Home ຂ່າວການເມືອງ ສຳມະນາວິທະຍາສາດ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ”

ສຳມະນາວິທະຍາສາດ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ”

0

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສົມທົບກັບສູນກາງສະຫະພັນກຳມະບານລາວ ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນ ໃນວັນທີ 15 ມີນານີ້ ທີ່ສູນກາງສະຫະພັນກຳມະບານລາວ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ”. ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ໃຫ້ກຽດເປັນຄະນະປະທານຮ່ວມ ມີ ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າຄະນະ ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ. ນອກຈາກນີ້ຍັງມີບັນດາສະຫາຍຮອງປະທານຄະນະບໍລິຫານງານສູນກາງກໍາມະບານລາວ, ນັກວິທະຍາສາດ, ນັກຄົ້ນຄວ້າ, ຄະນະສະຫະພັນກຳມະບານລາວ ຕາງໜ້າຈາກກະຊວງ, ອົງການ, ນະຄອນຫຼວງ, ພະນັກງານຂອງສູນກາງກໍາມະບານລາວ, ພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍກອງເລຂາຄະນະຮັບຜິດຊອບການຄົ້ນຄວ້າ ເຂົ້າຮ່ວມ ຊຶ່ງກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 150 ກວ່າຄົນ; ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອຮັບຟັງການລາຍງານຜົນການຄົ້ນຄວ້າຈາກນັກວິ ທະຍາສາດ ແລະ ລະດົມຄວາມຄິດຂອງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມປະກອບໃສ່ບົດວິທະຍາສາດ ໃຫ້ຮັບປະກັນລັກສະນະວິທະຍາສາດ.

ໃນຄຳເຫັນກ່າວເປີດກອງປະຊຸມສຳມະນາ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນ ໜັກວ່າ: ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ” ໃນເທື່ອນີ້ ແມ່ນເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ ແລະພຶດຕິກຳ ແລະ ເປັນປະໂຫຍດໃຫຍ່ຫຼວງໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍຂອງພັກ-ລັດເຮົາ ກ່ຽວກັບວຽກງານກຳມະບານ ໃຫ້ປະກົດຜົນເປັນຈິງ ຊຶ່ງເພິ່ນໄດ້ຮຽກຮ້ອງມາຍັງບັນດານັກວິທະຍາສາດ, ບັນ ດາແຂກ ແລະ ຄະນະສະຫະພັນກຳມະບານທີ່ຕາງໜ້າຈາກກະຊວງ, ອົງການ, ນະຄອນຫຼວງທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ຄົ້ນຄວ້າໃຫ້ເລິກ, ຂຸດໃຫ້ເຖິງ ເພື່ອຊອກໃຫ້ເຫັນໄດ້ເຖິງເນື້ອໃນແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ ເພື່ອໃຫ້ກາຍເປັນຄັງສ້າງທິດສະດີ ແລະ ນຳເອົາເນື້ອໃນຈິດໃຈດັ່ງກ່າວ ໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການສຶກສາອົບຮົມ, ປຸກ ລະດົມສະມາຊິກກຳມະບານ ໃນຄວາມຮັບຜິດຊອບຂອງຕົນຢ່າງມີປະສິດທິຜົນ.

