Home ຂ່າວດ່ວນ ຮ່ວມໃຈກັນອະນຸລັກສັດປ່າ ແລະ ພືດປ່າ!

ຮ່ວມໃຈກັນອະນຸລັກສັດປ່າ ແລະ ພືດປ່າ!

0

ເຊີນຊວນ ບັນດາທ່ານມາທ່ຽວຊົມ ແລະ ຮ່ວມສະເຫຼີມສະຫຼອງ “ວັນອະນຸລັກສັດປ່າ ແລະ ພືດປ່າໂລກ ປະຈຳປີ 2023 ພາຍໃຕ້ຫົວຂໍ້ ຄູ່ຮ່ວມງານເພື່ອການອະນຸລັກສັດປ່າ ແລະ ພືດປ່າ” ໃນວັນທີ 03 ມີນາ 2023 ທີ່ ໂຮງແຮມ ແລນມາກ ເລີ່ມແຕ່ເວລາ 8:30-17:00 ເຊິ່ງຈັດຂຶ້ນໂດຍ ກົມລ້ຽງສັດ ແລະ ການປະມົງ ແລະ ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້.

ພາຍໃນງານ, ຈະມີຫຼາກຫຼາຍກິດຈະກຳທີ່ທ່ານຈະໄດ້ທັງຄວາມຮູ້, ຄວາມມ່ວນຊື່ນ ຈາກກິດຈະກຳການຂຶ້ນນໍາສະເໜີ ແລະ ສົນທະນາວິຊາການຫົວຂໍ້ກ່ຽວກັບການອະນຸລັກສັດປ່າ, ການອະນຸລັກຊີວະນາໆພັນ ລວມໄປເຖິງສຸຂະພາບຄົນ, ສັດ ແລະ ສິ່ງແວດລ້ອມ ຈາກຜູ້ຊ່ຽວຊານສະເພາະ ແລະ ກິດຈະກຳຖາມ-ຕອບ ເພື່ອຮັບຂອງທີ່ລະນຶກຈາກງານອີກດ້ວຍ.

ນອກຈາກນັ້ນ, ຍັງມີການວາງສະແດງບູທຂອງຄູ່ຮ່ວມອະນຸລັກສັດປ່າ ແລະ ພືດປ່າຈາກຫຼາຍພາກສ່ວນບໍ່ວ່າຈະເປັນ WCS, ມູນນິທິອະນຸລັກສັດປ່າລາວ, WWF, ມຊ, GIZ…

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version