Home ຂ່າວຕ່າງປະເທດ ປີ 2022 ການຄ້າຕ່າງປະເທດຂອງຣັດເຊຍຂະຫຍາຍຕົວ 8,1%

ປີ 2022 ການຄ້າຕ່າງປະເທດຂອງຣັດເຊຍຂະຫຍາຍຕົວ 8,1%

0

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສຳນັກງານພາສີຂອງລັດຖະບານຣັດເຊຍ ໄດ້ເປີດເຜີຍບົດລາຍງານລະບຸວ່າ ການຄ້າສາກົນຂອງຣັດເຊຍເພີ່ມຂຶ້ນ 8,1% ເມື່ອທຽບແບບລາຍປີຢູ່ທີ່ລະດັບ 8,5 ແສນລ້ານໂດລາ ໃນປີ 2022. ບົດລາຍງານລະບຸວ່າ ການສົ່ງອອກຂອງຣັດເຊຍເພີ່ມຂຶ້ນ 19,9% ຢູ່ທີ່ 5,91 ແສນລ້ານໂດລາ ຂະນະທີ່ການນຳເຂົ້າຫຼຸດລົງ 11,7% ຢູ່ທີ່ 2,59 ແສນລ້ານໂດລາ ສົ່ງຜົນໃຫ້ຣັດເຊຍມີການເກີນດູນການຄ້າ 3,32 ແສນລ້ານໂດລາ ເພີ່ມຂຶ້ນ 66,6% ຈາກປີ 2021. ສິນຄ້າສົ່ງອອກຫຼັກຂອງຣັດເຊຍໄດ້ແກ່ເຊື້ອໄຟ, ແຮ່, ນ້ຳມັນ ແລະ ຜະລິດຕະພັນຈາກການກັ່ນນ້ຳມັນ ຊຶ່ງຄິດເປັນມູນຄ່າ 3,83 ແສນລ້ານໂດລາ ຫຼື 64,9% ຂອງການສົ່ງອອກທັງໝົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version