Home ຂ່າວພາຍໃນ ຄະນະກໍາມະການ ປກຊ-ປກສ ແຂວງເຊກອງ ສະຫຼຸບວຽກງານປະຈໍາປີ 2022

ຄະນະກໍາມະການ ປກຊ-ປກສ ແຂວງເຊກອງ ສະຫຼຸບວຽກງານປະຈໍາປີ 2022

0

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ທົ່ວແຂວງເຊກອງ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໄດ້ຈັດຂຶ້ນໃນວັນທີ 1 ມີນາ ນີ້ ທີ່ສະໂມສອນກອງບັນຊາການທະຫານແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ປະທານຄະນະກໍາມະການ ປກຊ-ປກສ ຂັ້ນແຂວງ, ມີຄະນະກໍາມະການ ປກຊ-ປກສ ຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການ ປກຊ ແຂວງ ຮອງປະທານຜູ້ປະຈຳການຄະນະກຳມະການ ປກຊ-ປກສ ຂັ້ນແຂວງ ໄດ້ຜ່ານບົດສະຫຼຸບ ຊຶ່ງຄະນະພັກ-ຄະນະບັນຊາ ແລະ ອົງການປົກຄອງຂັ້ນແຂວງ ເວລາໃດກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ປະກອບສ່ວນຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ ຕິດພັນກັບການສ້າງທ່າສະໜາມ 3 ຂັ້ນ, ກໍ່ສ້າງ ແລະ ຂະຫຍາຍຕາໜ່າງກໍາລັງປະກອບອາວຸດ, ກໍາລັງປ້ອງກັນຕົວຢູ່ຮາກຖານໃຫ້ກວ້າງຂວາງ; ສ້າງບ້ານປ້ອງກັນຊາດເຂັ້ມແຂງ 42 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນ 4 ກຸ່ມບ້ານ, ບ້ານປ້ອມໝັ້ນ 30 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 197 ບ້ານ, ບ້ານປອດຢາເສບຕິດ 54 ບ້ານ, ບ້ານປອດຄະດີ 160 ບ້ານ ແລະ ໂຮຽຮຽນປອດຢາເສບຕິດ 178 ແຫ່ງ.

ສຳລັບທິດທາງ ແລະ ວຽກງານຈຸດສຸມໃນປີ 2023 ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສືບຕໍ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ຫັນລົງກໍ່ສ້າງຮາກຖານການເມືອງ, ປັບປຸງລະບົບການເມືອງ, ປັບປຸງກໍາລັງປະກອບອາວຸດ ເພື່ອຮັບປະກັນວຽກງານ ປກຊ-ປກສ ຢູ່ຮາກຖານໃຫ້ເຂັ້ມແຂງ, ມີຄຸນນະພາບໃໝ່ ກາຍເປັນກອງກຳລັງທີ່ມີແບບແຜນທີ່ທັນສະໄໝເທື່ອລະກ້າວ, ເຮັດໜ້າທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ ໂດຍສະເພາະແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເພື່ອແນໃສ່ເຮັດໃຫ້ແຂວງເຊກອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາ ແລະ ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ.

ໃນກອງປະຊຸມ, ຍັງໄດ້ເຜີຍແຜ່ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ; ຂໍ້ຕົກລົງວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ; ການປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ເພື່ອໃຫ້ມີເນື້ອໃນສົມບູນ, ຮັດກຸມແທດຕົວຈິງ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ປກຊ-ປກສ ໃນປີ 2023 ມີຜົນສໍາເລັດໃໝ່ທີ່ດີກວ່າເກົ່າ.

(ຂ່າວ-ພາບ: ກອງຄໍາ ນັກຂ່າວ ປກຊ ແຂວງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version