Saturday, September 21, 2024
Homeທ່ອງທ່ຽວບ້ານນໍ້າຈ້າງເປັນໝູ່ບ້ານຂອງຊົນເຜົ່າແລນແຕນ

ບ້ານນໍ້າຈ້າງເປັນໝູ່ບ້ານຂອງຊົນເຜົ່າແລນແຕນ

ບ້ານນໍ້າຈ້າງ ຕັ້ງຢູ່ຫ່າງຈາກເທດສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປທາງທິດຕາເວັນອອກ (ຕາມເສັ້ນທາງແຕ່ ແຂວງບໍ່ແກ້ວ ຫາແຂວງຫຼວງນໍ້າທາ) ປະມານ 17 ກິໂລແມັດ. ບ້ານແຫ່ງນີ້ ເປັນໝູ່ບ້ານຂອງຊົນເຜົ່າແລນແຕນ ຫຼື ເຜົ່າຢ້າວມູນ (ຄວາມໝາຍໃນພາສາຈີນແປວ່າ ສີຄາມ) ຊຶ່ງເປັນຊົນເຜົ່າທີ່ມີຊື່ສຽງ ໃນວົງກວ້າງ ຍ້ອນຮູບແບບການດໍາລົງຊີວິດທີ່ໂດດເດັ່ນ, ເປັນເອກະລັກ ແລະ ຍັງຄົງຮັກສາປະເພນີແບບດັ່ງເດີມໄວ້ຫຼາຍກວ່າຊົນເຜົ່າອື່ນໆ.

ຊົນເຜົ່າແລນແຕນມີການນຸ່ງຖືແບບລຽບງ່າຍ, ແມ່ຍິງນຸ່ງໂສ້ງຂາ 3 ສ່ວນ ແລະ ນຸ່ງເສື້ອຄຸມແຂນຍາວ ເຮັດດ້ວຍຜ້າຝ້າຍ, ຍ້ອມດ້ວຍສີດໍາ ຫຼື ສີຄາມ, ສ່ວນຜູ້ຊາຍກໍນຸ່ງໂສ້ງຂາຍາວສີຄາມ ແລະ ເສື້ອແຂນຍາວສີດ່ານ ຊຶ່ງເປັນຊຸດປະຈໍາຊົນເຜົ່າດັ່ງກ່າວ. ນອກຈາກນັ້ນ ຊົນເຜົ່າແລນແຕນ ຍັງຄົງສືບທອດການຜະລິດເຈ້ຍດ້ວຍໜໍ່ໄມ້ ເພື່ອໃຊ້ເຂົ້າໃນພິທີກໍາຕ່າງໆອີກດ້ວຍ. ສິ່ງທີ່ໜ້າສົນໃຈ ອີກຢ່າງໜຶ່ງຢູ່ໃນບ້ານນາຈ້າງ ນີ້ກໍຄືໃນໄລຍະຕົ້ນຂອງທຸກໆປີ ເຜົ່າແລນແຕນຈະມີການຈັດງານບຸນປະຈໍາປີທີ່ສໍາຄັນຄ້າຍຄືກັບຊາວຈີນນັ້ນກໍຄືບຸນກິນຈຽງ. ບັນດາທ່ານທີ່ຕ້ອງການສຶກສາຮຽນຮູ້ກ່ຽວກັບວັດທະນະທໍາ ຫຼື ວິຖີຊີວິດຂອງຊົນເຜົ່າແລນແຕນແມ່ນສາມາດໄປຢ້ຽມຢາມບ້ານນ້ຳຈ້າງໄດ້ຕະຫຼອດເວລາ, ທ່ານຈະຖືກຕ້ອນຮັບດ້ວຍຄວາມອົບອຸ່ນ ແລະ ເປັນມິດຈາກຊົນເຜົ່າດັ່ງກ່າວຢ່າງແນ່ນອນ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments