Home ຂ່າວໜ້າໜຶ່ງ ສ້າງການຫັນປ່ຽນ ຢ່າງແຂງແຮງ ວຽກງານສາທາລະນະສຸກ ໃນເງື່ອນໄຂໃໝ່

ສ້າງການຫັນປ່ຽນ ຢ່າງແຂງແຮງ ວຽກງານສາທາລະນະສຸກ ໃນເງື່ອນໄຂໃໝ່

0

ໂອກາດໂອ້ລົມຕໍ່ຜູ້ແທນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ທີ່ຈັດຂຶ້ນຢູ້ໂຮງແຮມດອນຈັນ ພາເລດ ລະຫວ່າງວັນທີ 16-17 ມີນາ 2023 ທ່ານກິແກ້ວ ໄຂຄໍພິທູນ ຮອງນາຍົກລັດຖະມົນຕີ ມີຄໍາເຫັນຊີ້ນໍາບາງຕອນວ່າ: ໃນຊຸມປີທີ່ຜ່ານມາສະພາບການພາກພື້ນແລະສາກົນໄດ້ຜັນແປຢ່າງໄວວາສັບສົນສະລັບສັບຊ້ອນຄາດຄະເນໄດ້ຍາກເຊິ່ງມີທັງກາລະໂອກາດເອື້ອອຳນວຍແລະສິ່ງທ້າທາຍທົດສອບຫຼາຍດ້ານເປັນຕົ້ນ: ການປະເຊີນໜ້າທາງດ້ານກຳລັງປະກອບອາວຸດທີ່ເກີດຂຶ້ນໃນຫຼາຍພູມີພາກ ຂອງໂລກ ກັບການຫົດຖອຍຂອງເສດຖະກິດໂລກ, ບັນຫາການປ່ຽນແປງດິນຟ້າອາກາດ, ໄພທຳມະຊາດ, ການລະບາດຂອງໂລກພະຍາດ, ບັນຫາຢາເສບຕິດ ແລະ ອື່ນໆ ທີ່ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ເສດຖະກິດ-ສັງຄົມຂອງໂລກ.ສຳລັບຢູ່ພາຍໃນປະເທດພວກເຮົາໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໜີ້ສິນສາທາລະນະເພີ່ມຂຶ້ນທີ່ສົ່ງຜົນເຮັດໃຫ້ຄ່າເງິນກີບອ່ອນຄ່າລົງຫຼາຍ, ແຕ່ເກີດການຂາດແຄນແລະເພີ່ມຂຶ້ນຂອງລາຄານ້ຳມັນ, ລາຄາສິນຄ້າປະເພດຕ່າງໆເພີ່ມຂຶ້ນ ເຮັດໃຫ້ຄ່າຄອງຊີບພາຍໃນສູງຂຶ້ນ ເຊິ່ງເປັນຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າເວົ້າລວມ, ເວົ້າສະເພາະແມ່ນມີຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ, ແຕ່ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະນຳກະຊວງສາທາລະນະສຸກ ກໍ່ຄືຄະນະພັກທ້ອງຖິ່ນດ້ວຍການປະກອບສ່ວນ ຂອງທຸກພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ, ທັງພາກລັດ, ເອກະຊົນ ແລະ ສັງຄົມ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ ແລະ ແຜນພັດທະນາຂອງພັກ-ລັດ ແລະ ການຈັດຕັ້ງປະຕິບັດແຜນປະຈຳປີ 2022ແລະ ຕາມຍຸດທະສາດວຽກງານສາທາ ລະນະສຸກ ໃນໄລຍະທີ່ຜ່ານມາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າສະແດງອອກຕາໝ່າງການບໍລິການສາທາລະນະສຸກໄດ້ຂະຫຍາຍລົງສູ່ທ້ອງຖິ່ນ-ຮາກຖານ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ວຽກງານສຸຂະສຶກສາ ແລະ ການສ້າງບ້ານສາທາ ລະນະສຸກ ສາມາດຕ້ານກັບການກັພະຍາດທີ່ຮ້າຍແຮງ ເຊັ່ນ: ໄຂ້ຍຸງລາຍ, ຖອກທ້ອງ ແລະ ອັກເສບລະບົບຫາຍໃຈຮຸນແຮງ ແລະ ພະຍາດຕິດຕໍ່ອື່ນໆ ເຮັດໃຫ້ຫຼາຍພະຍາດຫລຸດຜ່ອນລົງ ແລະ ສາມາດຄວບຄຸມໃຫ້ຢູ່ໃນວົງແຄບໄດ້ໂດຍປະຕິບັດຄຳຂວັນ ທີ່ວ່າ ສ້າງການຫັນປ່ຽນ ຢ່າງແຂງແຮງ ວຽກງານສາທາລະນະສຸກ ໃນເງື່ອນໄຂໃໝ່ ວຽກຂອງຂະແໜງສາທາລະນະສຸກ ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະໃນຊຸມປີທີ່ຜ່ານມາ ຂະແໜງສາທາລະນະສຸກສຸມໃສ່ວຽກງານຮັກສາສຸຂະພາບແມ່ ແລະ ເດັກ ໂດຍການປະຕິບັດຍຸດທະສາດແມ່ ແລະ ເດັກແບບເຊື່ອມສານ, ນະໂຍບາຍເກີດລູກ ແລະ ປິ່ນປົວເດັກນ້ອຍລຸ່ມ 5 ປີ ບໍ່ເສຍຄ່າເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກລຸ່ມ 1 ປີ ຫຼຸດລົງ, ອັດຕາການນຳໃຊ້ນ້ຳສະອາດ ແລະ ວິດຖ່າຍບັນລຸເປົ້າ ໝາຍ ຕາມສະພາແຫ່ງຊາດຮັບຮອງ, ອາຍຸຍືນສະເລ່ຍຂອງຄົນລາວເພີ່ມຂຶ້ນ, ການບໍລິການດ້ານສາທາລະນະສຸກໄດ້ຮັບການປັບປຸງໃຫ້ມີຄຸນນະພາບດີຂຶ້ນ, ໂຮງໝໍນ້ອຍຫຼາຍແຫ່ງໄດ້ຮັບການຍົກລະດັບ ພ້ອມທັງ ໄດ້ບັນຈຸສັບຊ້ອນພະນັກງານ ຄົບຕາມແຜນກຳນົດຕຳແໜ່ງງານ;ໂຮງໝໍເມືອງຫຼາຍແຫ່ງກໍໄດ້ຮັບການກໍ່ສ້າງ, ປັບປຸງສ້ອມແປງພື້ນຖານໂຄງລ່າງໃຫ້ໄດ້ຕາມມາດຕະຖານ, ປະກອບອຸປະກອນການແພດທີ່ຈຳເປັນ ແລະ ພະນັກງານແພດ-ພະຍາບານ ຢ່າງພຽງພໍ. ນອກນັ້ນ, ຍັງຖືກຍົກລະດັບໃຫ້ເປັນໂຮງໝໍຊຸມຊົນ ທີ່ສາມາດຜ່າຕັດສຸກເສີນເອົາລູກອອກໄດ້ໃນກໍລະນີຈຳເປັນ. ໂຮງໝໍແຂວງແລະໂຮງໝໍສູນກາງ ຈຳນວນໜຶ່ງ ໄດ້ປັບປຸງຄຸນນະພາບໃນການປິ່ນປົວ ແລະ ເພີ່ມຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ ໂດຍການປະກອບອຸປະ ກອນການແພດ, ນໍາໃຊ້ເຕັກໂນໂລຍີທັນສະໄໝເຂົ້າບໍລິການ, ອັນສຳຄັນແມ່ນພວກສະຫາຍ ໄດ້ສືບຕໍ່ປະຕິບັດນະໂຍບາຍ 5 ດີແລະ 1 ພໍໃຈ(5 ດີ: ສະດວກດີ,ຮັບຕ້ອນດີ, ສະອາດດີ, ບົ່ງມະຕິດີ, ປິ່ນປົວດີ ແລະ 1 ພໍໃຈ: ຜູ້ມາຮັບບໍລິການ ພໍໃຈ) ເຮັດໃຫ້ຫາງສຽງຈົ່ມວ່າຂອງສັງຄົມຫຼຸດລົງ ທຽບໃສ່ເມື່ອກ່ອນ; ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພດ້ານອາຫານ ແລະ ຢາ ກໍໄດ້ຮັບການປັບປຸງດີຂຶ້ນ, ໂຮງງານຜະລິດຢາຂອງລັດ ຫຼື ລັດວິສາຫະກິດສາມາດຜະລິດຢາປົວພະຍາດ ທັງສະໜອງໃຫ້ສະຖານທີ່ບໍລິການສາທາລະນະສຸກທົ່ວປະເທດ ຫຼຸດຜ່ອນການນຳເຂົ້າຢາ ແລະ ສາມາດເຊື່ອມໂຍງເຂົ້າກັບມາດຕະຖານອາຊຽນເທື່ອລະກ້າວ;ວຽກຍຸດທະສາດການຢາຟື້ນເມືອງ ກໍໄດ້ສົ່ງເສີມການຄົ້ນຄວ້າ, ການອະນຸລັກ, ການຜະລິດເປັນຜະລິດຕະພັນ ເພື່ອນຳໃຊ້ພາຍໃນ ແບບປະສົມປະສານກັບການປິ່ນປົວຢາຫຼວງ ໃຫ້ກວ້າງຂວາງກວ່າເກົ່າ ແລະ ສົ່ງອອກໄປຕ່າງປະເທດ.

