Saturday, September 21, 2024
Homeຂ່າວໜ້າໜຶ່ງບົດບາດຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ດ້ານໄຟຟ້າພະລັງນໍ້າ (ເພື່ອຂໍ່ານັບຮັບຕ້ອນກອງປະຊຸມສຸດຍອດຂອງ ຄມສ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ, ວັນທີ 2-5/4/ 2023)

ບົດບາດຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ດ້ານໄຟຟ້າພະລັງນໍ້າ (ເພື່ອຂໍ່ານັບຮັບຕ້ອນກອງປະຊຸມສຸດຍອດຂອງ ຄມສ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ, ວັນທີ 2-5/4/ 2023)

ແມ່ນໍ້າຂອງ ເປັນຊັບພະຍາກອນທີ່ຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ແລະ ເຮັດໜ້າທີ່ສະໜັບສະໜູນອຸ້ມຊູຊີວິດການເປັນຢູ່ຂອງປະຊາຊົນຫຼາຍລ້ານຄົນໃນພາກພື້ນແມ່ນໍ້າຂອງຕອນລຸ່ມ ດ້ວຍການສະໜອງດ້ານພະລັງງານ, ສະບຽງອາຫານ, ຊັບພະຍາກອນນໍ້າ ເພື່ອອຸປະໂພກ-ບໍລິໂພກ ແລະ ເປັນແຫຼ່ງສ້າງລາຍຮັບ. ແຕ່ການຂະຫຍາຍຕົວດັ່ງກ່າວ ແມ່ນຂຶ້ນກັບສະພາບຄວາມອຸດົມສົມບູນຂອງແມ່ນໍ້າຂອງ ແລະ ຄວາມຕ້ອງການດ້ານພະລັງງານຂອງພາກພື້ນ ຄາດວ່າ ຈະຂະຫຍາຍຕົວໃນລະດັບ 6-7% ຕໍ່ປີ ແລະ ບັນດາປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງຕອນລຸ່ມ ກໍກໍາລັງລົງທຶນກັບເຂື່ອນໄຟຟ້າພະລັງນໍ້າທີ່ມີທ່າແຮງບ່ອມຊ້ອນໃນເຂດນີ້.

ການ​ພັດ​ທະ​ນາ​ເຂື່ອນໄຟຟ້າພະລັງນໍ້າ​ໃນ​ແມ່​ນ້ຳ​ຂອງ​ ໄດ້​ມີການລິເລີ່ມ​ມາ​ຫຼາຍ​ປີ​ແລ້ວ​ຢູ່​ເຂດ​ແມ່ນ້ຳ​ສາຂາຢູ່​ໄທ, ​ຫວຽດ​ນາມ ແລະ ທາງຕອນ​ລຸ່ມ​ຂອງ​ກຳ​ປູ​ເຈຍ. ໃນຊຸມທົດສະວັດທີ່ຜ່ານມາ, ການພັດທະນາເຂື່ອນໄຟຟ້າພະລັງນໍ້າ ໄດ້ມີການຂະຫຍາຍຕົວຫຼາຍຢູ່ໃນອ່າງແມ່ນໍ້າຂອງຕອນລຸ່ມ, ຄຽງຄູ່ກັບການລົງທຶນເພີ່ມຂຶ້ນຂອງພາກສ່ວນເອກະຊົນ ໃນດ້ານໂຄງລ່າງພື້ນຖານດ້ານພະລັງງານ. ​ໃນ​ນັ້ນ, ​ໂຄງການ​ຕົ້ນຕໍ ​ທີ່ວາງແຜນໄວ້ມີ 11 ​ໂຄງການ, ​​ມີ 7 ​ໂຄງການທີ່ຕັ້ງ​ຢູ່ ສປປ ລາວ, ຢູ່ກຳປູ​ເຈຍ 2 ​ໂຄງການ ​ແລະ ມີ 2 ​ໂຄງການທີ່​ຕັ້ງຢູ່​ຊາຍ​ແດນຂອງ ​ລາວ-ໄທ. ປັດຈຸບັນ, ມີ 2 ໂຄງການຄື: ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ແລະ ເຂື່ອນໄຟຟ້າພະລັງນໍ້າດອນສະໂຮງ ທີ່ໄດ້ດໍາເນີນການຜະລິດແລ້ວ. ສ່ວນອີກ 4 ໂຄງການ ທີ່ໄດ້ດຳເນີນຂະບວນການປຶກສາຫາລືລ່ວງໜ້າ ຂອງ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ), (ແຕ່ສາມາດສໍາເລັດຂະບວນການດັ່ງກ່າວຢ່າງເປັນທາງການພຽງ 3 ໂຄງການ).

