Home ຂ່າວໜ້າໜຶ່ງ ສປປ ລາວ ສຸ່ມໃສ່ແກ້ໄຂການຂາດໂພຊະນາການເພື່ອບັນລຸເປົ້າຫມາຍການພັດທະນາແບບຍືນຍົງ

ສປປ ລາວ ສຸ່ມໃສ່ແກ້ໄຂການຂາດໂພຊະນາການເພື່ອບັນລຸເປົ້າຫມາຍການພັດທະນາແບບຍືນຍົງ

0

ວັນທີ 21 ກຸມພາ 2023 ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ VIII ໄດ້ເປີດຂື້ນຢ່າງເປັນທາງການ ໃນມື້ນີ້ທີ່ຫໍປະຊຸມແຫ່ງຊາດ ໂດຍພາຍໃຕ້ການເປັນປະທານ ຂອງພະນະທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປລາວ ປະທານຄະນະກໍາມະການໂພຊະນາການແຫ່ງຊາດ, ປະທານຮ່ວມຂອງກອງປະຊຸມໃນຄັ້ງນີ້ແມ່ນທ່ານ ປອ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໄນແອນ ລີໂອນາດ (Mr. Niall LEONARD) ຮັກສາການເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປລາວ ແລະ ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ ຕາງໜ້າອົງການຢູນິເຊັບ ໃນນາມຄູ່ຮ່ວມພັດທະນາສາກົນເພື່ອສົ່ງເສີມໂພຊະນາການ ແລະ ການຄໍ້າປະກັນສະບຽງອາຫານ, ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານຄະນະກໍາມະການແຫ່ງຊາດ ແລະ ບັນດາປະທານຄະນະກໍາມະການໂພຊະນາການກະຊວງ, ອົງການ ແລະ ທ້ອງຖີ່ນ, ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ, ເອກະຊົນ, ຕະຫຼອດຮອດທູຕານູທູດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ຊື່ງກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນນີ້ໄດ້ຈັດຂື້ນທຸກໆປີ ເພື່ອປຶກສາຫາລືເຖິ່ງສິ່ງທ້າທາຍ ແລະ ແຜນບູລີມະສິດກ່ຽວກັບໂພຊະນາການໃນປະເທດ.

ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VIII ແລະ ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ປະຈຳປີ 2022 ໃນຄັ້ງນີ້ຕົ້ນຕໍແມ່ນເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການ ຂອງຂະແໜງການຕາມຂໍ້ຕົກລົງຂອງຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ສະບັບເລກທີ 70/ນຍ ຄັ້ງວັນທີ 30 ກໍລະກົດ 2021 ເຊິ່ງໄລຍະດັ່ງກ່າວເປັນໄລຍະທີ່ພວກເຮົາມີສິ່ງທ້າທາຍຫຼາຍດ້ານ ຕໍ່ກັບການຈັດຕັ້ງປະຕິບັດແຜນແຫ່ງຊາດດ້ານໂພຊະນາການ ສະບັບໃໝ່ (NPAN 2021-2025) ທີ່ໄດ້ເຜີຍແຜ່ໃນເດືອນ ພະຈິກ ປິ 2021 ຜ່ານມາ ເຊິ່ງກອງປະຊຸມຄັ້ງນີ້ຈະໄດ້ທົບທວນຄືນບັນດາກຸ່ມກິດຈະກໍາ ແລະ ຕົວຊີ້ບອກທີ່ໄດ້ປັບປຸງຈາກ ແຜນຈັດຕັ້ງປະຕິບັດວຽກງານໂພຊະນາການ 2021-2025 ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານໂພຊະນາການ ປີ 2023.

ສືບຕໍ່ຈາກເນື້ອໃນຂອງກອງປະຊຸມໃນປີຜ່ານມາໄດ້ເນັ້ນໜັກເຖິງການເຊື່ອມໂຍງທີ່ບໍ່ສາມາດແຍກອອກກັນໄດ້ ລະຫວ່າງການລົງທຶນໃນດ້ານໂພຊະນາການ ແລະ ການເຕີບໂຕຂອງເດັກນ້ອຍ, ຊຸມຊົນ ແລະ ເສດຖະກິດ, ຫົວຂໍ້ຂອງກອງປະຊຸມໃນປີນີ້ແມ່ນ “ໂພຊະນາການເພື່ອການພັດທະນາແບບຍືນຍົງ” ເຊິ່ງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງໂພຊະນາການຕໍ່ການບັນລຸທັງສອງເປົ້າຫມາຍຂອງລັດຖະບານນັ້ນກໍຄື: ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).