ສໍາລັບ ວຽກງານຈັດຕັ້ງ ແລະ ພະນັກງານ ກໍໄດ້ຮັບການປັບປຸງດີຂຶ້ນທັງດ້ານປະລິມານ ແລະຄຸນນະພາບ, ຈຳນວນພົນສ່ວນຫຼາຍແມ່ນຖືກສົ່ງໄປປະຈຳຢູ່ຂັ້ນທ້ອງຖິ່ນ ແລະ ບັນດາສະຫາຍ ເຫຼົ່ານີ້ ໄດ້ຮັບການສຶກສາອົບຮົມການເມືອງແນວຄິດ ແລະຝຶກຝົນຈັນຍາບັນຈັນຍາທຳແພດໝໍຕິດແໜ້ນກັບການຫຼໍ່ຫຼອມຄຸນສົມບັດທັດສະນະຮັບໃຊ້ປະຊາຊົນຢ່າງສຸດໃຈ.

ລະບົບການເງິນສາທາລະນະສຸກ ໄດ້ກາຍເປັນປັດໄຈທີ່ສຳຄັນໜຶ່ງ ສະໜັບສະໜູນການເຂົ້າເຖິງການບໍລິການປິ່ນປົວສຸຂະພາບ ຂອງປະຊາຊົນ, ໃນນັ້ນ ຄັງປະກັນສຸຂະພາບໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ ເຮັດໃຫ້ຈຳນວນຜູ້ມາຮັບບໍລິການເພີ່ມຂຶ້ນ,ການປະຕິບັດນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 05 ປີ ບໍ່ເສຍຄ່າ ກໍມີຈໍານວນມາຮັບການບໍລິການເພີ່ມຂຶ້ນ ລວມທັງ ວຽກຄົ້ນຄວ້າວິທະຍາສາດການແພດ, ວຽກບໍລິຫານຄຸ້ມຄອງ ແລະ ວຽກພົວພັນ-ຮ່ວມມືກັບຕ່າງປະເທດ ລ້ວນແຕ່ໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນເລື້ອຍໆ.

ຜົນສຳເລັດທັງໝົດທີ່ກ່າວມານັ້ນແມ່ນໃຫຍ່ຫຼວງຫຼາຍດ້ານປະກອບສ່ວນສຳຄັນເຂົ້າໃນຜົນງານລວມ ຂອງພັກ-ລັດ ແລະ ປວງຊົນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດເຮົາໃຫ້ກ້າວຂຶ້ນສູ່ເປົ້າໝາຍທີ່ກຳນົດໄວ້. ຜົນງານດັ່ງກ່າວແມ່ນໄດ້ມາຈາກການຳພາ-ຊີ້ນຳຢ່າງໃກ້ຊິດ ຂອງສູນກາງພັກ ແລະ ລັດຖະບານ; ຜົນຂອງການນຳພາທີ່ແທດເຖິງ ຂອງຄະນະພັກ, ຄະນະນຳກະຊວງສາທາ ແລະ ຂະ ແໜງການທ້ອງຖິ່ນແມ່ນຜົນຂອງຄວາມພະຍາຍາມເອົາໃຈໃສ່ຂອງຜູ້ຈັດຕັ້ງປະຕິບັດວຽກງານສາທາລະນະສຸກແລ້ວ ຍັງແມ່ນການມີສ່ວນຮ່ວມຂອງທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ, ພາກລັດ, ເອກະຊົນ, ອົງການຈັດຕັ້ງສັງຄົມ, ຄູ່ຮ່ວມພັດທະນາຈາກຕ່າງປະເທດ ແລະ ອື່ນໆອີກ. ໃນໂອກາດນີ້ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ລັດຖະບານ ກໍ່ຄືໃນນາມສ່ວນຕົວຂໍສະແດງຄວາມຍ້ອງຍໍ- ສັນລະເສີນຜົນງານຍາດມາໄດ້ນັ້ນ ຢ່າງສຸດອົກສຸດໃຈ”ຂໍຊົມເຊີຍ”.

ທ່ານກິແກ້ວ ໄຂຄໍພິທູນ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນ ບາງຈຸດອ່ອນທີ່ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ພ້ອມກັນເອົາໃຈໃສ່ ປັບປຸງໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊີ່ງ ແລະ ຮອບດ້ານ ເພື່ອສຸມໃສ່ເຮັດໃຫ້ບັນດາແຜນງານ, ໂຄງການທີ່ຍັງບໍ່ສຳເລັດ ໃຫ້ສືບຕໍ່ປະຕິບັດບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ ເປັນຕົ້ນ: ພະນັກງານສະມາຊິກພັກ ໃນຂະແໜງສາທາລະນະສຸກຈຳນວນໜຶ່ງ ບໍ່ທັນກຳແໜ້ນເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຢ່າງເລິກເຊິ່ງ ຍ້ອນການນຳພາດ້ານການເມືອງແນວຄິດບໍ່ທັນແທດເຖິງ, ເລິກເຊິ່ງ ແລະ ປົກ ກະຕິ-ຕໍ່ເນື່ອງ; ການນໍາພາ-ຊີ້ນໍາ ຂອງຄະນະພັກ-ຄະນະນໍາແຕ່ລະຂັ້ນບໍ່ແທດເຖິງ; ກົນໄກການຊີ້ນຳ-ມອບວຽກບໍ່ທັນຈະແຈ້ງໂລງລ່ຽນລວມທັງການຕິດຕາມກວດກາການເຄື່ອນໄຫວວຽກງານຂອງຂັ້ນລຸ່ມບໍ່ທັນເປັນປົກກະຕິ ແທດເຖິງເທົ່າທີ່ຄວນ, ການກໍ່ສ້າງ ແລະ ການພັດທະນາບຸກຄະລາກອນ ດ້ານສາທາະລະນະສຸກຈາກໂຮງ ຮຽນ, ຈາກສະຖາບັນການສຶກສາຈຳນວນໜຶ່ງບໍ່ຮັບປະກັນຄຸນນະພາບ, ການປັບປຸງ, ຈັດວາງຕຳແໜ່ງງານ ຍັງບໍ່ທັນເປັນລະບົບ ບາງອັນຕິດພັນກັບຜົນປະໂຫຍດ, ການເຄື່ອນໄຫວວຽກງານຮັບໃຊ້ການບໍລິການຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ຈໍານວນໜຶ່ງຍັງເນັ້ນການເຮັດວຽກບໍລິຫານ, ຖືເບົາວິຊາສະເພາະ ແລະ ຈັນຍາບັນຈັນຍາທຳແພດໝໍ, ບາງດ້ານເອື່ອຍອີງໃສ່ກັນ ແລະ ຫວັງຜົນປະໂຫຍດ, ຍັງເກີດຫາງສຽງຈົ່ມວ່າຂອງປະຊາຊົນຫຼາຍຢູ່ ແລະ ອື່ນໆ ສະນັ້ນ, ເພື່ອເປັນທິດທາງໃນການແກ້ໄຂຈຸດອ່ອນຄົງຄ້າງຢ່າງເດັດດ່ຽວ ແລະ ວາງແຜນການໃນແຕ່ລະໄລຍະໃຫ້ຖືກຕ້ອງສອດ ຄ່ອງ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີທິດທາງຈຳນວນໜຶ່ງ ເພື່ອເປັນຂໍ້ຄິດເຫັນນໍາໄປປັບປຸງໃນຕໍ່ໜ້າ ດັ່ງນີ້:

1. ວຽກພັກ: ເພີ່ມທະວີການນຳພາຕົວຈີງທີ່ເຂັ້ມແຂງ ຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ລັດສະນະນຳໜ້າ ຂອງຄະນະນະພັກ:

– ຖືສໍາຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ, ໂດຍນຳໃຊ້ຫຼາຍຮູບການ, ວິທີການທີ່ອຸດົມສົມບູນ ສອດຄ່ອງເໝາະສົມ ເພື່ອສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນເຊື່ອມຊືມແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ.

– ເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ, ໃນນີ້ສຳຄັນກວ່າໝູ່ແມ່ນ ເອົາໃຈໃສ່ປັບປຸງຍົກລະດັບຄວາມຮູ້ທິດສະດີການເມືອງ-ການປົກຄອງ, ໂດຍສະເພາະແມ່ນ ທິດສະດີມາກ – ເລນິນ, ທິດສະດີທີ່ກ້າວໜ້າອື່ນໆ, ທິດສະດີການເມືອງ ແລະ ມູນເຊື້ອຂອງພັກເຮົາ ແລະ ຍູ້ແຮງຄວາມຕື່ນຕົວເປັນເຈົ້າການເຝຶກຝົນຫຼໍ່ຫຼອມຕົນເອງ ຂອງສະມາຊິກພັກ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ;

– ເອົາໃຈໃສ່ຈົດຈໍ່ ຕໍ່ການກໍ່ສ້າງພັກທາງດ້ານການຈັດຕັ້ງໃນນັ້ນອັນເປັນກົກແມ່ນປະຕິບັດເຂັ້ມງວດ 5 ຫຼັກການ 3 ທິດນຳແຫ່ງການຈັດຕັ້ງຂອງພັກ;

– ຕັ້ງໜ້າປັບປຸງແບບແຜນນຳພາຂອງອົງຄະນະພັກເປັນຕົ້ນ: ພັກນຳພາດ້ວຍແນວທາງແລະລະບຽບກົດໝາຍຕິດພັນກັບການຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງພັກເປັນຕົ້ນປະຕິບັດແນວທາງ, ແບບຢ່າງໃນການປະຕິບັດລະບຽບກົດໝາຍ; ການປ່ຽນແປງແກ້ໄຂຂໍ້ຂາດຕົກບົກພ່ອງແລະການນຳພາແຫ່ງການເຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີຂຶ້ນ.

