Home ຂ່າວພາຍໃນ ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງເຊກອງ

ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງເຊກອງ

0

ໃນວັນທີ 23 ມີນາ ນີ້ ແຂວງເຊກອງໄດ້ເປີດກອງປະວຽກງານການເມືອງ-ແນວຄິດທົ່ວແຂວງ, ໂດຍມີ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຊກອງເຂົ້າຮ່ວມເປັນປະທານ, ມີສະຫາຍນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກ ແລະ ຄະນະພັກຮາກຖານຈາກພະແນການອ້ອມຂ້າງແຂວງເຂົ້າຮ່ວມ.

ສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍ-ຄວາມສຳຄັນ ຫຼາຍ ເພື່ອພ້ອມກັນຕີລາຄາການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດຂອງຄະນະບໍລິຫານງານພັກແຂວງເຊກອງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ຜົນສໍາເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຊຶ່ງເປັນວຽກງານທີ່ມີຄວາມໝາຍສໍາຄັນ ແລະ ຕິດພັນໂດຍກົງໃນໜ້າທີ່ການເມືອງຂອງບັນດາສະຫາຍພະນັກງານນໍາພາ, ພະນັກງານຄຸ້ມຄອງ ໃຫ້ກຳແໜ້ນແນວທາງຖືກຕ້ອງຂອງພັກຢ່າງໜັກແໜ້ນ, ເລິກເຊິ່ງ ແລະ ມີປະສິດທິຜົນຕໍ່ການນຳພາ-ຊີ້ນຳໃນໜ້າທີ່ວຽກງານໃນຂະແໜງການຕົນທີ່ຮັບຜິດຊອບ ແລະ ສືບຕໍ່ຜັນຂະຫຍາຍວຽກງານການເມືອງແນວຄິດໃຫ້ຄະນະພັກຮາກຖານບ້ານ ແລະປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈເຖິງຖອງແທດເໝາະກັບສະພາບການດໍາລົງຊີວິດຕົວຈິງ ແນໃສ່ເຮັດໃຫ້ການຊີ້ນໍາຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຜົນສໍາເລັດ, ປະຊາຊົນມີຄວາມສະຫງົບ ແລະ ປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ສາມາດຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ທີ່ສຳເລັດລົງໃນວັນທີ 17-18 ພະຈິກ 2022 ຜ່ານມາ, ພາຍໃຕ້ຫົວຂໍ້: “ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່”. ຮັບຟັງບົດລາຍງານຜົນສໍາເລັດວຽກງານການເມືອງ-ແນວຄິດທົ່ວແຂວງໃນໄລຍະແຕ່ປີ 2016-2022 ແລະ ທິດທາງແຜນການ-ການຈັດຕັ້ງປະຕິບັດວຽກງານການເມືອງແນວຄິດຮອດປີ 2025, ພ້ອມທັງຄົ້ນຄວ້າປະກອບຄຳຄິດຄຳເຫັນຈາກຄະນະພັກຮາກຖານທີ່ກ່ຽວຂ້ອງໂດຍສະເພາະແມ່ນຕິດພັນກັບວຽກງານການເມືອງ-ແນວຄິດ ແລະ ພັກພະນັກງານເພື່ອເປັນບ່ອນອີງໃນການນຳພາ-ຊີ້ນຳ ແລະ ບັນຊາເຂົ້າໃນໜ້າວຽກຕົວຈິງ ໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດສູງ.

ຂ່າວ-ພາບ: ພຸດທະສອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version