Home ຂ່າວຕ່າງປະເທດ ເປີດເວທີປຶກສາຫາລືສຸດຍອດປະຊາຄົມຮ່ວມໂທລະພາບເສັ້ນທາງສາຍໄໝ ປີ 2023

ເປີດເວທີປຶກສາຫາລືສຸດຍອດປະຊາຄົມຮ່ວມໂທລະພາບເສັ້ນທາງສາຍໄໝ ປີ 2023

0

ຂ່າວສານຊີອາໄອລາຍງານເມື່ອວັນທີ 14 ກຸມພາ ຜ່ານມາ, ເວທີປຶກສາຫາລືສຸດຍອດປະຊາຄົມຮ່ວມໂທລະພາບເສັ້ນທາງສາຍໄໝປີ 2023 ໄດ້ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍທ່ານ ຫຼີຊູ່ເລີຍ ກຳມະການກົມການເມືອງຄະນະກຳມະການສູນກາງພັກກອມມູນິດຈີນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ໄດ້ກ່າວຄຳປາໄສຜ່ານທາງວິດີໂອ.

ທ່ານ ຫຼີຊູ່ເລີຍ ຊີ້ໃຫ້ເຫັນວ່າ ປີນີ້ແມ່ນທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ສະເໜີຂໍ້ລິເລິ່ມໜຶ່ງແລວໜຶ່ງເສັ້ນທາງຄົບຮອບ 10 ປີ. ໃນໄລຍະ 10 ປີຜ່ານມາ ໜຶ່ງແລວໜຶ່ງເສັ້ນທາງໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ເພີ່ມຄວາມປາຖະໜາຢ່າງກວ້າງຂວາງ ເປັນຂີດໝາຍສະແດງໃຫ້ເຫັນວ່າການຮ່ວມມືດ້ານເສດຖະກິດສາກົນໄດ້ຂຶ້ນສູ່ລະດັບໃໝ່. ຈີນຈະເດັດດ່ຽວເດີນຕາມເສັ້ນທາງການພັດທະນາໂດຍສັນຕິ, ປະຕິບັດຍຸດທະສາດແບບເປີດປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງເດັດຂາດ, ຊຸກຍູ້ການພ້ອມກັນກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງໃຫ້ພັດທະນາດ້ວຍຄຸນນະພາບດີ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ເວທີປຶກສາຫາລືຄັ້ງນີ້ຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ (CMG) ພາຍໃຕ້ຫົວຂໍ້: ເກາະແຂນກັນພ້ອມກັນສ້າງສາພັດທະນາ, ຮ່ວມມືກັນແບບຕ່າງຝ່່າຍຕ່າງໄດ້ຮັບຜົນປະໂຫຍດ, ແຂກຜູ້ມີກຽດ 120 ກວ່າທ່ານທີ່ມາຈາກ ສື່ມວນຊົນສຳຄັນ 54 ແຫ່ງຂອງ 33 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມເວທີປຶກສາຫາລືໂດຍຜ່ານທາງອອນລາຍ ແລະ ອອຟລາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version