Home ຂ່າວພາຍໃນ ປະກາດ ບົ່ງຕົວແຕ່ງຕັ້ງ ຮອງເລຂາຫນ່ວຍພັກຮາກຖານ ອົງການໄອຍະການປະຊາຊົນແຂວງ

ປະກາດ ບົ່ງຕົວແຕ່ງຕັ້ງ ຮອງເລຂາຫນ່ວຍພັກຮາກຖານ ອົງການໄອຍະການປະຊາຊົນແຂວງ

0
233

ພິທີ ປະກາດ ການບົ່ງຕົວແຕ່ງຕັ້ງຮອງເລຂາຫນ່ວຍພັກຮາກຖານ ອົງການໄອຍະການປະຊາຊົນແຂວງອຸດົມໄຊ ຈັດຂຶ້ນໃນຕອນບ່າຍວັນທີ 16 ມີນານີ້ ໂດຍການເຂົ້າຮ່ວມເປັນກຽດຂອງ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ສະຫາຍ ນາງ ສົມຫວັງ ໄຊຍະຕິ ເລຂາຫນ່ວຍພັກ, ຫົວຫນ້າອົງການໄອຍະການປະຊາຊົນ ແຂວງອຸດົມໄຊ, ມີຄະນະຫນ່ວຍພັກ, ຜູ້ຕາງຫນ້າຈາກຄະນະຈັດຕັ້ງແຂວງ ພ້ອມດ້ວຍສະມາຊິກພັກພາຍໃນຫນ່ວຍ ເຂົ້າຮ່ວມ.

ພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາຫນ່ວຍພັກຮາກຖານ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໂດຍໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ສົມເພັດ ຈັນທະລີວົງ ເປັນຮອງເລຂາຫນ່ວຍພັກ, ຮັບຜິດຊອບວຽກງານກວດກາຫນ່ວຍພັກອົງການໄອຍະການປະຊາຊົນແຂວງ. ໂອກາດດັ່ງກ່າວ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ໄດ້ໂອລົມຊີ້ທິດບາງບັນຫາຕໍ່ຄະນະພັກ ກໍຄື ສະມາຊິກພັກພາຍໃນອົງການໄອຍະການປະຊາຊົນແຂວງ ໂດຍທ່ານໄດ້ເນັ້ນຄວາມຫມາຍ ຄວາມສຳຄັນ ຂອງການຈັດຕັ້ງພັກ ແລະ ຄວາມເຂົ້າໃຈຕໍ່ການປັບປຸງວຽກງານພັກ ເຊິ່ງເປັນວຽກປົກກະຕິ ເພື່ອເຮັດໃຫ້ການຈັດຕັ້ງຂອງພັກມີຄວາມເຂັ້ມແຂງ, ການເຄື່ອນໄຫວມີຄວາມສະດວກ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ, ສ້າງໃຫ້ກາຍເປັນຫນ່ວຍພັກປອດໃສ ເຂັ້ມແຂງ ຫນັກແຫນ້ນ, ຄະນະພັກຕ້ອງໄດ້ເອົາໃຈໃສ່ນຳພາປັບປຸງການຈັດຕັ້ງຂອງຫນ່ວຍພັກ ກໍຄື ການຈັດຕັ້ງລັດ ໃຫ້ມີຄວາມເຂັ້ມແຂງ, ເຮັດວຽກຢ່າງມີແຜນການ, ແບ່ງຫນ້າທີ່ຄວາມຮັບຜິດຊອບຢ່າງລະອຽດ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກໃນການເຕົ້າໂຮມຄວາມສາມັກພາຍໃນຫນ່ວຍພັກ ກໍຄື ການຈັດຕັ້ງລັດ, ແນໃສ່ເຮັດໃຫ້ບັນດາສະມາຊິກພັກ-ພະນັກງານ ມີທັດສະນະຄຸນສົມບັດດີ, ພ້ອມກັນເປັນເຈົ້າການຕ້ານທຸກປາກົດການຫຍໍ້ທໍ້ພາຍໃນພັກໃຫ້ມີຄວາມສະຫງົບປອດໄພ ໂດຍຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດ.

ຂ່າວ.ໄມພອນ

#Medialaos

#Oudomxay

NO COMMENTS

LEAVE A REPLY

Please enter your comment!
Please enter your name here