“ພວກເຮົາຮູ້ວ່າປີ 2030 ໄດ້ໃກ້ເຂົ້າມາແລ້ວ, ເປັນປີທີ່ພວກເຮົາໄດ້ວາງເປົ້າຫມາຍໃຫ້ບັນລຸການພັດທະນາແບບຍືນຍົງ (SDGs), ການປັບປຸງໂພຊະນາການເປັນນື່ງໃນບູລິມະສິດທີ່ ສປປລາວ ໄດ້ເອົາໃຈໃສ່ເປັນພິເສດ ເນື່ອງຈາກວ່າມີຜົນຕໍ່ຄວາມຢູ່ດີກິນດີ, ການເຕີບໂຕ, ພັດທະນາຂອງເດັກນ້ອຍ, ຊຸມຊົນ ແລະ ປະເທດຊາດ” ທ່ານຍັງໄດ້ກ່າວຕໍ່ໄປອີກວ່າ “ກອງປະຊຸມໃນມື້ນີ້ມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບພວກເຮົາທີ່ຈະຖືເອົາຄວາມສໍາເລັດດ້ານໂພຊະນາການໃນປີ 2022 ແລະ ຄິດກ້າວໄປຂ້າງຫນ້າເພື່ອແກ້ໄຂການຂາດໂພຊະນາການຢູ່ ສປປລາວ ໃນປີ 2023 ແລະ ປີຕໍ່ໆ ໄປ” ນອກນັ້ນຈະໄດ້ປຶກສາຫາລືບາງບັນຫາສຳຄັນຈຳນວນໜຶ່ງອີກ.

“ພວກເຮົາຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງລັດຖະບານ ສໍາລັບຄວາມເອົາໃຈໃສ່ຊີ້ນໍາໃນການປະຕິບັດແຜນໃນປີ 2022, ແລະ ຮຽກຮ້ອງໃຫ້ສືບຕໍ່ຄວາມມຸ້ງຫມັ້ນຂອງພວກເຮົາໃນການສະຫນັບສະຫນູນການຈັດຕັ້ງປະຕິບັດແຜນງານແຫ່ງຊາດດ້ານໂພຊະນາການ ປີ 2021-2025 ໃຫ້ປະສົບຜົນເປັນຈິງ” ກ່າວໂດຍ  ທ່ານ ໄນແອນ ລີໂອນາດ (Mr Niall LEONARD) ຮັກສາການເອກອັກຄະລັດຖະທຸດສະຫະພາບເອີຣົບ ປະຈຳ ສປປ ລາວ “ ເຖິງຢ່າງໃດກໍ່ຕາມເພື່ອໃຫ້ບັນລຸບັນດາເປົ້າຫມາຍແຫ່ງຊາດ ທີ່ວາງໄວ້ລວມເຖິງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ເປົ້າຫມາຍການພັດທະນາແບບຍືນຍົງ, ມີຄວາມຈໍາເປັນທີ່ສຸດຕ້ອງມີການດໍາເນີນການຮ່ວມກັນຫຼາຍຂຶ້ນ ກ່ຽວກັບການສົ່ງເສີມໂພຊະນາການ. ຈາກການວິເຄາະດ້ານງົບປະມານທີ່ສະຫນັບສະຫນູນໂດຍສະຫະພາບເອີຣົບ ພົບວ່າໃນປີ 2020-22 ງົບປະມານລາຍຈ່າຍດ້ານໂພຊະນາການມີພຽງແຕ່ 0.5% ຂອງ GDP, ປະມານ 2% ຂອງງົບປະມານແຫ່ງຊາດ, ແລະ ຕົ້ນຕໍແມ່ນມາຈາກການຊ່ວຍເຫຼືອຂອງຄູ່ຮ່ວມພັດທະນາສາກົນ. ໃນຕໍ່ໜ້າພວກເຮົາຈຶ່ງຕ້ອງໄດ້ໃຊ້ຄວາມພະຍາຍາມຫລາຍຂຶ້ນໃນການວາງແຜນ ແລະ ເພີ່ມງົບປະມານສະໜັບສະໜູນວຽກງານໂພຊະນາການໃຫ້ຫຼາຍຂື້ນໃນທຸກລະດັບ”

