Home ຂ່າວໜ້າໜຶ່ງ ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ແຂວງຈຳປາສັກ

ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ແຂວງຈຳປາສັກ

0

ພິທີສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຄົບຮອບ 53 ປີ ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2023, ທີ່ ແຂວງ ຈຳປາສັກ, ພາຍໃຕ້ການເປັນປະທານ ຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂສມ ບຸດຕະກູນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງຈໍາປາສັກ; ທ່ານ ນາງ ຊິບ-ແລັງ ຊຸຍ ອອກ, ເອກອັກຄະລັດ ຖະທູດຝຣັ່ງ ປະ ຈຳ ສ ປ ປ ລາວ; ທ່ານກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ທີ່ ແຂວງຈຳປາສັກ; ຜູ້ຕາງໜ້າອົງການຝຣັງໂກໂຟນີສາກົນປະຈຳຂົງເຂດອາຊີ-ປາຊິຟິກ; ຫົວໜ້າຫ້ອງການອົງການມະຫາວິທະຍາໄລ ຝຣັງໂກໂຟນີ (AUF) ປະຈໍາ ສປປ ລາວ; ມີບັນດາຜູ້ຕາງໜ້າຈາກສູນກາງ ແລະ ພະແນກການຕ່າງໆອ້ອມຂ້າງແຂວງ; ຄູອາຈານ ແລະ ນັກຮຽນ-ນັກສຶກສາຫ້ອງຮຽນພາສາຝຣັ່ງ ພາຍໃນແຂວງ ຈຳປາສັກ ເຂົ້າຮ່ວມ ຈຳນວນ 200 ກວ່າທ່ານ. ສຳລັບປີ 2023 ນີ້, ອົງການຝຣັງໂກໂຟນີສາກົນ ໄດ້ກຳນົດຫົວຂໍ້ໃນການສະເຫຼີມສະຫຼອງວັນດັ່ງກ່າວ ຄື: “321 ລ້ານ ຄົນທີ່ນຳໃຊ້ພາສາຝຣັ່ງ ຫຼາກຫຼາຍດ້ານເນື້ອໃນ ທາງດ້ານວັດທະນະທຳ (321 millions de francophons des milliards de contenus culturels)

ໃນໂອກາດທີ່ມີຄວາມຫມາຍສຳຄັນນີ້, ທ່ານ ໂສມ ບຸດຕະກູນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງຈໍາປາສັກ, ໄດ້ ໃຫ້ກຽດກ່າວຕ້ອນຮັບບັນດາແຂກ ແລະ ຜູ້ເຂົ້າຮ່ວມທັງຫມົດ ພ້ອມທັງສະແດງຄວາມດີໃຈແຂວງຈຳປາສັກໄດ້ຮັບກຽດເປັນສະຖານທີ່ສຳລັບພິທີທາງ ການ ເພື່ອສະເຫຼີມສະຫຼອງວັນ ຝຣັງໂກໂຟນີ ສາ ກົນ ໃນປີນີ້. ພ້ອມກັນນີ້, ທ່ານໄດ້ລາຍງານສະພາບຂອງແຂວງ ໂດຍສະເພາະຄວາມຄືບໜ້າ ແລະ ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ລວມທັງສະພາບການຮຽນ-ການສອນພາສາຝຣັ່ງຢູ່ ພາຍໃນແຂວງ ຈຳປາສັກ ທີ່ມີມູນເຊື້ອມາແຕ່ດົນນານ. ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ, ໄດ້ໃຫ້ກຽດກ່າວຄຳເຫັນເປີດພິທີສະເຫຼີມສະຫຼອງວັນດັ່ງກ່າວທີ່ຈັດຂຶ້ນໃນທຸກໆປີ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ຊຶ່ງແມ່ນມື້ລະນຶກເຖິງການສ້າງຕັ້ງອົງການຝຣັງໂກໂຟນີສາກົນ (20 ມີນາ 1970), ເຊິ່ງຫຼັກການພື້ນຖານຂອງອົງການດັ່ງກ່າວແມ່ນການປົກປັກຮັກສາຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ພາສາ ທີ່ຖືເປັນພື້ນຖານຂອງວິວັດທະນາການ ແລະ ການຄົງຕົວຂອງມວນມະນຸດ. ພ້ອມກັນນັ້ນ, ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ຍົກໃຫ້ເຫັນຄວາມພະຍາຍາມ ຂອງລັດຖະບານແຫ່ງ ສປປ ລາວ ໃນພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງທີ່ຕິດພັນກັບການປົກປັກຮັກສາມູນມໍລະດົກ ແລະ ຄວາມຫຼາກຫຼາຍດ້ານວັດທະນະທຳ, ການສົ່ງເສີມການນຳໃຊ້ພາສາຝຣັ່ງ ຊຶ່ງ ເປັນ ໜຶ່ງ ໃນ ພາສາທາງ ການຂອງອົງກ່ນສະຫະປະຊາຊາດ ທີ່ມີການນຳໃຊ້ຢ່າງກ້ວາງຂວາງໃນທົ່ວໂລກ ໂດຍສະເພາະການສົ່ງເສີມການສຶກສາຕາມຫຼັກສູດຫ້ອງຮຽນສອງພາສາ ລາວ -ຝຣັ່ງ ທີ່ມີຢູ່ໃນ 04 ແຂວງສຳຄັນຂອງ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ໃຫ້ມີປະ ສິດທິພາບຂຶ້ນ ເພື່ອເຮັດໃຫ້ຈຳນວນຜູ້ທີ່ຮູ້ ແລະ ສາມາດສື່ສານພາສາຝຣັ່ງ ຂອງຄົນລາວນັບມື້ນັບເພີ່ມຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານຜູ້ຕາງໜ້າຈາກອົງການຝຣັງໂກໂຟນີສາກົນ ປະຈຳຂົງເຂດອາຊີ-ປາຊິຟິກ ກໍໄດ້ຂຶ້ນກ່າວມີຄຳເຫັນຕໍ່ ພິທີທາງການ ໂດຍມີເນື້ອໃນ ປິ່ນອ້ອມຫົວຂໍ້ຂອງການສະເຫຼີມສະຫຼອງວັນ ຝຣັງໂກໂຟນີ ໃນປີນີ້ ແລະ ບົດບາດຂອງປະເທດຝຣັ່ງ ແລະ ອົງການດັ່ງກ່າວ ໃນການຮ່ວມມື ແລະ ສະໜັບ ສະໜູນ ສປປ ລາວ ໃນໄລຍະ 1 ປີຜ່ານມາໂດຍສະເພາະໃນດ້ານການສຶກສາ ແລະ ການສົ່ງເສີມການຮຽນ-ການສອນພາສາຝລັ່ງຢູ່ ສປປ ລາວ.

