Home ຂ່າວຕ່າງປະເທດ ສ.ອາເມລິກາ ມອບເງິນຊ່ວຍເຫລືອ ອູແກຣນ 5 ໝື່ນລ້ານໂດລາ

ສ.ອາເມລິກາ ມອບເງິນຊ່ວຍເຫລືອ ອູແກຣນ 5 ໝື່ນລ້ານໂດລາ

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ສຳນັກຂ່າວອິນເຕີຣແຟກຊ-ອູແກຣນ, ໂດຍອ້າງອິງຕາມຄຳເວົ້າຂອງ ທ່ານ ເຈເນດ ເຍລເລນ ລັດຖະມົນຕີກະຊວງການເງິນ ຂອງ ສ.ອາເມລິກາ ຊຶ່ງເດີນທາງມາຢ້ຽມຢາມອູແກຣນ ວ່າ: ສ.ອາເມລິກາ ໄດ້ມອບຄວາມຊ່ວຍເຫລືອແກ່ອູແກຣນ ປະມານ 5 ໝື່ນລ້ານໂດລາສະຫະລັດ ນັບແຕ່ເກີດວິກິດການຣັດເຊຍ-ອູແກຣນ. ທ່ານ ເຈເນດ ເຍລເລນ ພາຍຫລັງເຂົ້າຮ່ວມປະຊຸມ ກັບ ທ່າເດນິສ ຊມີຮັລ ນາຍົກລັດຖະມົນຕີອູແກຣນ ວ່າ: ສ.ອາເມລິກາ ໄດ້ໃຫ້ຄວາມຊ່ວຍເຫລືອອູແກຣນ ທັງດ້ານຄວາມໝັ້ນຄົງ, ເສດຖະກິດ, ມະນຸດສະທຳ ແລະ ການສະໜັບສະໜູນທາງສັງຄົມ ກວມເອົາມູນຄ່າປະມານ 5 ໝື່ນລ້ານໂດລາສະຫະລັດ. ພ້ອມກັນນັ້ນຍັງເນັ້ນໜັກວ່າ ສ.ອາເມລິກາ ໄດ້ມອບເງິນ 1,4 ໝື່ນລ້ານໂດລາສະະລັດ ເພື່ອສະໜັບສະໜູນຄວາມສາມາດໃນການຟື້ນຟູທາງເສດຖະກິດ ຂອງອູແກຣນ ແລະ ວາງແຜນຈັດສັນເງິນເພີ່ມຕື່ມອີກ 8 ໝື່ນລ້ານໂດລາສະຫະລັດ ໃນຕໍ່ໜ້າ./

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version