ມາຮອດປີ 2019, ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ໃນອ່າງແມ່ນໍ້າຂອງຕອນລຸ່ມ ມີຈໍານວນທັງໝົດ 89 ໂຄງການ, ມີກຳລັງຕິດຕັ້ງ (Installed Capacity) ທັງໝົດ 12,285 ເມັກກາວັດ. ໃນນັ້ນ, ຢູ່ກຳປູເຈຍ 2 ແຫ່ງ (ກຳລັງຕິດຕັ້ງ 401 ເມັກກາວັດ), ສປປ ລາວ 65 ແຫ່ງ (ກຳລັງຕິດຕັ້ງ 8,033 ເມັກກາວັດ), ປະເທດໄທ 7 ແຫ່ງ (ກຳລັງຕິດຕັ້ງ 1,245 ເມັກກາວັດ) ແລະ ຫວຽດນາມ 14 ແຫ່ງ (ກຳລັງຕິດຕັ້ງ 2,607 ເມັກກາວັດ). ເຂື່ອນໄຟຟ້າພະລັງນໍ້າ 14 ແຫ່ງ ທີ່ມີກໍາລັງການຜະລິດ 3,000 ເມກາວັດ ຄາດວ່າ: ຈະຜະລິດກະແສໄຟຟ້າໄດ້ ພາຍໃນປີ 2016-2020. ສ່ວນອີກ 30 ແຫ່ງ ທີ່ຢູ່ໃນຂັ້ນຕອນການວາງແຜນນັ້ນ ສ່ວນໃຫຍ່ແມ່ນກໍາລັງສຶກສາຄວາມເປັນໄປໄດ້ໃນໄລຍະສຸດທ້າຍຢູ່. ຄາດຄະເນວ່າ ຮອດປີ 2040, ເຂື່ອນໄຟຟ້າພະລັງນໍ້າໃນເຂດນີ້ ຈະສາມາດຜະລິດໄດ້ຫຼາຍກວ່າ 30,000 ເມັກກາວັດ (ເບິ່ງຮູບທີ 1).

ການພັດທະນາເຂື່ອນໄຟຟ້າພະລັງນໍ້າໃນອ່າງແມ່ນໍ້າຂອງຕອນລຸ່ມ ໄດ້ນໍາມາທັງດ້ານດີ ແລະ ດ້ານອ່ອນ. ອີງຕາມການສຶກສາຂອງສະພາມົນຕີ ຄມສ ກ່ຽວກັບການຄຸ້ມຄອງ ແລະ ການພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ ລວມທັງຜົນກະທົບຈາກໂຄງການເຂື່ອນໄຟຟ້າພະລັງນໍ້າໃນແມ່ນໍ້າສາຍຫຼັກ. ບັນດາປະເທດໃນອ່າງແມ່ນໍ້າຂອງຕອນລຸ່ມ ຈະສາມາດເຫັນຜົນກໍາໄລທາງດ້ານເສດຖະກິດ ຈາກການພັດທະນາເຂື່ອນໄຟຟ້າພະລັງນໍ້າຫຼາຍກວ່າ 160 ຕື້ໂດລາ ໃນປີ 2040. ການ​ພັດ​ທະ​ນາ​ເຂື່ອນໄຟຟ້າພະ​ລັງ​ນໍ້າ ໄດ້​ມີ​ການ​ເຊື່ອມ​ໂຍງພາກສ່ວນທີ່ກ່ຽວຂ້ອງດ້ານນໍ້າ ທີ່ກວມເອົາ​ການ​ຂະຫຍາຍ​ລະບົບຊົນລະປະທານ ​ທີ່​ເປັນ​ກຸນ​ແຈ​ສໍາຄັນໃນ​ການ​ຄ້ຳປະກັນ​ສະບຽງ​ອາຫານ, ການສະໜອງ​ໄຟຟ້າ ເພື່ອ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ການປະກອບສ່ວນ​ໃຫ້​ແກ່​ການ​ເດີນ​ເຮືອ ​ໄດ້​ເພີ່ມ​ທະວີ​ການ​ຄ້າ​ໃນ​ພາກ​ພື້ນ ແລະ ຍັງໄດ້ມີການສະໜອງ​ການ​ຄຸ້ມ​ຄອງ​ໄພ​ນ້ຳ​ຖ້ວມ​ແລະ ​ໄພ​ແຫ້ງ​ແລ້ງ ​ຊຶ່ງ​ເປັນ​ພາກສ່ວນ​ສຳຄັນ​ໃນ​ການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຜົນປະໂຫຍດທີ່ກ່າວມານັ້ນ, ແມ່ນມາພ້ອມກັບຕົ້ນທຶນອັນພື້ນຖານຄື: ການຫຼຸດລົງຂອງການປະມົງທີ່ອາດຈະມີມູນຄ່າເກືອບ 23 ຕື້ໂດລາ. ໃນປີ 2040, ການສູນເສຍປ່າໄມ້, ດິນບໍລິເວນນໍ້າ (ດິນທາມ) ແລະປ່າດົງດິບ ອາດຈະມີມູນຄ່າລວມສູງເຖິງ 145 ຕື້ໂດລາ, ການຫຼຸດລົງຂອງຕະກອນທີ່ເກີດຈາກການສ້າງເຂື່ອນ ແລະ ການຂຸດຄົ້ນແຮ່ຊາຍ, ການຜະລິດເຂົ້າຕາມລຳແມ່ນ້ຳຂອງ ຈະຖືກຄວບຄຸມການຂະຫຍາຍຕົວຢ່າງໜັກໜ່ວງ. ສະນັ້ນ, ຟາມປາ (ການລ້ຽງປາ), ລະບົບຊົນລະປະທານ ແລະ ການຂະຫຍາຍດ້ານກະສິກຳ ອາດສາມາດຊົດເຊີຍການສູນເສຍເຫຼົ່ານີ້ໄດ້. ເຖິງແມ່ນວ່າ ຈະມີຄວາມບໍ່ເທົ່າທຽມກັນດ້ານຜົນປະໂຫຍດລະຫວ່າງປະເທດກໍຕາມ.

