Wednesday, September 25, 2024
Homeຂ່າວໜ້າໜຶ່ງສາທາ ທົບ​ທວນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ງານ​ແຫ່ງ​ຊາດ​ວ່າ​ດ້ວຍຄວາມໝັ້ນຄົງດ້ານສຸຂະພາບ 2022-2025

ສາທາ ທົບ​ທວນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ງານ​ແຫ່ງ​ຊາດ​ວ່າ​ດ້ວຍຄວາມໝັ້ນຄົງດ້ານສຸຂະພາບ 2022-2025

ວັນທີ  6 ກຸມພາ 2023 ທີ່ແຂວງຫຼວງພະບາງ ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ໄດ້ເປີດກອງປະຊຸມທົບ​ທວນ​ຄືນການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ງານ​ແຫ່ງ​ຊາດ ​ວ່າ​ດ້ວຍຄວາມໝັ້ນຄົງດ້ານສຸຂະພາບ 2022-2025, ການລາຍງານປະຈຳປີຂອງປະເທດລັດທິພາຄີ (eSPAR) ແລະ ການປະກອບຄຳເຫັນໃສ່ຮ່າງແຜນປະຕິບັດງານຄວາມໝັ້ນຄົງດ້ານສຸຂະພາບສອງພາກພື້ນອາຊີປາຊີຟິກສະບັບໃໝ່ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ Dr. Ying Ru Lo ຕາງໜ້າອົງການອະນາໄມໂລກ ປະຈຳ ສປປລາວ ເປັນປະທານຮ່ວມ, ມີຄະນະກົມ, ຫົວ​ໜ້າ​ສູນອ້ອມຂ້າງກະຊວງສາທາລະນະສຸກ, ຫົວ​ໜ້າຄະ​ນະອຳນວຍການໂຮງໝໍສູນກາງ, ຕາງໜ້າຈາກບັນ​ດາ​ກະ​ຊວງ, ບັນດາຄຸ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຊື່ງກອງປະຊຸມໃນຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ ໃນລະຫວ່າງວັນທີ 6-8 ມີນາ 2023.

ຈຸດປະສົງກອງປະຊຸມໃນຄັ້ງນີ້ເພື່ອຖອດຖອນບົດຮຽນ ພ້ອມທັງຕີລາຄາຈຸດດີອັນພົ້ນເດັ່ນ ແລະ ຍົກໃຫ້ເຫັນສິ່ງທີ່ເປັນຂໍ້ຄົງຄ້າງ  ແລະ ສີ່ງ​ທ້າ​ທາຍໃນການຈັດຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວໃນ​ໄລ​ຍະຜ່ານມາ ເພື່ອຈະຊອກຫາວິທີປັບປຸງ, ແກ້ໄຂໃນຕໍ່ໜ້າ ກໍ່ຄືການສ້າງແຜນຮອງຮັບກັບສະ​ພາບ​ການເກີດພະຍາດຕິດຕໍ່ຢ່າງຖືກຕ້ອງ ແລະ ເໝາະສົມກັບ​ສະ​ພາບການຕົວຈິງ ໂດຍການຫັນເອົາບັນຫາ ຫຼື ວິກິດການທີ່ເກີດຂື້ນໃນໄລ​ຍະຜ່ານມາເພື່ອເປັນບົດຮຽນໃນການປັບປຸງ, ພັດທະນາວຽກງານດັ່ງ​ກ່າວ ໃຫ້ນັບມື້ເຂັ້ມແຂງເທື່ອລະກ້າວ.

ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວຕໍ່ກອງປະຊຸມຕື່ມວ່າ: ໃນ​ປະ​ຫວັດ​ສາດ​ອັນ​ຍາວ​ນານພະຍາດຕິດຕໍ່ແມ່ນເປັນໄພຂົ່ມຂູ່ທາງດ້ານສາທາລະນະສຸກໃຫ້ກັບຫຼາຍປະເທດໃນທົ່ວໂລກ ແລະ ເປັນ​ບັນ​ຫາ​​ທີ່​ມີ​ຜົນ​ກະ​ທົບ​ຕໍ່ສຸ​ຂະ​ພາບ​ຂອງ​ປະ​ຊາ​ກອນ​​ຊາວໂລກ ເປັນຕົ້ນມາແມ່ນ: ພະຍາດໄຂ້ຫວັດໃຫ່ຍ, ພະຍາດ SAR, MERS, EbolaHIV  ແລະ ພະ​ຍາດອື່ນໆ ດ້ວຍເຫດຜົນດັ່ງກ່າວນັ້ນອົງການອະນາໄມໂລກໄດ້ສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງພັດທະນາກົດລະບຽບສາກົນດ້ານສາທາລະນະສຸກ (IHR) ຂື້ນມາ​ເພື່ອ​ເປັນ​ເຄື່ອງ​ມື​ໃນ​ການ​ສະ​ກັດ​ກັ້ນ ແລະ ຄວ​ບຄຸມ​ພະ​ຍາດ​ຕິດ​ຕໍ່ ແຕ່ເນື່ອງຈາກສະ​ພາບ​ແວດ​ລ້ອມ ແລະ ສະ​ພາບ​ດິນ​ຟ້າ​ອາ​ກາດມີ​ການ​ປ່ຽນ​ແປງຕະຫຼອດ​ເວ​ລານັ້ນ​ໄດ້ສົ່ງ​ຜົນ​ໃຫ້ພະຍາດຕິດຕໍ່ມີການປັບປ່ຽນ ແລະ ພັດທະນາໂຕເອງຢ່າງບໍ່ຢຸດຢັ້ງ ດັ່ງນັ້ນໃນປີ 2005 ຈຶ່ງໄດ້ມີການປັບປຸງກົດລະບຽບສາກົນດ້ານສາທາລະນະສຸກ ເພື່ອໃຫ້ແທດເໝາະກັບສະ​ພາບ​ຄວາມ​ເປັນ​ຈິງທີ່​ມີ​ການ​ປ່ຽນ​ແປງ ຊຶ່ງກົດລະບຽບສາກົນດ້ານສາທາລະນະສຸກ ສະບັບປັບປຸງໄດ້ກໍານົດໄວ້ວ່າ: “ ການ​ປ້ອງ​ກັນ​ທີ່​ດີ​ທີ່​ສຸດເພື່ອ​ບໍ່​ໃຫ້​ການລະບາດຂອງພະຍາດຕິດຕໍ່​ແຜ່​ລາມ​ໄປ​ທົ່ວ​ໂລກ​ແມ່ນຕ້ອງ​ຊອກ​ຄົ້ນ​ຫາ​ພະຍາດ​ແຕ່​ຫົວທີ ແລະ ຈັດ​ຕັ້ງ​ປະຕິບັດບັນດາ​ມາດ​ຕະການຄວບຄຸມຢ່າງ​ມີ​ປະສິດທິພາບ ແລະ ປະສິດທິຜົນ ໂດຍເລີ່ມປະຕິບັດແຕ່​ເວລາ​ທີ່ບັນຫາ​ຍັງ​ນ້ອຍ​ ແລະ​ ເກີດ​ຂື້ນຢູ່​ທ້ອງ​ຖິ່ນ​ໃດໜື່ງຢ່າງຕັ້ງໜ້າ”.

ສໍາລັບ ສປປ ລາວ ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ກໍຄືສະ​ກັດ​ກັ້ນ ແລະ ຄວບ​ຄຸມການລະບາດຂອງພະຍາດ COVID-19 ໃນໄລຍະຜ່ານມາແມ່ນໄດ້ມີການນໍາໃຊ້ກົດລະບຽບສາກົນ ດ້ານສາທາລະນະສຸກ (IHR) ສະບັບປັບປຸງປີ 2005, ຍຸດທະສາດອາຊີປາຊີຟີກ, ແຜນງານ 05 ປີ ລະ​ດັບ​ຊາດວ່າດ້ວຍຄວາມໝັ້ນຄົງດ້ານສຸຂະພາບ ແລະ ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ແຕ່ທັ​ງ​ໜົດ​ເຫຼົ່າ​ນັ້ນກໍຍັງບໍ່ພຽງພໍທີ່ຈະຮອງຮັບຕໍ່ເຫດການສຸກເສີນດ້ານ​ສາ​ທາ​ລະ​ນະ​ສຸກດັ່ງກ່າວນັ້ນໄດ້ ເຊິ່ງຈາກປະສົບການ ແລະ ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້ໃນການໂຕ້ຕອບຕໍ່ການລະບາດຂອງພະຍາດ COVID-19 ໃນໄລຍະຜ່ານມານັ້ນ ຈຶ່ງມີຫຼາຍສີ່ງທີ່ສະທ້ອນໃຫ້ເຫັນໄດ້ເຖີງການຂາດຄວາມກຽມພ້ອມ ເພື່ອຮອງຮັບຕໍ່ເຫດການສຸກເສີນທາງດ້ານສາທາລະນະສຸກຂະ​ໜາດ​ໃຫຍ່ ດັ່ງ​ນັ້ນ ເພື່ອເຮັດໃຫ້ລະບົບສາທາລະນະສຸກຂ​ອງ ສ​ປ​ປ​ລາວ ມີຄວາມກຽມພ້ອມຮອງຮັບຕໍ່ເຫດການສຸກເສີນດ້ານ​ສາ​ທາ​ລະ​ນະ​ສຸກນັ້​ນ ຕ້ອງໄດ້ມີການທົບທວນຄືນການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ ແລະ ປັບປຸງແຜນງານໃນການຈັດຕັ້ງປະຕິບັດຢ່າງເປັນ​ປົກ​ກະ​ຕິ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ສາມາດຊອກຫາຈຸດດີ ຂໍ້ຄົງຄ້າງ ແລະ ສີ່ງ​ທ້າ​ທາຍ ແລ້ວນໍາໄປປັບປຸງ, ແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments