Home ຂ່າວຕ່າງປະເທດ ລາຍໄດ້ຈາກນ້ຳມັນ ແລະ ແກັສທຳມະຊາດ ຂອງອິດສະຣາແອນສູງທີ່ສຸດໃນປີຜ່ານມາ

ລາຍໄດ້ຈາກນ້ຳມັນ ແລະ ແກັສທຳມະຊາດ ຂອງອິດສະຣາແອນສູງທີ່ສຸດໃນປີຜ່ານມາ

0

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກະຊວງພະລັງງານຂອງອິດສະຣາແອນໄດ້ເປີດເຜີຍບົດລາຍງານລາຍໄດ້ຈາກແກັສທຳມະຊາດ ແລະ ນ້ຳມັນຂອງປະເທດໃນປີ 2022 ຜ່ານມາ ເພີ່ມຂຶ້ນສູງທີ່ສຸດເປັນປະຫວັດສາດຢູ່ທີ່ 1,68 ພັນລ້ານນິວເຊເກວ ຊຶ່ງເປັນສະກຸນເງິນຂອງອິດສະຣາແອນ. ໂຕເລກດັ່ງກ່າວເພີ່ມຂຶ້ນ 36,6% ເມື່ອທຽບກັບສະຖິຕິຂອງປີ 2021 ຊຶ່ງຢູ່ທີ່ 1,23 ພັນລ້ານນິວເຊເກວ. ລາຍໄດ້ຈາກແກັສທຳມະຊາດຂອງອິດສະຣາແອນສ່ວນໃຫຍ່ມາຈາກແກັສທີ່ຜະລິດໃນແຫຼ່ງແກັສເລວີອາຖານ ແລະ ແຫຼ່ງແກັສທາມາ ບໍລິເວນທະເລເມດິເຕີເຣນຽນຄວບຄູ່ກັບລາຍໄດ້ຈາກແຫຼ່ງແກັສຄາຣິດ ຊຶ່ງເລີ່ມດຳເນີນງານເມື່ອເດືອນຕຸລາ 2022. ກະຊວງພະລັງງານຂອງອິດສະຣາແອນກ່າວຕື່ມວ່າ ປະລິມານແກັສທຳມະຊາດທີ່ຜະລິດຈາກແຫຼ່ງຕ່າງໆໃນປີ 2022 ຢູ່ທີ່ 2,22 ໝື່ນລ້ານແມັດກ້ອນ ເພີ່ມຂຶ້ນ 13,8% ຈາກປີ 2021 ຊຶ່ງຢູ່ທີ່ 1,95 ໝື່ນລ້ານແມັດກ້ອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version