Home ຂ່າວໜ້າໜຶ່ງ ພົບປະສອງຝ່າຍລະຫວ່າງຮອງປະທານ ສພຊ ລາວ ແລະ ຫວຽດນາມ

ພົບປະສອງຝ່າຍລະຫວ່າງຮອງປະທານ ສພຊ ລາວ ແລະ ຫວຽດນາມ

0

ວັນທີ 28 ກຸມພາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ(ສພຊ)ລາວ ນຳໂດຍສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານ ສພຊ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບສະຫາຍ ຫງວຽນ ຄາກ ດິ໋ງ ກຳມະການສູນກາງພັກ ຮອງປະທານ ສພຊ ສສຫວຽດນາມ ພ້ອມຄະນະ ທີ່ສະພາແຫ່ງຊາດ ສສຫວຽດນາມ.

ໃນການພົບປະຄັ້ງນີ້, ສະຫາຍ ຮອງປະທານ ສພຊ ລາວໄດ້ມີຄຳເຫັນວ່າ:ການຢ້ຽມຢາມຄັ້ງນີ້, ເປັນການຜັນຂະຫຍາຍຜົນການຢ້ຽມຢາມແລະ ເຮັດວຽກ ຢູ່ ສປປ ລາວ ຂອງສະຫາຍປະທານສະພາແຫ່ງຊາດ ຫວຽດນາມ ໃນເດືອນ 5/2022 ທີ່ຜ່ານມາ,ທັງເປັນການປະຕິບັດບົດບັນທຶກການຮ່ວມມືລະຫວ່າງ ສອງສະພາແຫ່ງຊາດພວກເຮົາ ໃນການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ. ພ້ອມນີ້ ຍັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສພຊ ລາວ ແລະ ສພຊ ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຂຶ້ນເທື່ອລະກ້າວ.ສຳລັບວຽກທີ່ຄະນະພວກຂ້າພະເຈົ້າ ສົນທະນາ ແລະ ແລກປ່ຽນນໍາກັນ ແມ່ນລົງເລິກກ່ຽວກັບລະບົບກົງຈັກການຈັດຕັ້ງ, ບຸກຄະລາກອນ, ການປະເມີນບຸກຄະລາກອນທີ່ສະພາເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ, ຜ່ານການຄົ້ນຄວ້ານຳກັນ ແມ່ນມີບັນຍາກາດດີ, ບັນດາສະຫາຍ ໄດ້ລາຍງານດ້ວຍຄວາມຈິງໃຈ; ສໍາລັບທິດທາງຮ່ວມມື ໃນຕໍ່ໜ້າ:ສືບຕໍ່ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ປະຕິບັດບົດບັນທຶກ ຂອງສອງສພຊ ທີ່ລົງນາມຮ່ວມກັນ; ເພີ່ມທະວີການຊຸກຍູ້ ການສ້າງຊັບພະຍາກອນມະນຸດ, ສ້າງພະນັກງານ ກໍຄືຝຶກອົບຮົມຊ່ວຍສະພາທ້ອງຖິ່ນຂອງລາວ ໃຫ້ຫຼາຍຂຶ້ນ. ຊຸກຍູ້ ແລະ ສ້າງເງື່ອນໄຂ ໃຫ້ສະພາປະຊາຊົນຂັ້ນທ້ອງຖິ່ນ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດ ໄດ້ມີການພົບປະ, ແລກປ່ຽນບົດຮຽນ ແລະ ໄປມາຫາສູ່ຊຶ່ງກັນ ແລະ ກັນ.

ຈາກນັ້ນ, ສະຫາຍຮອງສພຊ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ເວືອງ ດິງ ເຫວ້ ກຳມະການກົມການເມືອງສູກາງພັກ ປະທານສພຊ ແຫ່ງ ສສຫວຽດນາມ ຊຶ່ງສະຫາຍກໍໄດ້ສະແດງຄວາມຕ້ອນຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສຳເລັດໃນການເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມຂອງສະຫາຍຮອງປະທານສພຊ ລາວໃນຄັ້ງນີ້ ພ້ອມອວຍພອນໃຫ້ສາຍພົວພັນມິດຕະພາບອັນສະຫງ່າ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ກ່ອນໜ້ານີ້, ຄະນະຜູ້ແທນສພຊ ລາວຍັງໄດ້ພົບປະເຮັດວຽກກັບສະຫາຍ ນາງ ຫງວຽນ ທິ ແທງ ກຳມະການສູນກາງພັກ ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ຊຶ່ງທັງສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານກົງຈັກຂອງສະພາປະຊາຊົນຂັ້ນແຂວງ; ວຽກງານການເລືອກຕັ້ງ; ການປະເມີນຜົນຕໍ່ການປະຕິບັດໜ້າທີ່ ບຸກຄະລາກອນດຳລົງຕຳແໜ່ງ ທີ່ສພຊ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ; ການປະເມີນຜົນຕໍ່ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງສະມາຊິກສພຊ; ການປະເມີນນະໂຍບາຍຕໍ່ສະມາຊິກສພຊ.ພ້ອມນັ້ນ, ທັງສອງຝ່າຍຍັງໄດ້ຖາມ-ຕອບ ແລກປ່ຽນຄຳຄິດຄຳເຫັນໃນບັນດາຫົວຂໍ້ທີ່ມີຄວາມສົນໃຈ.

(ຂ່າວ-ພາບ: ສພຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version