ຂ່າວສານຊີອາໄອລາຍງານ ເມື່ອວັນທີ 19 ກຸມພາ ຜ່ານມາ, ທ່ານ ຊູເລມານ ຊອຍລູ ລັດຖະມົນຕີກະຊວງພາຍໃນຕວັກກີ ກ່າວວ່າ: ວຽກງານຊ່ວຍເຫຼືອເຂດປະສົບໄພແຜ່ນດິນໄຫວຕ້ອງການເວລາປະຕິບັດ ຢ່າງໜ້ອຍ 1 ປີ ຈຶ່ງສາມາດຮັບປະກັນໃຫ້ວຽກງານຊ່ວຍເຫຼືອໄດ້ຢ່າງຕໍ່ເນື່ອງ ແລະ ຟື້ນຟູຄວາມເປັນລະບຽບຮຽບຮ້ອຍດ້ານຊີວິດການເປັນຢູ່ຂອງເຂດປະສົບໄພ. ທ່ານກ່າວເນັ້ນວ່າ: ໃນບໍ່ເທົ່າໃດມື້ຫຼັງຈາກເກີດເຫດແຜ່ນດິນໄຫວ, ການຊ່ວຍເຫຼືອທີ່ສົ່ງໄປຮອດເຂດປະສົບໄພແມ່ນມີຈຳນວນຫຼວງຫຼາຍ ແຕ່ຄຽງຄູູ່ກັບເວລາຜ່ານໄປ, ການຊ່ວຍເຫຼືອທີ່ສົ່ງໄປຮອດເຂດປະສົບໄພໄດ້ຄ່ອຍໆຫຼຸດໜ້ອຍລົງ ຢູ່ບາງແຫ່ງຈຳນວນອາສາສະໝັກກໍໄດ້ຫຼຸດໜ້ອຍລົງ ຊຶ່ງທ່ານເປັນຫ່ວງຫຼາຍຕໍ່ທ່າອ່ຽງແບບນີ້.
ການຊ່ວຍເຫຼືອເຂດປະສົບໄພແຜ່ນດິນໄຫວ ຕ້ອງການເວລາປະຕິບັດຢ່າງໜ້ອຍ 1 ປີ
RELATED ARTICLES