ຮູບທີ 1: ໂຄງການເຂື່ອນໄຟຟ້າພະລັງນໍ້າທີ່ສ້າງແລ້ວ, ກຽມກໍ່ສ້າງ ແລະ ມີທ່າແຮງເພື່ອພັດທະນາ

ຢູ່​ເຂດ​ຕອນເທິງ​ຂອງອ່າງແມ່​ນ້ຳຂອງ ໄດ້ມີການ​ພັດ​ທະ​ນາ​ເຂື່ອນໄຟ​ຟ້າພະລັງ​ນ້ຳ​ ຢ່າງ​ກວ້າງ​ຂວາງ​ເກີດ​ຂຶ້ນ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ ສປ ​ຈີນ. ສປ ຈີນ​ ໄດ້​ສ້າງ​ເຂື່ອນ​ໄຟຟ້າພະລັງນໍ້າໃນເຂດນັ້ນທັງໝົດ 11 ​ແຫ່ງ. ​ໃນ​ນັ້ນ, ມີ 2 ແຫ່ງ​ ເປັນ​ເຂື່ອນກັກ​ເກັບ​ນ້ຳ​ຂະໜາດ​ໃຫຍ່​ຢູ່​ຕາມ​ລຳ​ແມ່ນ້ຳຂອງ​ຕອນ​ເທິງ ແລະ ມີອີກ 11 ເຂື່ອນ ທີ່ກໍາລັງວາງແຜນກໍ່ສ້າງ ໂດຍແຕ່ລະເຂື່ອນມີກຳລັງການຜະລິດ 100 ເມກາວັດ. ສໍາລັບກໍາລັງການຜະລິດທັງໝົດຄາດຄະເນວ່າ: ປະມານ 31,605 ເມັກກາວັດ, ເພີ່ມຂຶ້ນຈາກ 21,310 ເມັກກາວັດ. ຄາດວ່າ: ມູນ​ຄ່າ​ທາງເສດຖະກິດ​ໂດຍ​ລວມຂອງ​ເຂື່ອນ​ໄຟຟ້າພະລັງນໍ້າ​ຂອງແມ່ນໍ້າຂອງຕອນເທິງ ຈະສູງກວ່າ 4 ຕື້​ໂດ​ລາ​​ຕໍ່​ປີ. ​ເຂື່ອນ​ໄຟຟ້າພະລັງນໍ້າໃນແມ່ນໍ້າສາຍດຽວ ​ຂອງແມ່ນໍ້າຂອງຕອນເທິງ(ເບິ່ງຮູບທີ 2) ໄດ້ເຮັດໃຫ້ກະແສນໍ້າໃນລະດູແລ້ງເພີ່ມຂຶ້ນສູງ ແລະ ການໄຫຼວຽນຂອງນໍ້າໃນລະດູຝົນຫຼຸດລົງຢ່າງໜັກ ແລະ ສົ່ງຜົນກະທົບຕໍ່ປະລິມານຕະກອນຂອງລະບົບແມ່ນໍ້າຂອງ.