2. ວຽກງານປັບປຸງກົງຈັກການຈັດຕັ້ງ, ພະນັກງານ ແລະ ກົນໄກບໍລິຫານ:

– ຕ້ອງໄດ້ເອົາໃຈໃສ່ໃນການປັບປຸງກົງຈັກໃຫ້ກະທັດຮັດ, ຖືກທິດ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານລ່ອງຊ່ອງໄປລວງດຽວກັນ. ສ້າງກົນໄກການປະສານງານພາຍໃນ ແລະ ພາຍນອກຢູ່ສູນກາງ, ຢູ່ໂຮງໝໍ ແລະ ຢູ່ພາກສະໜາມ ລວມເຖິງບັນດາກົມກອງຊ່ວຍໜູນອ້ອມຂ້າງກະຊວງ ໃຫ້ມີຄວາມເປັນເອກະພາບສູງຫຼີກລຽງຫາງສຽງບໍ່ດີ ທີ່ເປັນຜົນກະທົບຕໍ່ວຽກງານຂະແໜງການ ກໍຄືຜົນປະໂຫຍດລວມຂອງປະເທດຊາດ.

– ອົງຄະນະພັກ ຕ້ອງເອົາໃຈໃສ່ປັບປຸງຢ່າງຈິງຈັງ ຕໍ່ວຽກງານພະນັກງານ ຊຶ່ງເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ ນັບແຕ່ຂອດສ້າງ ແລະ ປະຕິບັດແຜນກຳນົດຕໍາ ແໜ່ງງານ; ການເລືອກເຟັ້ນ ແລະ ສັບຊ້ອນພະນັກງານ; ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ; ການຄຸ້ມຄອງຕິດຕາມກວດກາ ແລະ ປະຕິບັດວິໄນຕໍ່ພະນັກງານ ຢ່າງຖືກຕ້ອງ ແລະ ມີຄວາມຍຸຕິທໍາ…ເຮັດໄດ້ແນວນັ້ນ ພວກເຮົາຈິ່ງຈະສາມາດຍົກສູງບົດບາດພະນັກງານ ຊຶ່ງເປັນປັດໄຈຕັດສິນ ຫັນເຂົ້າສູ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ; ເປັນກຸນແຈແຫ່ງການປະຕິບັດບົດບາດນຳພາຂອງພັກ ຕໍ່ພາລະກິດປ່ຽນແປງໃໝ່ຮອບດ້ານຂອງພັກ ກໍຄືຕໍ່ການນໍາພາທຸກວຽກງານ ໃນຂະແໜງສາທາລະນະສຸກ.

– ເອົາໃຈໃສ່ສຶກສາຄົ້ນຄວ້າ ແລະ ທົດລອງຈັດຕັ້ງປະຕິບັດຄວາມເປັນໄປໄດ້ ການຫັນໄປກຸ້ມຕົນເອງດ້ານງົບປະມານຢູ່ໃນບ່ອນທີ່ມີເງື່ອນໄຂຄົບຖ້ວນ ຈິ່ງຈະສາມາດຫັນພະນັກງານ, ລັດຖະກອນ ໄປເປັນພາລະກອນ ເພື່ອຫຼຸດຜ່ອນດ້ານງົບປະມານລັດ ທັງຮັບປະກັນຄຸນນະພາບດ້ານວຽກງານສາທາລະນະສຸກເທື່ອລະກ້າວ.

– ການປັບປຸງວຽກງານພະນັກງານ ຕ້ອງໄປຕາມທິດລວມ ທີ່ກໍານົດໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ, ຄຳສັ່ງ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ໂດຍການຈັດວາງພະນັກງານຢູ່ໃນພາວະເຄື່ອນເໜັງ ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ, ຮັບປະກັນການປະຕິບັດວຽກງານຄຸ້ມຄອງພະນັກງານເປັນເອກະພາບ, ມີຄຸນນະພາບ, ການບັນຈຸລັດຖະກອນ ຕ້ອງປະຕິບັດຫຼັກການສະເໝີພາບ, ໂປ່ງໃສ, ຍຸຕິທຳ, ອີງໃສ່ຕຳແໜ່ງງານ ແລະ ໜ້າວຽກທີ່ຕ້ອງການ ທັງຮັບປະກັນການສ້າງ, ປະຕິບັດແຜນກຳນົດພະນັກງານ ຢ່າງເປັນລະບົບຕາມທິດຫັນເປັນໜຸ່ມ(ແໜ້ນ)ກົງຈັກກະທັດຮັດ, ຫຼຸດຜ່ອນຈຳນວນພົນ ແລະ ຫຼີກເວັ້ນລະບົບອຸປະຖຳຄ້ຳຊູຄົນເຈົ້າຄົນຂ້ອຍ ແລະ ມີການຄົ້ນຄວ້າລົງວິໄນຕໍ່ຜູ້ກະທຳຜິດຢ່າງເດັດຂາດໂປ່ງໃສຍຸຕິທຳປະກົດການເກີດຢູ່ບ່ອນໃດແມ່ນບ່ອນນັ້ນເປັນຜູ້ຄົ້ນຄວ້າແກ້ໄຂຢ່າງຂາດຕົວ.

– ຕ້ອງຮັບກັນການບັນຊາການ ຄືກັບບັນຊາບັ້ນຮົບ ເພື່ອຮັບປະກັນຄວາມຮັບຜິດຊອບຂອງພະນັກງານສະມາຊິກພັກ, ແພດໝໍ ໄປຕາມທິດຂອງພັກ ແລະ ລັດຖະບານວາງອອກ ເພື່ອໃຫ້ມີການຫັນປ່ຽນຢ່າງຮອບດ້ານ.

– ເອົາໃຈໃສ່ປະຕິບັດວຽກການແຂ່ງຂັນຍ້ອງຍໍໃຫ້ພະນັກງານ ນັກຮົບຊຸດຂາວຢ່າງຖືກຕ້ອງເໝາະສົມ, ທັນການ, ຖືກທິດ ແລະ ທົ່ວເຖິງ ເພື່ອເປັນຂວັນ ແລະ ກຳລັງໃຈ ໃຫ້ຜູ້ທີ່ເຮັດວຽກງານຢ່າງເອົາຈີງເອົາຈັງໃນພາກປະຕິບັດຕົວຈີງ ມີລັງໃຈເຮັດວຽກງານ ຢ່າງສຸດກົກສຸດປາຍ.

3. ສຳລັບວຽກງານວິຊາສະເພາະ:

ກ່ອນອື່ນໝົດ ຕ້ອງເອົາໃຈໃສ່ຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກທີ່ວ່າ: ສືບຕໍ່ຢຶດໝັ້ນການປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ຕາມທິດຖືເອົາການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນຕໍ;ຖືເອົາການບໍລິການປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ໂດຍເລັ່ງໃສ່ຈັດຕັ້ງປະຕິບັດ 08 ແຜນງານ ແລະ 133 ໂຄງການ ຄວບຄູ່ກັບການຈັດຕັ້ງປະຕິບັດແຜນປະຕິຮູບສາທາລະນະສຸກໄລຍະ III (2021-2025). ເພື່ອເປັນທິດໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 05 ປີຄັ້ງທີ IX (2021-2025) ໃນແຕ່ລະດ້ານທີ່ໄດ້ວາງອອກເປັນຕົ້ນ:

①: ໃຫ້ສືບຕໍ່ເອົາໃຈໃສ່, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ 19 ທີ່ຍັງສືບຕໍ່ມີຜົນກະທົບຕໍ່ພາຍໃນພວກເຮົາໂດຍຫັນໄປດໍາລົງຊີວິດແບບໃໝ່ ແລະ ເອົາໃຈໃສ່ໂຄສະນາສຶກສາອົບຮົມ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢ່າງຮອບດ້ານ.

