Home ຂ່າວພາຍໃນ ອອປສ ຖືເອົາວຽກງານການເມືອງ-ນໍາພາແນວຄິດ ເປັນປັດໄຈພື້ນຖານສຳຄັນໃນການສຶກສາອົບຮົມ

ອອປສ ຖືເອົາວຽກງານການເມືອງ-ນໍາພາແນວຄິດ ເປັນປັດໄຈພື້ນຖານສຳຄັນໃນການສຶກສາອົບຮົມ

0

ຄະນະພັກ-ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຖືເອົາວຽກງານການ ເມືອງ-ແນວຄິດ ເປັນປັດໄຈພື້ນຖານສຳຄັນໃນການສຶກສາອົບຮົມພະນັກງານ-ລັດຖະກອນໃຫ້ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ. ທ່ານ ຈັນທະບູນ ເພັງຄຳໃສ ຫົວໜ້າກົມຈັດຕັ້ງພະນັກງານ ອອປສ ໄດ້ຂຶ້ນຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ແລະ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈຳປີ 2022 ແລະ ທິິດທາງແຜນການປະຈຳປີ 2023 ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ແລະ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ອອປສ ທົ່ວປະເທດ ປະຈຳປີ 2022 ໃນວັນທີ 13 ມີນາ ນີ້ວ່າ: ຄະນະພັກ ອອປສ ໄດ້ຖືເອົາວຽກງານນໍາພາການເມືອງ-ແນວຄິດເປັນແຖວໜ້າໂດຍໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ກໍຄືບັນດາມະຕິຄໍາສັ່ງຕ່າງໆຢ່າງເປັນປົກກະຕິ ເປັນຕົ້ນແມ່ນຄົ້ນຄວ້າ, ເຊື່ອມ-ຊຶມບັນດາມະຕິກອງປະຊຸມຄົບຄະນະຄັ້ງທີ 4, ຄັ້ງທີ 5 ຂອງສູນກາງພັກສະໄໝທີ XI, ຄຳສັ່ງ, ມະຕິຂອງກົມການເມືອງສູນກາງພັກເລກທີ 206 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ເຊື່ອມຊຶມມະຕິສະບັບເລກທີ 037/ຄລສພ ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ-ຄຸ້ມຄອງສັງຄົມເປັນຕົ້ນກົດໝາຍ, ມະຕິສະບັບເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸຕິທໍາ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມສະໄໝສາມັນເທື່ອທີ 2, 3 ຂອງສະພາແຫ່ງຊາດຊຸດທີ IX, ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 002/ກມສພ ແລະ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 04 ພຊ, ລົງວັນທີ 10/8/2011 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ມະຕິສະໄໝທີ V ຂອງອົງຄະນະພັກ ອອປສ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ແລະ ສືບຕໍ່ຜັນຂະຫຍາຍ 6 ແຜນງານ 21 ໂຄງການ, 95 ກິດຈະກໍາຂອງອົງການໄອຍະການປະຊາຊົນ, ເຜີຍແຜ່ບົດບັນທຶກຮ່ວມກັບພາກສ່ວນທີ່ກ່ຽວ ຂ້ອງ, ຂໍ້ຕົກລົງ, ແຈ້ງການ, ຄໍາສັ່ງແນະນຳຂອງຫົວໜ້າ ອອປສ ໃຫ້ພະນັກງານ-ລັດຖະກອນແຕ່ສູນກາງຮອດທ້ອງຖິ່ນ ພ້ອມກັນນັ້ນໄດ້ຈັດຕັ້ງປາຖະກະຖາເອກະສານເລົ່າມູນເຊື້ອໃນວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ສາກົນ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 11.674 ເທື່ອຄົນ ຍິງ 1.386 ເທື່ອຄົນ, ຂັ້ນສູນກາງມີ 153 ເທື່ອຄົນ ຍິງ 679 ເທື່ອຄົນ.

ທ່ານ ຈັນທະບູນ ເພັງຄຳໃສ ກ່າວຕື່ມວ່າ: ສຳລັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງໃນໄລຍະ1 ປີຜ່ານມາ, ຄະນະພັກ-ຄະນະນຳ ອອປສ ໄດ້ຖືເອົາວຽກງານການ ເມືອງ-ນໍາພາແນວຄິດເປັນແຖວໜ້າຢ່າງເປັນປົກກະຕິ, ຕໍ່ເນື່ອງ ຖືເປັນປັດໄຈພື້ນຖານໃນການສຶກສາອົບຮົມແລະ ປັບປຸງທັດສະນະຫຼັກໝັ້ນຊົນຊັ້ນ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ເອົາໃຈໃສ່ກໍ່ສ້າງພັກ ໂດຍຢຶດໝັ້ນ 5 ຫຼັກການ ແລະ 3 ທິດນຳຂອງການກໍ່ສ້າງພັກ ຊຶ່ງສະແດງອອກຄື: ໄດ້ສູ້ຊົນນຳພາກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2022 ໂດຍມີແຜນການລະອຽດໃນການຊີ້ນຳຈັດຕັ້ງປະຕິບັດຕົວຈິງ, ທົ່ວອົງຄະນະພັກ ອອປສ ປະກອບມີ 10 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 194 ສະຫາຍ ຍິງ 75 ສະຫາຍ ກວມ 83,98% ຂອງຈໍານວນພະນັກງານຢູ່ ອອປສ ມີ 231ສະຫາຍ; ສະມາຊິກພັກສົມບູນ 184 ສະຫາຍ ຍິງ 75 ສະຫາຍ, ສະມາຊິກພັກສຳຮອງ 10 ສະຫາຍ, ຍິງ 4 ສະຫາຍ, ສະມາຊິກພັກບຳນານ 15 ສະຫາຍ ຍິງ 1 ສະຫາຍ.

ໂດຍ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version