Home ຂ່າວໜ້າໜຶ່ງ ລັດຖະມົນຕີ ຊີ້ນໍາບາງບັນຫາ ທີ່ພະແນກ ກຕສ ແຂວງຈໍາປາສັກ ຕ້ອງເອົາໃຈໃສ່

ລັດຖະມົນຕີ ຊີ້ນໍາບາງບັນຫາ ທີ່ພະແນກ ກຕສ ແຂວງຈໍາປາສັກ ຕ້ອງເອົາໃຈໃສ່

0

ໃນໂອກາດເຄື່ອນໄຫວວຽກງານຢູ່ ແຂວງຈໍາປາສັກ ຂອງຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໃນວັນທີ 6 ມີນາ 2023 ຜ່ານມານີ້, ທ່ານ ບໍ່ວຽງຄໍາ ວົງດາລາ ລັດ ຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ທິດຊີ້ນໍາບາງບັນຫາທີ່ພະແນກ ກຕສ ແຂວງ ຈະຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນ ໃຫ້ສືບຕໍ່ໃນການນໍາພາ-ຊີ້ນໍາທາງດ້ານການເມືອງແນວຄິດ ໃຫ້ແກ່ອ້າຍນ້ອງພະນັກງານ, ພັດທະນາທາງດ້ານບຸກຄະລາກອນ ໃຫ້ມີຄວາມພ້ອມທາງດ້ານເຕັກນິກວິຊາສະເພາະທີ່ທັນສະໄໝ, ສຶກສາຮຽນຮູ້ພາສາຕ່າງປະເທດ, ສ້າງທ່າແຮງໃນການຮ່ວມມືຈາກຫລາຍພາກສ່ວນໃນທົ່ວສັງຄົມ, ກໍານົດການແບ່ງຂັ້ນຄຸ້ມຄອງ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບວຽກງານຕົວຈິງ, ເພີ່ມການພົບປະຖອດຖອນບົດຮຽນລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະໃຫ້ສອດຄ່ອງ ແລະ ມີປະສິດທິຜົນ.

ໂອກາດນີ້, ທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈໍາປາສັກ ກໍໄດ້ລາຍງານສະພາບລວມການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໂດຍໄດ້ເອົາໃຈໃສ່ນໍາພາພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ຕາມ 9 ແຜນວຽກຈຸດສຸມ, 18 ແຜນງານ, 26 ໂຄງການ, 15 ກິດຈະກໍາ ແລະ 14 ຕົວຊີ້ວັດ ໃຫ້ບັນລຸຕາມຄາດໝາຍ ແລະ ປະກົດຜົນເປັນຈິງ ເປັນ ຕົ້ນ ວຽກງານນິຕິກໍາ ໄດ້ອອກຄໍາແນະນໍາວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງ ໂທລະຄົມມະນາຄົມ, ຄໍາແນະນໍາການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ເປັນປະໂຫຍດ ແລະ ປອດໄພ, ຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ຂັ້ນແຂວງ, ຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການກຽມຄວາມພ້ອມຫັນເປັນທັນສະໄໝ, ຂໍ້ຕົກລົງແຕ່ຕັ້ງຄະນະສະເພາະກິດ ເພື່ອແກ້ໄຂປາກົດການຫຍໍ້ທໍ້ຮ້ານອິນເຕີເນັດຄາເຟ, ຮ້ານເກມອອນລາຍ, ພະນັນອອນລາຍ; ວຽກງານຊຸກຍູ້ ສົ່ງເສີມການພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ, ໄອຊີທີ ແລະ ດີຈິຕອນ ທົ່ວແຂວງ ຈໍາປາສັກ ມີ 9 ເມືອງ ແລະ 1 ນະຄອນ ທັງໝົດມີ 641 ບ້ານ ມີສັນຍານໂທລະສັບມືຖືນໍາໃຊ້ແລ້ວ 634 ບ້ານ. ໃນນັ້ນ, ມີເຄືອຂ່າຍ 4G ກວມເອົາ 495 ບ້ານ, 3G ກວມເອົາ 524 ບ້ານ, ມີຜູ້ເຂົ້າເຖິງ ແລະ ຊົມໃຊ້ໂທລະສັບມືຖື 559.188 ເລກໝາຍ ຂອງປະຊາກອນໃນທົ່ວແຂວງ, ນໍາໃຊ້ອິນເຕີເນັດ 455.435 ເລກໝາຍ, ນໍາໃຊ້ອິນເຕີເນັດຄວາມໄວສູງ ຜ່ານສາຍໄຍແກ້ວ 30.862 ເລກໝາຍ. ນອກນີ້, ຍັງໄດ້ເອົາໃຈໃສ່ຫັນເປັນທັນສະໄໝພາກລັດ ດ້ວຍການຊຸກຍູ້-ສົ່ງເສີມການບໍລິຫານ ແລະ ບໍລິການລັດດິຈິຕອນດ້ວຍການຂະຫຍາຍລະບົບຕິດຕໍ່ສື່ສານພາກລັດ (G-Chat) ໄດ້ຈໍານວນ 335 ບັນຊີ ກວມເອົາ 48 ກົມກອງ, ລະບົບຈັດເກັບ ແລະ ແບ່ງປັນຂໍ້ມູນ (G-Share) ໄດ້ຈໍານວນ 335 ບັນຊີ ກວມເອົາ 48 ກົມກອງ, ລະບົບຈົດໝາຍເອເລັກໂຕຣນິກ ຂອງລັດຖະບານ (E-Mail) ໄດ້ ຈໍານວນ 296 ບັນຊີ, ລະບົບເວັບໄຊພາກລັດ (G-Web) ຈໍານວນ 2 ກົມກອງ, ລະບົບຫ້ອງການທັນສະໄໝ (G-Office) ຈໍານວນ 2 ກົມກອງ, ທົດລອງນໍາໃຊ້ (U-Office) ຈໍານວນ 37 ກົມກອງ ແລະ ລະບົບການເງິນເອເລັກໂຕຣນິກ (E-Money) ຈໍານວນ 18.000 ກວ່າບັນຊີ ແລະ ອື່ນໆ.

ໂອກາດຢ້ຽມຢາມ ແລະ ເຮັດວຽກຂອງຄະນະໃນຄັ້ງນີ້, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບຄອມພິວເຕີແລັບທັອບ 3 ໜ່ວຍ ແລະ ອຸປະກອນ ຈໍານວນໜຶ່ງໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ເກີດດອກອອກຜົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version