Home ຂ່າວກິລາ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III

0

ວັນທີ 18 ກຸມພາ 2023 ຜ່ານມາ, ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ຈັດພິທີປິດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ຫລື ຊຽງຂວາງພາຣາເກມ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານປິດຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ, ມີທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ, ຄະນະຄູຝຶກ, ນັກກິລາຈາກ 17 ແຂວງ ແລະ ນະຄອນຫລວງວຽງຈັນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.

ໃນພິທີ, ທ່ານເຈົ້າແຂວງຊຽງຂວາງ ໄດ້ລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນກິລາຄົນພິການແຫ່ງຊາດທີ່ໄດ້ຈັດຂຶ້ນຢູ່ແຂວງຊຽງຂວາງ ຄັ້ງນີ້ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8 ກຸມພາ 2023 ແລະ ຈັດ ພິທີເປີດຢ່າງເປັນທາງການ ໃນວັນທີ 14 ກຸມພາ 2023 ເຊິ່ງດໍາເນີນມາຮອດວັນທີ 18 ກຸມພາ 2023 ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ຕະຫລອດການແຂ່ງຂັນມີການຊີງຫລຽນ ທັງໝົດ ຈໍານວນ 7 ປະເພດກິລາ, ມີການຊີງຫລຽນທັງໝົດ 405 ຫລຽນ. ໃນນີ້, ມີການຊີງຫລຽນຄໍາ, ຫລຽນເງິນ, ຫລຽນທອງ ຢ່າງລະ 135 ຫລຽນ, ມີນັກກິລາເຂົ້າຮ່ວມຈາກ 17 ແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບເຂດທົ່ວປະເທດ. ສໍາລັບຜົນຂອງການແຂ່ງຂັນ ທີມນັກກິລາທີ່ສາມາດຍາດໄດ້ ຫລຽນມາຄອງຫລາຍກວ່າໝູ່ ໄດ້ແກ່ທີມນັກກິລາຈາກນະຄອນຫລວງວຽງຈັນ ສາມາດຍາດມາໄດ້ 34 ຫລຽນຄໍາ, 22 ຫລຽນເງິນ, 10 ຫລຽນທອງ ລວມ 66 ຫລຽນ, ລຳດັບສອງ ທີມນັກກິລາຈາກແຂວງເຊກອງ ຍາດໄດ້ 16 ຫລຽນຄໍາ, 16 ຫລຽນເງິນ, 9 ຫລຽນທອງ, ລວມທັງໝົດ 41 ຫລຽນ ແລະ ລໍາດັບສາມ ແມ່ນທີມນັກກິລາຈາກແຂວງຊຽງຂວາງຍາດໄດ້ 14 ຫລຽນຄຳ, 15 ຫລຽນເງິນ ແລະ 4 ຫລຽນທອງ, ລວມທັງໝົດ 33 ຫລຽນ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໃນນາມຕາງໜ້າລັດຖະບານໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຈັດການແຂ່ງຂັນ, ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະບັນ ດາຄະນະຄູຝຶກ, ກຳມະການຕັດສິນ, ນັກກິລາ, ຜູ້ປະກອບການ, ພີ່ນ້ອງຮ່ວມຊາດທຸກທົ່ວໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນຈັດງານແຂ່ງຂັນກິລາຄັ້ງນີ້ ຈົນປະສົບຜົນສຳເລັດຕາມ ຄາດໝາຍທີ່ກຳນົດໄວ້. ຜົນສຳເລັດດັ່ງກ່າວ ສະແດງເຖິງການນຳພາທີ່ຖືກຕ້ອງຂອງພັກ-ລັດ, ຄວາມ ສາມັກຄີເປັນປຶກແຜ່ນ, ຄວາມຕັດສິນໃຈສູງ, ຄວາມເສຍສະຫລະຂອງການຈັດຕັ້ງ ທັງພາກລັດ-ເອ ກະຊົນ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ໃຫ້ຍືນຍົງຄຽງຄູ່ກັບຊາວລາວຕະຫລອດໄປ. ໃນພິທີດັ່ງກ່າວ ຍັງໄດ້ມອບທຸງໃຫ້ນະຄອນຫລວງວຽງຈັນ ເພື່ອກະກຽມເປັນເຈົ້າພາບຈັດງານແຂ່ງຂັນກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ປີ 2025 ໃນຄັ້ງຕໍ່ໄປ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version