໍ່ປະລິມານຕະກອນຂອງລະບົບແມ່ນໍ້າຂອງ.
ສ່ວນເຂື່ອນໄຟຟ້າພະລັງນໍ້າທີ່ເລີ່ມພັດທະນາຢູ່ໃນສາຂາແມ່ນໍ້າຂອງຕອນເທິງ ປະເທດມຽນມາ ເຖິງວ່າ ຈະມີຂະໜາດນ້ອຍກວ່າທີ່ກ່າວມານັ້ນ, ຄາດວ່າ: ຈະມີການກໍ່ສ້າງຕື່ມອີກໂດຍຜູ້ພັດທະນາຈາກ ສປ ຈີນ ແລະ ມຽນມາ.
ຮູບທີ 2: ອ່າງຍ່ອຍ, ແມ່ນໍ້າສາຍຫຼັກ ແລະ ການປະເມີນຜົນຂອງແມ່ນໍ້າຂອງຕອນລຸ່ມໃນ ສປ ຈີນ
ຕໍ່ກັບສະພາບການເຄື່ອນໄຫວດັ່ງກ່າວ, ໃນທັດສະນະການຄຸ້ມຄອງອ່າງແມ່ນ້ຳຂອງ ຄມສ ໄດ້ສຸມໃສ່ຊຸກຍູ້ການຮ່ວມມືໃນພາກພື້ນ ເພື່ອການຄຸ້ມຄອງແບບຍືນຍົງຕໍ່ກັບຈຳນວນໂຄງການເຂື່ອນໄຟຟ້າພະລັງນໍ້າທີ່ນັບມື້ນັບເພີ່ມຂຶ້ນ. ຄມສ ໄດ້ສະໜັບສະໜູນບັນດາປະເທດສະມາຊິກ ຄມສ ໂດຍຜ່ານຍຸດທະສາດທົ່ວອ່າງ ຄື: ຍຸດທະສາດການພັດທະນາອ່າງແມ່ນໍ້າ ແລະ ຍຸດທະສາດການພັດທະນາເຂື່ອນໄຟຟ້າພະລັງນໍ້າແບບຍືນຍົງ, ຄວາມພະຍາຍາມໃນປັບປຸງແຜນວຽກແຫ່ງຊາດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃນພາກພື້ນ. ດ້ານລະບຽບການ ຄມສ ໄດ້ມີຂະບວນການແຈ້ງໃຫ້ຊາບ ແລະ ການປຶກສາຫາລືລ່ວງໜ້າ ເພື່ອທົບທວນບັນດາໂຄງການພັດທະນາຢ່າງເປັນເອກະລາດ ແລະ ອຳນວຍຄວາມສະດວກໃນການແບ່ງປັນຂໍ້ມູນ, ການປຶກສາຫາລືກັບທຸກປະເທດສະມາຊິກ ຄມສ ແລະ ສັງຄົມ. ສໍາລັບຂໍ້ແນະນຳທາງດ້ານວິຊາການຄື: ບົດແນະນຳການອອກແບບເບື້ອງຕົ້ນ ສຳລັບໂຄງການເຂື່ອນໄຟຟ້າພະລັງນໍ້າໃນແມ່ນໍ້າສາຍຫຼັກ ເພື່ອຊອກຫາວິທີທາງຫຼີກລ່ຽງ, ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບດ້ານລົບຂອງແຕ່ລະໂຄງການພັດທະນາ, ມີບັນດາການສຶກສາ ແລະ ການປະເມີນຜົນທີ່ຊ່ວຍສະໜັບສະໜູນການວາງແຜນ ແລະ ການຕັດສິນໃຈໃນການພັດທະນາ, ລະບົບການຕິດຕາມຜົນກະທົບ ເພື່ອສະໜັບສະໜູນການຄຸ້ມຄອງການປັບຕົວ ແລະ ຂໍ້ມູນຂ່າວສານແກ່ສັງຄົມ.
ໂດຍ: ກະຊວງການຕ່າງປະເທດ