ໃນກອງປະຊຸມທຸກພາກສ່ວນຄູ່ຮ່ວມພັດທະນາ, ຂະແໜງການຕ່າງໆ ແລະ ຂັ້ນແຂວງໃນຂອບເຂດທົ່ວປະເທດ ໄດ້ໃຫ້ມີຄໍາຫມັ້ນສັນຍາເພື່ອສົ່ງເສີມໂພຊະນາການ ໃນໄລຍະຍາວ ແລະ ມີຄວາມຍືນຍົງ. “ໂພຊະນາການດີມີຫຼາຍຢ່າງທີ່ຕ້ອງປະຕິບັດບໍ່ພຽງແຕ່ອາຫານເທົ່ານັ້ນ. ການກິນອາຫານທີ່ມີໂພຊະນາການແມ່ນສໍາຄັນເຖິງຢ່າງໃດກໍ່ຕາມກໍມີຄວາມສໍາຄັນເທົ່າທຽມກັນທີ່ຄົນເຮົາຍັງຕ້ອງໄດ້ຮັບບໍລິການດ້ານໂພຊະນາການທີ່ມີຄຸນນະພາບ ແລະ ສາມາດປະຕິບັດພຶດຕິກໍາທີ່ກ່ຽວຂ້ອງກັບໂພຊະນາການທີ່ດີ. ເມື່ອອົງປະກອບສໍາຄັນເຫຼົ່ານີ້ຮ່ວມເຂົ້າກັນເທົ່ານັ້ນຈື່ງຈະສາມາດເຮັດໃຫ້ພວກເຮົາມີຄວາມຄືບໜ້າຕາມທີ່ໄດ້ຄາດໄວ້” ກ່າວໂດຍ ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ ຕາງໜ້າອົງການຢູນິເຊັບ ທ່ານຍັງໄດ້ກ່າວເພີ່ມເຕີມອີກວ່າ: “ຂ້າພະເຈົ້າດີໃຈຫລາຍທີ່ເຫັນບັນດາຜູ້ແທນທີ່ມີຄວາມມຸ້ງໝັ້ນຢ່າງເຂັ້ມແຂງ ໂດຍສະເພາະບັນດາຜູ້ແທນຈາກຂັ້ນແຂວງ. ໂດຍພາຍໄຕ້ການຊີ້ນໍານໍາພາຂອງທ່ານຮອງເຈົ້າແຂວງ ຈະເຮັດໃຫ້ການປະຕິບັດຄໍາໝັ້ນສັນຍາໃນມື້ນີ້ໄດ້ນຳໄປຜັນຂະຫຍາຍເຮັດໃຫ້ການໃຫ້ບໍລິການດ້ານໂພຊະນາການຂອງແຕ່ລະຂະແໜງການມີຄຸນນະພາບ ແລະ ໃຫ້ການສະໜັບສະໜູນເພື່ອໃຫ້ມີພຶດຕິກໍາການປະຕິບັດດ້ານອາຫານ ແລະ ໂພຊະນາການທີ່ດີ”.

ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ VIII ນໍາພາໂດຍລັດຖະບານ ສປປລາວ ໂດຍການຊ່ວຍເຫຼືອທາງດ້ານງົບ ປະມານຈາກສະຫະພາບເອີຣົບ (EU), ລັດຖະບານສະຫະລັດອາເມຣິກາ, ອົງການຢູນິເຊັບ (UNICEF), ທະນາຄານໂລກ, ໂຄງການອາຫານໂລກ (WFP), SUN CSA Laos ແລະ ຄູ່ຮ່ວມພັດທະນາອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version