②: ຂະແໜງສາທາລະນະສຸກຕ້ອງປະກອບສ່ວນຢ່າງຕັ້ງໜ້າກວ່າເກົ່າເຂົ້າໃນພາລະກິດລວມແຫ່ງການລົງກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານ,ເຮັດແນວໃດໃຫ້ຈຳນວນສ່ວນຫຼາຍປະຊາຊົນ ສາມາດເຂົ້າເຖິງການບໍລິການ ແລະ ຮັກສາສຸຂະພາບຂັ້ນພື້ນຖານ, ມີຄຸນນະພາບ ແລະ ໄດ້ຮັບສະຫວັດດີການສັງຄົມ ໄປຄຽງຄູ່ກັບການຂະຫຍາຍລະບົບປະກັນສຸຂະພາບ ລວມທັງການປັບປຸງຄຸນນະພາບສ້າງການຫັນປ່ຽນເຮັດໃຫ້ປະຊາຊົນລາວບັນດາເຜົ່າເຂົ້າເຖິງຕາ ໜ່າງສາທາລະນະສຸກນັບມື້ນັບຫຼາຍຂຶ້ນ.

③: ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຕາມມະຕິສະພາແຫ່ງຊາດວາງອອກ: ໂດຍເລັ່ງໃສ່ບັນດາຄາດໝາຍທີ່ບໍ່ທັນສຳເລັດເປັນຕົ້ນ: ແຜນປະຕິຮູບສາທາລະນະສຸກ ໄລຍະ III ເພື່ອບັນລຸເປົ້າໝາຍສຸຂະພາບທົ່ວປວງຊົນ (Universal Health Coverage((UHC ປີ 2025)), ເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals((SDGs ປີ 2030) ໃນ 5 ຂົງເຂດຄື: ການພັດທະນາຊັບພະຍາກອນມະນຸດ, ການເງິນສາທາລະນະສຸກ, ຄຸນນະພາບການບໍລິການ, ການບໍລິຫານຈັດການ ແລະ ຂໍ້ມູນຂ່າວສານສາທາລະນະສຸກໂດຍເລີ່ມຈາກການສ້າງ, ປັບປຸງ ພະນັກງານດ້ານສາທາລະນະສຸກ ທັງສ້າງຈັນຍາບັນ ຈັນຍາທຳ, ສ້າງສະຖານທີ່ບໍລິການ, ຮັບປະກັນມາດຕະຖານສະອາດ, ອຸປະກອນການແພດຄົບຖ້ວນ-ທັນສະໄໝ ແລະ ຢາປົວພະຍາດພຽງພໍຕາມນະໂຍບາຍ 5 ດີ 1ພໍໃຈຕິດພັນກັບການສ້າງນັກຄົ້ນຄ້ວາ, ຊ່ຽວຊານຜູ້ຊຳນານ ບໍ່ຄວນແລ່ນນຳປະລິມານ.

ຕອນທ້າຍ ທ່ານກິແກ້ວ ໄຂຄໍພິທູນ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມໃນກອງປະຊຸມໃນມື້ນີ້ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ນຳໄປຈັດຕັ້ງປະຕິບັດໃຫ້ເກີດໝາກເກີດຜົນຕາມຈຸດປະສົ່ງຄາດໝາຍທີ່ວາງໄວ້. ແລະຫວັງຢ່າງຍິ່ງ ແລະ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາ ຂອງຄະນະພັກຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງຄະແໜງການສາທາລະນະສຸກ ກັບການເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຜົນງານທີ່ຍາດມາໄດ້ ບວກກັບການຍົກສູງຄວາມຜິດຊອບການເມືອງ ແລະ ປະກອບສ່ວນ ຂອງທຸກພາກສ່ວນພາຍໃນ ແລະ ຕ່າງປະເທດ, ພາກລັດ ແລະ ເອກະຊົນ ພວກເຮົານັກຮົບເສື້ອຂາວ ທີ່ພ້້ອມເສຍສະຫຼະ ເພື່ອປະຊາຊົນ ແລະ ປະເທດຊາດ ຈະເຮັດສຳເລັດພາລະໜ້າທີ່ ທີ່ສຳຄັນຫຍຸ້ງຍາກ ແຕ່ມີກຽດສະຫງ່າ ທີ່ພັກ-ລັດ ມອບໝາຍໃຫ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version