ໃນຕອນທ້າຍ ຂອງພິທີດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມຊົມການສະແດງສິລະປະວັນນະຄະດີ ຂອງນ້ອງນັກຮຽນ -ນັກສຶກສາພາສາຝຣັ່ງ, ຕະຫຼອດເຖິງໄດ້ຢ້ຽມຊົມການວາງສະແດງຮູບພາບ ແລະ ຂໍ້ມູນຂ່າວສານ ກ່ຽວກັບການເຄື່ອນໄຫວກິດຈະກຳຕ່າງໆ ຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາພາສາຝຣັ່ງພາຍໃນແຂວງ ຈຳປາສັກ ໃນຂອບວຽກງານຝຣັງໂກໂຟນີ.

ການຈັດຕັ້ງສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຊຶ່ງກົງກັບ ວັນທີ 20 ມີນາ ຂອງ ທຸກໆ ປີ ເພື່ອເປັນການລະລຶກເຖິງ ວັນຄົບຮອບການ ສ້າງຕັ້ງອົງການ ດັ່ງກ່າວ, ຊຶ່ງໃນທຸກໆປີ ບັນດາປະເທດສະມາຊິກຂອງອງົການດັ່ງກ່າວທັງໝົດ 88 ປະເທດ ໃນທົ່ວໂລກ ໄດ້ພ້ອມກັນຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ພາສາຝຣັ່ງ ຢູ່ພາຍໃນປະເທດຂອງຕົນ, ຊຶ່ງ ສປປ ລາວ ນັບຕັ້ງແຕ່ເຂົ້າເປັນສະມາຊິກສົມ ບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ 1991 ເປັນຕົ້ນມາ ກໍໄດ້ມີການຈັດຕັ້ງພິທີທາງ ການເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໃນ ທຸກໆ ປີ ພ້ອມກັນນັ້ນ, ໃນທົ່ວປະເທດ ໂດຍສະເພາະຢູ່ບັນດາແຂວງ ທີ່ ມີຫຼັກ ສູດ ການຮຽນ-ການສອນ ພາສາຝຣັ່ງ ຄື: ນະຄອນຫຼວງວຽງຈັນ. ແຂວງ ຫຼວງພະບາງ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ກໍຍັງມີການຈັດກິດຈະກຳຕ່າງໆສະເພາະພາຍໃນແຂວງຂອງຕົນເພື່ອສະເຫຼີມສະຫຼອງວັນດັ່ງກ່າວໃນທຸກໆປີອີກດ້ວຍ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version