Home ທຸລະກິດ ໂຮງແຮມເອັສວັງວຽງ ບູຕິກ ເປີດໃຫ້ບໍລິການແລ້ວ

ໂຮງແຮມເອັສວັງວຽງ ບູຕິກ ເປີດໃຫ້ບໍລິການແລ້ວ

0

ໃນວັນທີ 23 ກຸມພາຜ່ານມາ, ທີ່ໂຮງແຮມເອັສວັງວຽງ ບູຕິກ ເມືອງວັງວຽງ ແຂວງວຽງຈັນໄດ້ຈັດພິທີເປີດໂຮງແຮມເອັສວັງວຽງ ບູຕິກ ຂຶ້ນຢ່າງເປັນທາງການ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ, ມີທ່ານນາງ ອິນຄຳ ພັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວແຂວງ, ມີທ່ານ ສົມສຸກ ສຸກສະຫວັດ ປະທານໂຮງແຮມເອັສວັງວຽງບູຕິກ. ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງ, ແຂກຖືກເຊີນ, ນັກທຸລະກິດ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ອຸ່ນເຮືອນ ແກ້ວພົມມາຕາງໜ້າປະທານໂຮງແຮມເອັສວັງວຽງ ບູຕິກ ກ່າວວ່າ: ໂຮງແຮມແຫ່ງນີ້ໄດ້ເລີ່ມຕົ້ນກໍ່ສ້າງນັບແຕ່ທ້າຍປີ 2019ມາຮອດປັດຈຸບັນການກໍ່ສ້າງໄດ້ສຳເລັດເປັນທີ່ຮຽບຮ້ອຍ, ພາຍໃນໂຮງແຮມມີ 123 ຫ້ອງ,ມີ10 ປະເພດຫ້ອງ ຊຶ່ງເປັນໂຮງແຮມ 6 ຊັ້ນ, ໂດດເດັ່ນສວຍງາມທັນສະໄໜ, ມີລະບົບອຳນວຍຄວາມສະດວກແບບຄົບວົງຈອນ, ມີຮ້ານອາຫານ, ຮ້ານບັນເທີງ,ຫ້ອງປະຊຸມ, ບ່ອນພັກຜ່ອນ, ຮ້ານກາເຟ,ຮ້ານສະດວກຊື້,ມີບ່ອນອອກກຳລັງກາຍ, ສະລອຍນ້ຳ ແລະ ບ່ອນຊົມວີວທີວທັດທຳມະຊາດທີ່ສວຍສົດງົດງາມ. ໂຮງແຮມເນັ້ນການບໍລິການແບບເອກະລັກວັດທະນາທຳລາວ,ເນັ້ນອາຫານພື້ນເມືອງລາວ ສໍາລັບລາຄາຫ້ອງນອນແມ່ນມີຫຼາຍລາຄາຂຶ້ນກັບຄຸນນະພາບຂອງຫ້ອງ ແລະ ຕາມສະພາບເສດຖະກິດແຕ່ລະໄລຍະ.

ແຜນຕໍ່ໜ້າໂຮງແຮມພວກເຮົາຈະສະເໜີພາກສ່ວນກ່ຽວຂ້ອງຈັດລະດັບດາວຕາມຂັ້ນຕອນ ແລະ ຈະປັບປຸງໂຮງແຮມໃຫ້ເປັນໂຮງແຮມຂຽວອາຊຽນ, ໂຮງແຮມຕັ້ງຢູ່ບ້ານເມືອງຊອງ ຕິດທາງເລກທີ 13 ເໜືອ ເມືອງວັງວຽງ ແຂວງວຽງຈັນ.ຕອນທ້າຍພີທີທ່ານເຈົ້າເມືອງວັງວຽງໄດ້ໃຫ້ກຽດກ່າວເປີດພ້ອມຕັດແຖບຜ້າເປີດໃຫ້ບໍລິການແລະທ່ຽວຊົມພາຍໃນໂຮງແຮມອີກດ້ວຍ.

ຂ່າວ-ພາບ: ໝອນແກ້ວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version