ສ່ວນເຂື່ອນໄຟຟ້າພະລັງນໍ້າທີ່ເລີ່ມພັດທະນາຢູ່ໃນສາຂາແມ່ນໍ້າຂອງຕອນເທິງ ປະເທດມຽນມາ ເຖິງວ່າ ຈະມີຂະໜາດນ້ອຍກວ່າທີ່ກ່າວມານັ້ນ, ຄາດວ່າ: ຈະມີການກໍ່ສ້າງຕື່ມອີກໂດຍຜູ້ພັດທະນາຈາກ ສປ ຈີນ ແລະ ມຽນມາ.

ຮູບທີ 2: ອ່າງຍ່ອຍ, ແມ່ນໍ້າສາຍຫຼັກ ແລະ ການປະເມີນຜົນຂອງແມ່ນໍ້າຂອງຕອນລຸ່ມໃນ ສປ ຈີນ

ຕໍ່ກັບສະພາບການເຄື່ອນໄຫວດັ່ງກ່າວ, ໃນທັດສະນະການຄຸ້ມຄອງອ່າງແມ່ນ້ຳຂອງ ຄມສ ໄດ້ສຸມໃສ່ຊຸກຍູ້ການຮ່ວມມືໃນພາກພື້ນ ເພື່ອການຄຸ້ມຄອງແບບຍືນຍົງຕໍ່ກັບຈຳນວນໂຄງການເຂື່ອນໄຟຟ້າພະລັງນໍ້າທີ່ນັບມື້ນັບເພີ່ມຂຶ້ນ. ຄມສ ໄດ້ສະໜັບສະໜູນບັນດາປະເທດສະມາຊິກ ຄມສ ໂດຍຜ່ານຍຸດທະສາດທົ່ວອ່າງ ຄື: ຍຸດທະສາດການພັດທະນາອ່າງແມ່ນໍ້າ ແລະ ຍຸດທະສາດການພັດທະນາເຂື່ອນໄຟຟ້າພະລັງນໍ້າແບບຍືນຍົງ, ຄວາມພະຍາຍາມໃນປັບປຸງແຜນວຽກແຫ່ງຊາດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃນພາກພື້ນ. ດ້ານລະບຽບການ ຄມສ ໄດ້ມີຂະບວນການແຈ້ງໃຫ້ຊາບ ແລະ ການປຶກສາຫາລືລ່ວງໜ້າ ເພື່ອທົບທວນບັນດາໂຄງການພັດທະນາຢ່າງເປັນເອກະລາດ ແລະ ອຳນວຍຄວາມສະດວກໃນການແບ່ງປັນຂໍ້ມູນ, ການປຶກສາຫາລືກັບທຸກປະເທດສະມາຊິກ ຄມສ ແລະ ສັງຄົມ. ສໍາລັບຂໍ້ແນະນຳທາງດ້ານວິຊາການຄື: ບົດແນະນຳການອອກແບບເບື້ອງຕົ້ນ ສຳລັບໂຄງການເຂື່ອນໄຟຟ້າພະລັງນໍ້າໃນແມ່ນໍ້າສາຍຫຼັກ ເພື່ອຊອກຫາວິທີທາງຫຼີກລ່ຽງ, ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບດ້ານລົບຂອງແຕ່ລະໂຄງການພັດທະນາ, ມີບັນດາການສຶກສາ ແລະ ການປະເມີນຜົນທີ່ຊ່ວຍສະໜັບສະໜູນການວາງແຜນ ແລະ ການຕັດສິນໃຈໃນການພັດທະນາ, ລະບົບການຕິດຕາມຜົນກະທົບ ເພື່ອສະໜັບສະໜູນການຄຸ້ມຄອງການປັບຕົວ ແລະ ຂໍ້ມູນຂ່າວສານແກ່ສັງຄົມ.

ໂດຍ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments