Home ຂ່າວຕ່າງປະເທດ ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ຕວັກກີ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 48.000 ຄົນ

ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ຕວັກກີ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 48.000 ຄົນ

0

ຂ່າວສານຊີອາໄອລາຍງານ ເມື່ອຕົ້ນອາທິດຜ່ານມາ, ທ່ານ ສຸເລມານ ຊອຍລູ ລັດຖະມົນຕີກະຊວງພາຍໃນຕວັກກີ ກ່າວວ່າ: ແຜ່ນດິນໄຫວຄັ້ງຮ້າຍແຮງທີ່ເກີດຂຶ້ນຢູ່ພາກໃຕ້ຂອງຕວັກກີ ໃນວັນທີ 6 ກຸມພາ ຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 48.448 ຄົນ ລວມທັງຄົນຕ່າງປະເທດ 6.660 ຄົນ. ທ່ານ ສຸເລມານ ຊອຍລູ ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ແຂວງຮາໄຕ ທາງພາກໃຕ້ຂອງຕວັກກີ ວ່າ: ວຽກງານເກັບມ້ຽນຊາກຫັກພັງຂອງອາຄານຢູ່ເຂດປະສົບໄພຍັງພວມດຳເນີນການຢູ່. ມາຮອດປັດຈຸບັນນີ້, ຢູ່ເຂດປະສົບໄພໄດ້ປຸກຕູບຜ້າເຕັ້ນຫຼາຍກວ່າ 430.000 ຜືນ ເພື່ອຍົກຍ້າຍຜູ້ປະສົບໄພ ແລະ ສ້າງຫ້ອງນ້ຳຊົ່ວຄາວປະມານ 13.800 ແຫ່ງ. ນອກຈາກນັ້ນ, ຍັງມີແຜນການຈັດວາງຕູ້ຄອນເທນເນີປະມານ 115.600 ໜ່ວຍຕື່ມອີກເພື່ອໃຫ້ຜູ້ປະສົບໄພອາໄສຢູ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version