Home ຂ່າວຕ່າງປະເທດ G20 ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືດ້ານນະໂຍບາຍສາກົນ

G20 ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືດ້ານນະໂຍບາຍສາກົນ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງກຸ່ມ 20 ປະເທດ ຫຼື G20 ໄດ້ສຳເລັດລົງຢູ່ນະຄອນເບັນກາລູຣູ ທາງພາກໃຕ້ຂອງອິນເດຍ. ກອງປະຊຸມດັ່ງກ່າວໄດ້ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືດ້ານນະໂຍບາຍສາກົນ, ຊຸກຍູ້ເສດຖະກິດໂລກໃຫ້ມີການພັດທະນາຢ່າງແຂງແຮງ, ຍືນຍົງ, ດຸ່ນດ່ຽງ ແລະ ກວມລວມ.

ກອງປະຊຸມຊີ້ໃຫ້ເຫັນວ່າ: ນັບແຕ່ກອງປະຊຸມຄັ້ງຜ່ານມາ, ອະນາຄົດຂອງເສດຖະກິດໂລກໄດ້ຮັບການປັບປຸງໃຫ້ດີຂຶ້ນໃນລະດັບໃດໜຶ່ງ ແຕ່ການເຕີບໂຕຍັງຊັກຊ້າຢູ່, ຄວາມສ່ຽງເສດຖະກິດຊຸດໂຊມລົງຍັງຄົງຕົວຢູ່. ລະດັບໄພເງິນເຟີ້ເພີ່ມຂຶ້ນ, ການແຜ່ລະບາດຂອງພະຍາດໂຄວິດ-19 ກັບຄືນມາໃໝ່, ເງື່ອນໄຂການລະດົມທຶນຖືກຈຳກັດ ແລະ ຄວາມສ່ຽງອື່ນໆອາດຈະເພີ່ມທະວີຄວາມອ່ອນແອດ້ານໜີ້ສິນຂອງຕະຫຼາດພັດທະນາໃໝ່ ແລະ ກຸ່ມເສດຖະກິດທີ່ກຳລັງພັດທະນາ.

ກອງປະຊຸມຊີ້ໃຫ້ເຫັນຕື່ມວ່າ: ກຸ່ມ 20 ປະເທດເນັ້ນໜັກ ຕ້ອງວາງນະໂຍບາຍເງິນຕາ, ນະໂຍບາຍການເງິນ ແລະ ນະໂຍບາຍທີ່ມີລັກສະນະໂຄງປະກອບຢ່າງລະອຽດ ເພື່ອຊຸກຍູ້ການພັດທະນາ, ຮັກສາຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກ ແລະ ການທະນາຄານໃນທົ່ວໂລກ. ນອກຈາກນີ້, ກຸ່ມ 20 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານນະໂຍບາຍມະຫາພາກ, ສະໜັບສະໜູນຊຸກຍູ້ວາລະ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version