ເນື້ອໃນບົດນຳກອງປະຊຸມສຳມະນາ ສະເໜີໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຍົກໃຫ້ເຫັນເນື້ອໃນພື້ນຖານຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງກຳມະກອນ ແລະ ອົງການກຳມະບານ ເປັນຕົ້ນ: “ອົງການກໍາມະບານ ແມ່ນກໍາລັງທັບ, ພັກກອມມູນິດເປັນກອງເສນາທິການໃຫ້ແກ່ກອງກໍາລັງດັ່ງກ່າວ”; ມີພາລະບົດບາດໃນການສຶກສາອົບຮົມ, ປຸກລະດົມຂົນຂວາຍກໍາມະກອນ ແລະ ຊາວຜູ້ອອກແຮງງານ; ພ້ອມທັງຍົກໃຫ້ເຫັນແຈ້ງວ່າ: “ການປົດປ່ອຍຊົນຊັ້ນກໍາມະກອນ ແມ່ນພາລະກິດຂອງກະໂຕຊົນຊັ້ນກໍາມະກອນເອງ”. ສະນັ້ນ: “ຊົນຊັ້ນກຳມະກອນ ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໃນພາລະກິດແຫ່ງການດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມນັ້ນເອງ ເຊັ່ນ: ຫຼັກໝັ້ນ, ທັດສະນະ, ລະດັບວັດທະນະທຳ, ວິຊາສະເພາະ, ລະບຽບອອກແຮງງານ… ທັງນີ້ກໍເພື່ອໃຫ້ສົມເປັນຊົນຊັ້ນປະຕິວັດກວ່າໝູ່, ກ້າວໜ້າກວ່າໝູ່, ເປັນກຳລັງຫຼັກແຫຼ່ງທີ່ດຳລົງບົດບາດນຳພາສັງຄົມ”. ນອກຈາກນີ້, ຍັງຍົກໃຫ້ເຫັນຕື່ມວ່າ ປະທານ ໄກສອນ ພົມວິຫານ ໄດ້ນໍາພາ-ຊີ້ນໍາກຳມະກອນ ແລະ ຊາວຜູ້ອອກແຮງງານລາວຢ່າງໃກ້ຊິດ ແລະ ໄດ້ສ້າງຕັ້ງອົງການກໍາມະບານລາວຂຶ້ນ ໃນວັນທີ 1 ກຸມພາ 1956 ເພື່ອເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານລາວ; ກອງປະຊຸມໄດ້ຮັບຟັງການນຳສະເໜີ 5 ຫົວຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງກໍາມະບານລາວ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານສຶກສາອົບຮົມກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຂະບວນການຂອງກໍາມະກອນ ແລະ ຜູ້ອອກແຮງງານລາວ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງກຳມະບານຮາກຖານ.

ໃນຕອນທ້າຍ ໄດ້ຮັບຟັງການສະຫຼຸບລາຍງານຜົນ ຂອງກອງປະຊຸມສຳມະນາໂດຍ ສະຫາຍ ພູວົງ ອຸ່ນຄຳແສນ ຊຶ່ງໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາສາດ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຈະແຈ້ງ ກ່ຽວກັບ “ແນວຄິດໄກສອນ ພົມວິຫານ ກັບວຽກງານກໍາມະບານ” ແລະ ໄດ້ເນັ້ນໜັກວ່າ: ການສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງກຳມະບານແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກົງຈັກການ ຈັດຕັ້ງ ແລະ ບຸກຄະລາກອນ (ສະມາຊິກກຳມະບານ), ໝາຍວ່າ ແມ່ນການປັບປຸງກົງຈັກການຈັດຕັ້ງກຳມະບານຢ່າງເປັນລະບົບນັບແຕ່ສູນກາງລົງຮອດຮາກຖານ, ທັງເປັນການເສີມຂະຫຍາຍບົດບາດ ຂອງອົງການຈັດຕັ້ງກຳມະບານຂັ້ນຕ່າງໆເຂົ້າໃນຂະບວນການປ່ຽນແປງໃໝ່. ຄຽງຄູ່ກັນນັ້ນ, ເພື່ອເສີມຂະຫຍາຍບົດບາດນຳໜ້າ ຂອງຊົນຊັ້ນກຳມະກອນໃນທຸກຂົງເຂດວຽກງານ, ພວກເຮົາຕ້ອງຖືສຳຄັນເປັນພິເສດກ່ຽວກັບ “ການຍົກລະດັບການສຶກສາ, ວັດທະນະທຳ ແລະ ວິຊາຊີບ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ສູງຂຶ້ນເລື້ອຍໆ, ປຸກລະດົມ ແລະ ສ້າງເງື່ອນໄຂໃຫ້ຊາວຜູ້ອອກແຮງງານ ໂດຍສະເພາະ ແມ່ນປັນຍາຊົນ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນຮ່ຳຮຽນ, ນຳໃຊ້ຜົນສຳເລັດທາງດ້ານເຕັກນິກເຂົ້າໃນວຽກງານ, ສືບຕໍ່ເສີມຂະຫຍາຍແນວຄິດຊີ້ນຳຂອງປະທານເຂົ້າໃນວຽກງານກຳມະບານໃຫ້ມີການຫັນປ່ຽນໃນພຶດຕິກຳໃນ​ຕໍ່​ໜ້າ.

(ຂ່າວ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version